Breaking News

ຢາກຮູ້ອະນາຄົດບໍ່? ແບບທົດສອບຈາກຍີ່ປຸ່ນ ໃນອະນາຄົດເຈົ້າຈະກາຍເປັນຄົນເຖົ້າແບບໃດ?

ແບ່ງປັນ

ເປັນເລື່ອງປົກກະຕິທີ່ຄົນເຮົາທຸກຄົນຈະຕ້ອງແກ່ໂຕລົງ ເຮົາອາດຈະຍັງບໍ່ທັນຈິນຕະນາການຕອນໂຕເອງເຖົ້າບໍ່ອອກ ຖ້າເປັນຈັ່ງຊັ້ນມາລອງເຮັດແບບທົດສອບຈາກຍີ່ປຸ່ນນໍາກັນ ວ່າໃນອະນາຄົດເຮົາຈະມີທ່າອ່ຽງກາຍເປັນຄົນເຖົ້າແບບໃດ?

ຫາກເວົ້າເຖິງຄໍາວ່າເຖົ້າເຈົ້າຈະຄິດເຫັນສີຫຍັງ?

A ສີຊາ (ສີນໍ້າຕານເຂັ້ມ)

B ສີເທົາ

C ສີເງິນ

D ສີມ້ວງອົມແດງ

ສີເຫຼົ່ານີ້ຄືສີທີ່ມັກໃຊ້ກັັບຜະລິດຕະພັນຂອງຜູ້ສູງອາຍຸ ແຕ່ລະສີມີຄວາມໝາຍທີ່ແຕກຕ່າງກັນ ສີທີ່ເຈົ້າເລືອກຈະບົ່ງບອກວ່າເຈົ້າຈະມີລັກສະນະແນວໃດເມື່ອແກ່ໂຕລົງ

A ສີຊາ (ສີນໍ້າຕານເຂັ້ມ)…ຄົນເຖົ້າທີ່ດູດີມີພູມຖານ

 ສີນໍ້ຕານເຊິ່ງເປັນສີຂອງຕົ້ນໄມ້ ແລະ ພື້ນດິນ ຫາກເຈົ້າເລືອກຂໍ້ນີ້ເຈົ້າໜ້າຈະກາຍເປັນຄົນທີ່ມີພູມຖານ ໃຫ້ຄວາມຮູ້ສຶກຜ່ອນຄາຍ ແລະ ສະບາຍໃຈ ດ້ວຍທັດສະນະຄະຕິໃນການດໍາລົງຊີວິດຢ່າງໝັ້ນຄົງ, ໄດ້ຮັບຄວາມໄວ້ວາງໃຈຈາກຄົນຮອບຂ້າງ ເຈົ້າຈະຊ່ວຍໃຫ້ຜູ້ຄົນສະບາຍໃຈ ແລະ ເປັນທີ່ເພີ່ງພາໄດ້ຄືກັນກັບຕົ້ນໄມ້ໃຫຍ່ທີ່ມີຮາກໜາແໜ້ນຢູ່ໃນພື້ນດິນ

B ສີເທົາ… ຄົນເຖົ້າແບບເກົ໋າໆ

ສີເຖົ່າເປັນສີຂອງທ້ອງຟ້າທີ່ຝົນໃກ້ຈະຕົກ ຫາກເຈົ້າເລືອກຂໍ້ນີ້ສະແດງວ່າເຈົ້າເປັນຄົນທີ່ມີດວງຕາເບິ່ງແຕ່ຄວາມເປັນຈິງ ເຈົ້າຄົງບໍ່ຝັນເຖິງຫຍັງທີ່ເປັນໄປບໍ່ໄດ້  ເຈົ້າຈະກາຍເປັນຄົນເຖົ້າທີ່ເກັ່ງແບບຄຣາສສິກ ຫາກທຽບກັບສິ່ງຂອງເຖິງແມ່ນຈະເປັນຂອງເກົ່າແກ່ແຕ່ມີຄຸນຄ່າ ແລະ ມີຄວາມໝາຍ ເປັນໄວສະລາທີ່ແສນສະຫງົບສຸກ

C ສີເງິນ… ຄົນເຖົ້າທີ່ເກ໋ ແລະ ທັນສະໄໝ

ສີເງິນໃຫ້ຄວາມແວວວາວສວຍງາມ ຫາກເລືອກຄໍາຕອບນີ້ສະແດງວ່າເຈົ້າສາມາດປະສົມປະສານຄວາມແຟນຕາຊີເຂົ້າກັບຄວາມເປັນຈິງໄດ້ດີ ກ່າວອີກແບບໜຶ່ງຄື ເປັນຄົນທີ່ມີຈິນຕະນາການ ແລະ ເຮຮາ ເຈົ້າອາດຈະກາຍເປັນຄົນເຖົ້າທີ່ທັນສະໄໝ ມີຄວາມເພີດເພີນໄປກັບແຟຊັ້ນ ແລະ ງານອະດິເລກ ຄົນເຖົ້າແບບນີ້ແຫຼະມັກຈະເປັນທີີ່ຮັກຂອງໄວໜຸ່ມສາວ ແລະ ມັກສະແດງໃຫ້ເຫັນເຖິງຄວາມມີີສະເໜ່ໃນໂຕເຈົ້າ

D ສີມ້ວງອົມແດງ… ເປັນຄົນເຖົ້າທີ່ມີຈິດໃຈແສນອ່ອນໂຍນ

ສີມ້ວງອົມແດງຄືອະງຸ່ນ ຫາກເຈົ້າເລືອກຄໍາຕອບນີ້ສະແດງວ່າເຈົ້າເປັນຄົນທີ່ມັກມອບຄວາມຮັກຄວາມຫ່ວງໃຍໃຫ້ກັບຄົນອື່ນ ສາມາດສົ່ງຄວາມຮັກອອກໄປໂດຍບໍ່ຫວັງສິ່ງຕອບແທນ ໂດຍທໍາມະຊາດແລ້ວເຈົ້າຈະກາຍເປັນຄົນເຖົ້າໃຈດີ ໂດຍພ້ອມທີ່ຈະກະຈາຍຄວາມຮັກໃຫ້ກັບຄົນຮອບໂຕທຸກຄົນ ເຈົ້າຈະກາຍເປັນຄົນປ໊ອບປູລ້າໃນທຸກທີ່ທີ່ເຈົ້າໄປ ຈົນຫຼາຍຄົນຕ້ອງການໃຊ້ເວລາຮ່ວມກັນກັບເຈົ້າ ແລະ ຢາກໄດ້ຮັບຄວາມອົບອຸ່ນແບບນັ້ນ

ແບ່ງປັນ