Breaking News

Beauty

ງາມຊໍ່າໃດແຕ່ຖ້າເລັບບໍ່ປັງມີໂອກາດພັງໄດ້ເດີ້ສາວໆ!!

ມາສ່ອງຮ້ານເຮັດເລັບດີໆເດັດໆ ລາຄາບໍ່ແພງ ແຕ່ຄຸນນະພາບອອກມາດີ ບໍ່ວ່າຈະຕໍ່ເລັບ, ເພັ້ນເລັບ ຫຼືທາສີເລັບເຈວ… ມື້ນີ້ຂວັນໃຈໄດ້ຮວບຮວມບັນດາຮ້ານເຮັດເລັບມາໃຫ້ເປັນທີ່ຮຽບຮ້ອຍແລ້ວ ບອກເລີຍວ່າໃຜກໍາລັງຊອກຫາງານເລັບດີໆ ຕ້ອງບໍ່ພາດ ໄປເບີ່ງກັນເລີຍ!!ແອັດປັກລິ້ງເພຈຮ້ານໃຫ້ພ້ອມກ່ອງຮູບມັກຮ້ານໃດຖືກໃຈຮ້ານໃດກໍເລືອກໄດ້ຢ່າງສະບາຍເລີຍ… TM Beauty & Nailsສະຖານທີ່: ຢູ່ ໂພນສີນວນ- ເມືອງສີສັດຕະນາກ, ທາງເຂົ້າຮ່ອມpizza companyເບີຕິດຕໍ່: 02098226789ລິ້ງເພຈ: https://www.facebook.com/tm1080ຮູບພາບ: TM Beauty & Nails Pipo Nail salon, Vientiane ປີໂປ້ຕໍ່ເລັບແຕ່ງເລັບສະຖານທີ່: ບ້ານຂຸນຕາທົ່ງ ຮ່ອມຈີນດາມະນີເປີດ: ວັນຈັນ ຫາວັນອາທິດເບີຕິດຕໍ່: 856 20 22 288 030ລິ້ງເພຈ: https://www.facebook.com/PipoNailsalonຮູບພາບ: Pipo Nail salon, Vientiane ປີໂປ້ຕໍ່ເລັບແຕ່ງເລັບ Model nailສະຖານທີ່: ບ້ານທາດຫຼວງກາງຮ່ອມ4ເບີຕິດຕໍ່: 020 94 116 043ລິ້ງເພຈ: https://www.facebook.com/modelnail94116043ຮູບພາບ: …

Read More »

ເສີມດັງທັງທີຕ້ອງອິນເທຣນ ຂວັນໃຈອັບເດດເທຣນເສີມດັງຊົງເກົາຫລີຍອດຮິດ ປີ 2022

ເວົ້າເຖິງເລື່ອງການສັນຍະກໍານາທີນີ້ຕ້ອງຍົກໃຫ້ເກົາຫລີ ແລະ ເທຣນແບບສາວເກົາຫລີກໍເປັນທີ່ນິຍົມ ແລະ ໄດ້ເຂົ້າມາມີອິດທິພົນຢູ່ບ້ານເຮົາບໍ່ແມ່ນໜ້ອຍ ທັງນີ້ການສັນຍະກໍາເສີມດັງຢູ່ເກົາຫຼີນັ້ນກໍມັກຈະມີເທຣນປະຈໍາປີ ຫຼືເທັກນິກການຜ່າຕັດໃໝ່ໆອັບເດດຢູ່ຕະຫລອດເວລາ ມື້ນີ້ຂວັນໃຈນໍາເອົາຂໍ້ມູນກ່ຽວກັບເທຣນ ຊົງດັງ ສະໄຕລເກົາຫລີຍອດນິຍົມປະຈໍາປີ 2022 ມາຝາກ ເພື່ອເປັນຂໍ້ມູນປະກອບການຕັດສິນໃຈສໍາລັບສາວໆ ທີ່ກໍາລັງມີແຜນຈະເສີມດັງ ໄປເບິ່ງເລີຍວ່າຈະມີແບບໃດແນ່ 1.ຊົງດັງປາຍຢົດນໍ້າ ເປັນເທຣນມາໃໝ່ທີ່ບໍນ້ອຍໜ້າໄປກວ່າ ຊົງດັງຢົດນໍ້າ ດັງລັກສະນະນີ້ຄືການເນັ້ນແກ້ໄຂບໍລິເວນປາຍດັງເປັນຫລັກ ຊ່ວຍໃຫ້ໜ້າຄົມ ແລະ ມີສະໄຕລຍິ່ງຂຶ້ນ ເໝາະສໍາລັບສາວໝັ້ນ ປາຍດັງບໍ່ງຸ້ມລົງມາແມ່ນແຕ່ເວລາຍິ້ມ ຫຼືສະແດງອາລົມຕ່າງໆ 2.ຊົງດັງປາຍເຊີດ ເປັນຊົງດັງ ສະໄຕລເກົາຫລີທີ່ໄດ້ຮັບຄວາມນິຍົມມາຢ່າງຕໍ່ເນື່ອງໃນທຸກຍຸກສໄຫມ ເໝາະສໍາລັບສາວທີ່ມີຊົງດັງສັ້ນ ການຕັດແຕ່ງບໍລິເວນປາຍດັງຈະຊ່ວຍເສີມໃຫ້ດັງເບິ່ງຍາວຂຶ້ນ ລວມໄປເຖິງມີສ່ວນຊ່ວຍໃຫ້ໃບໜ້າຍາວຂຶ້ນດ້ວຍ ນອກຈາກນີ້ຫາກສາວໆຄົນໃດທີ່ມີປີກດັງກວ້າງ ການເຮັດດັງຢົດນໍ້າກໍຈະຊ່ວຍໃຫ້ດັງເບິ່ງສົມດຸນ ຫລຸດປັນຫາປີກດັງກວ້າງໄດ້ອີກດ້ວຍ 3.ຊົງດັງບາບີ້ໄລ້ ສໍາລັບພາບລວມຂອງດັງຊົງນີ້ຄືການເສີມໃຫ້ໂດ່ງແບບເປັນທໍາມະຊາດ ຊ່ວຍເສີມພາບລັກໃຫ້ສາວໆເບິ່ງເປັນສາວງາມອາລົມດີ ສົມກັບຊື່ຊົງດັງແບບບາບີ້ ແຕ່ສໍາລັບສາວໆທີມີແກ້ມ, ໜ້າກົມ ຢາກເຮັດຊົງນີ້ຄວນປຶກສາແພດໃຫ້ດີກ່ອນເພາະແກ້ມອາດຈະໄປບັງຊົງດັງໃຫ້ເບິ່ງແຄບລົງ ເຮັດໃຫ້ໜ້າເສຍສົມດຸນໄດ້.

Read More »

ຢາກປັງຕ້ອງໄດ້ອ່ານ! ໜ້າແບບໃດທີ່ເປັນຂວັນໃຈສາວໆ ສາຍມູ

ນອກຈາກໜ້າຈະເປ໊ະປັງ ຈະເສີມງາມທັງທີກໍຕ້ອງເສີມບາລະມີພ້ອມ! ເພື່ອນໆຄົງສົງໃສ ແລະ ຢາກຮູ້ກັນແລ້ວແມ່ນບໍ່ວ່າລັກສະນະຮູບໜ້າທີ່ງາມແລະຍັງຊ່ວຍເສີມສິ່ງດີໆ ຈະມີໜ້າຕາເປັນປະມານໃດ ມື້ນີ້ ຕາມຂວັນໃຈ ມາຫາຄໍາຕອບກັນ! ບອກເລີຍວ່າງາມທັງທີກໍຕ້ອງມູຮ່ວຍດ້ວຍຈຶ່ງຈະປັງ… #ຂວັນໃຈບອກມາ ສານເຕີມເຕັມ Filler ສາມາດສະຫຼາຍໂຕໄດ້ເອງ ພາຍໃນໄລຍະເວລາ 6-18 ເດືອນການດື່ມນໍ້າຫຼາຍໆຈະຊ່ວຍໃຫ້ສານເຕີມເຕັມຢູ່ໄດ້ດົນຂຶ້ນການສີດສາານເຕີມເຕັມຈະຊ່ວຍໃຫ້ບໍລິເວນທີ່ເຕີມ ເຕັ່ງຕຶງຂຶ້ນ ຜິວອິ່ມຟູຫຼາຍຂຶ້ນ 1 ດວງຕາສົດໃສ ໄຮ້ຄວາມເສົ້າໝອງ ສິ່ງສໍາຄັນອັນດັບທໍາອິດຄືດວງຕາ ວ່າກັນວ່າດວງຕາຄືປະຕູຂອງຫົວໃຈ ໃຜທີ່ໃຕ້ຕາໝອງ, ບໍ່ສົດໃສ ບອກເລີຍວ່າຕ້ອງຟ້າວແກ້ໄຂດ່ວນ ເພາະຕາສາມາດບົ່ງບອກປັນຫາຊີວິດໄດ້ ຕັ້ງແຕ່ເລື່ອງຄວາມຄິດ ລວມໄປເຖິງສຸຂະພາບ, ການເງິນຕ່າງໆ ຄົນທີ່ມີແວວຕາເປັ່ງປະກາຍຈະເປັນຄົນວາດສະໜາດີ ແລະ ກໍຈະມັກປະສົບຜົນສໍາເລັດນັ້ນເອງ! 2 ຂະມັບເຕັມອິ່ມ ຄູ່ຊີວິດດີ ຕໍາແໜ່ງນີ້ຈະຢູ່ບໍລິເວນສາຍຕາໄປຈົນສຸດບໍລິເວນຕີນຜົມ ສ່ວນນີ້ຈະໝາຍເຖິງຊີວິດຄູ່ ເຊິ່ງຖ້າໃຜມີຂະມັບທີ່ເບິ່ງເຈັມອິ່ມ ຈະມີລັກສະນະຄູ່ທີ່ເພີເຟັກ, ຄູ່ຊີວິດຈະດີ ສາມາດເບິ່ງແຍງໃຫ້ຢູ່ສຸກສະບາຍເລີຍລະ! 3 ແກ້ມເຕັມອິ່ມ ມີບໍລິວານອ້ອມຮອບ ຫາກໃຜທີ່ມີແກ້ມເຕັມອິ່ມ ລັກສະນະແກ້ມທີ່ຮັບກັບແນວກາມ, ບໍ່ມີຮ່ອງແກ້ມ ແລະ …

Read More »

ເທຣນຄິ້ວ 2022 ອັບເດດການແຕ້ມຄິ້ວສຸດ Hot

ເພາະຄິ້ວຄືມົງກຸດຂອງໜ້າ ຄິ້ວງາມກໍເພີ່ມສະເໜ່ໃຫ້ສາວໆໄດ້ແລ້ວ ມື້ນີ້ຈະມາອັບເດດ ເທຣນຄິ້ວ 2022 ພ້ອມຕິດຕາມເທັກນິກຂຽນຄິ້ວໃຫ້ປັງໆດ້ວຍໂຕເອງກັນເລີຍ!!! ນອກຈາກການປ່ຽນລຸກບໍ່ວ່າຈະເປັນປ່ຽນຊົງຜົມ ປ່ຽນການແຕ່ງໂຕ ຫຼືການແຕ່ງໜ້າແລ້ວ ຄິ້ວ ຄືອີກສິ່ງສໍາຄັນທີ່ສາວໆຫຼາຍຄົນໃຫ້ຄວາມສໍາຄັນຫຼາຍ ມື້ໃດທີ່ບໍ່ໄດ້ແຕ້ມຄິ້ວພໍຢາກວ່າບໍ່ກ້າອອກເຮືອນເລີຍລະ!!! ເຮົາຈະພາໄປອັບເດດເທຣນຄິ້ວປີ 2022 ວ່າຊົງຄິ້ວແບບໃດທີ່ມາແຮງກັນແນ່. ເທຣນຄິ້ວປີ 2022 ເທຣນປີນີ້ ການແຕ້ມຄິ້ວຊົງທໍາມະຊາດໄດ້ມາແຮງຊ່ວງໜຶ່ງແລ້ວ ແລະ ຍັງມາແຮງຕໍ່ເນື່ອງ ເພາະສາວໆແຕ້ມແລ້ວຈະເຮັດໃຫ້ໜ້າເດັກລົງ ເບິ່ງບໍ່ຈິງຈັງເກີນໄປ ວິທີແຕ້ມຄິ້ວແບບທໍາມະຊາດໃຫ້ປັງຕະຫຼອດປີ ອັນດັບທໍາອິດຕ້ອງມີຄືອຸປະກອນທີ່ດີ ສິ່ງທີ່ຂາດບໍ່ໄດ້ເພື່ອຄິ້ວທີ່ງາມທໍາອິດເລີຍຄື 1 ສໍແຕ້ມຄິ້ວ ຖືກຫຼືແພງໄດ້ໝົດ ບໍ່ຈໍາເປັນຕ້ອງເລືອກຂອງທີ່ແພງທີ່ສຸດເພາະຄິດວ່າຈະເປັນຂອງດີທີ່ສຸດ ແນະນໍາເລື່ອງເທດເຈີ້ຕ້ອງເບິ່ງເທດເຈີ້ເປັນອັນດັບທໍາອິດ ວິທີກວດສອບຄືຄວນຂີດໃສ່ຫຼັງມື ລູບເບິ່ງວ່າເນື້ອມັນເປັນແນວໃດຄວນເລືອກໂຕທີ່ເນື້ອຊຶມເຂົ້າຜິວທີ່ສຸດ ແລ້ວສາວໆເລືອກກ້ານນັ້ນເລີຍ. 2 ອາຍແຊໂດ້ຄິ້ວ ສໍາລັບສາວໆທີ່ຕ້ອງການເພີ່ມຄວາມເຂັ້ມຂຶ້ນມາອີກລະດັບໜຶ່ງແນ່ນອນກໍຕ້ອງງາມຂຶ້ນອີກຂັ້ນ ແນະນໍາເປັນອາຍແຊໂດ້ຄິ້ວ ພະຍາຍາມເລືອກໃຫ້ສີໃກ້ຄຽງກັບສີຂອງສໍແຕ້ມຄິ້ວທີ່ເຮົາເລືອກ. 3 ມາສຄາຣ້າຄິ້ວ ຄວາມຈິງສາມາດນໍາເອົາມາສຄາຣ້າຂົນຕາມາປັດໄດ້ ແຕ່ມັນຈະມີຄວາມເຂັ້ມເກີນໄປ ແຕ່ຖາມວ່າໃຊ້ແທນກັນໄດ້ບໍ່ ໃຊ້ແທນກັນໄດ້ແຕ່ຈະໃຫ້ເປະຕ້ອງມາສຄາຣ້າຄິ້ວ ແລະ ເມື່ອມີຄົບທັງສາມຢ່າງແລ້ວ ກໍຄ່ອຍໆເລີ່ມຂຽນຕາມຮູບຄິ້ວໄດ້.

Read More »

ຂໍ້ຄວນລະວັງຕິດ “ຂົນຕາປອມ” ຄວາມງາມທີ່ແຝງດ້ວຍອັນຕະລາຍ ຫາກໃຊ້ຜິດວິທີ

ສາວໆສາຍເມັກອັບ ເຊື່ອວ່າຕ້ອງມີ “ຂົນຕາປອມ” ຕິດໂຕະເຄື່ອງແປ້ງກັນແນ່ນອນ ເຊິ່ງການຕິດ ຂົນຕາປອມຫຼັງແຕ່ງດວງຕາ ປັດມາສຄາລ້າເພີ່ມອີກໜ້ອຍໜຶ່ງ ກໍສາມາດເພີ່ມສະເໜ່ໃຫ້ກັບເມັກອັບໜ້າດຶງດູດຍິ່ງຂຶ້ນ ໂດຍສະເພາະສາວໆທີ່ຂົນຕາບາງ ຂົນຕາປອມຈຶ່ງເປັນ ໄອເທັ້ມທີ່ສາວໆຮັກແຮງ… ແຕ່ຫາກໃຊ້ຜິດວິທີກໍອາດມີຂໍ້ເສຍຕາມມາໄດ້   ຂໍ້ຄວນລະວັງຕິດຂົນຕາປອມ ຄວາມງາມທີ່ແຝງດ້ວຍອັນຕະລາຍ ຫາກໃຊ້ຜິດວິທີ ການໃຊ້ຂົສຕາປອມເພື່ອຄວາມງາມອາດເປັນອັນຕະລາຍຕໍ່ດວງຕາໄດ້ 1 ເປືອກຕາອັກເສບຈາກການແພ້ສານເຄມີໃນຂົນຕາປອມ ຫຼືການສະສົມຂອງສິ່ງສົກກະປົກໃນຂົນຕາປອມ 2 ເຮັດໃຫ້ຂົນຕາແທ້ບາງລົງໄດ້ 3 ຂົນຕາແທ້ຫຼົ່ນງ່າຍ ບໍ່ແຂງແຮງ ເກີດຈາກການດຶງຂົນຕາປອມອອກເລື້ອຍໆ 4 ຂົນຕາແທ້ ແລະ ຂົນຕາປອມອາດຫຼຸດເຂົ້າໄປໃນດວງຕາເກີດອາການເຄືອງຕາ  ເກີດເປັນບາດຫຼືອາການຕິດເຊື້ອບໍລິເວນແກ້ວຕາ ອາດເປັນສາເຫດໃຫ້ສູນເສຍການເບິ່ງເຫັນໄດ້ 5 ຫາກເຮັດຄວາມສະອາດບໍລິເວນເປືອກຕາບໍ່ດີ ອາດນໍາໄປສູ່ພາວະຕ່ອມໄຂມັນ 6 ເກີດມີອາການຕາແຫ້ງ ຢາກໃຊ້ຂົນຕາປອມໃຫ້ສວຍງາມ ແລະ ປອດໄພ ສິ່ງທີ່ຕ້ອງຄໍານຶງຄື 1 ໃຊ້ຂົນຕາປອມ ແລະ ກາວທີ່ໄດ້ມາດຕະຖານ 2 ລ້າງມືໃຫ້ສະອາດກ່ອນໃສ່ສະເໝີ 3 ບໍ່ສີຕາຂະນະໃສ່ຂົນຕາປອມ 4 …

Read More »