Breaking News

ຂໍ້ຄວນລະວັງຕິດ “ຂົນຕາປອມ” ຄວາມງາມທີ່ແຝງດ້ວຍອັນຕະລາຍ ຫາກໃຊ້ຜິດວິທີ

ແບ່ງປັນ

ສາວໆສາຍເມັກອັບ ເຊື່ອວ່າຕ້ອງມີ “ຂົນຕາປອມ” ຕິດໂຕະເຄື່ອງແປ້ງກັນແນ່ນອນ ເຊິ່ງການຕິດ ຂົນຕາປອມຫຼັງແຕ່ງດວງຕາ ປັດມາສຄາລ້າເພີ່ມອີກໜ້ອຍໜຶ່ງ ກໍສາມາດເພີ່ມສະເໜ່ໃຫ້ກັບເມັກອັບໜ້າດຶງດູດຍິ່ງຂຶ້ນ ໂດຍສະເພາະສາວໆທີ່ຂົນຕາບາງ ຂົນຕາປອມຈຶ່ງເປັນ ໄອເທັ້ມທີ່ສາວໆຮັກແຮງ… ແຕ່ຫາກໃຊ້ຜິດວິທີກໍອາດມີຂໍ້ເສຍຕາມມາໄດ້

  ຂໍ້ຄວນລະວັງຕິດຂົນຕາປອມ ຄວາມງາມທີ່ແຝງດ້ວຍອັນຕະລາຍ ຫາກໃຊ້ຜິດວິທີ

ການໃຊ້ຂົສຕາປອມເພື່ອຄວາມງາມອາດເປັນອັນຕະລາຍຕໍ່ດວງຕາໄດ້

1 ເປືອກຕາອັກເສບຈາກການແພ້ສານເຄມີໃນຂົນຕາປອມ ຫຼືການສະສົມຂອງສິ່ງສົກກະປົກໃນຂົນຕາປອມ

2 ເຮັດໃຫ້ຂົນຕາແທ້ບາງລົງໄດ້

3 ຂົນຕາແທ້ຫຼົ່ນງ່າຍ ບໍ່ແຂງແຮງ ເກີດຈາກການດຶງຂົນຕາປອມອອກເລື້ອຍໆ

4 ຂົນຕາແທ້ ແລະ ຂົນຕາປອມອາດຫຼຸດເຂົ້າໄປໃນດວງຕາເກີດອາການເຄືອງຕາ  ເກີດເປັນບາດຫຼືອາການຕິດເຊື້ອບໍລິເວນແກ້ວຕາ ອາດເປັນສາເຫດໃຫ້ສູນເສຍການເບິ່ງເຫັນໄດ້

5 ຫາກເຮັດຄວາມສະອາດບໍລິເວນເປືອກຕາບໍ່ດີ ອາດນໍາໄປສູ່ພາວະຕ່ອມໄຂມັນ

6 ເກີດມີອາການຕາແຫ້ງ

ຢາກໃຊ້ຂົນຕາປອມໃຫ້ສວຍງາມ ແລະ ປອດໄພ ສິ່ງທີ່ຕ້ອງຄໍານຶງຄື

1 ໃຊ້ຂົນຕາປອມ ແລະ ກາວທີ່ໄດ້ມາດຕະຖານ

2 ລ້າງມືໃຫ້ສະອາດກ່ອນໃສ່ສະເໝີ

3 ບໍ່ສີຕາຂະນະໃສ່ຂົນຕາປອມ

4 ບໍ່ຄວນໃສ່ຕໍ່ເນື່ອງເປັນເວລາດົົນ

5 ເຮັດຄວາມສະອາດຂົນຕາປອມ ແລະ ອຸປະກອນໃສ່ຂົນຕາປອມຫຼັງໃຊ້ແລ້ວ

6 ບໍ່ໃຊ້ຂົນຕາປອມຮ່ວມກັບຄົນອື່ນ

7 ເຮັດຄວາມສະອາດເປືອກຕາເປັນປະຈໍາ

8 ສັງເກດອາການຜິດປົກກະຕິເຊັ່ນ ເປືອກຕາບວມແດງ, ປວດຕາ, ຕາແດງ, ການເບິ່ງເຫັນຫຼຸດລົງ ຄວນໄປປຶກສາແພດ

ຫາກມີຄວາມຈໍາເປັນຕ້ອງໃຊ້ຂົນຕາປອມ ຄວນສຶກສາວິທີປະຕຶບັດຢ່າງຖືກຕ້ອງ ແລະ ໃຊ້ດ້ວຍຄວາມລະມັດລະວັງ ສາວໆເຮົາຕ້ອງງາມແລ້ວປອດໄພນໍາ!!!

ແບ່ງປັນ