Breaking News

Love & Sex

Move on ໄວ! ບໍ່ໄດ້ແປວ່າຄົບຊ້ອນ ພຽງແຕ່ຫົວໃຈມັນພ້ອມເລີ່ມຕົ້ນໃຫມ່ແລ້ວຕ່າງຫາກ

ເລີກກັບແຟນແລ້ວພົບກັບຮັກໃຫມ່ຢ່າງໄວ ແອັດຂໍຢືນຍັນວ່າບໍ່ແມ່ນເລື່ອງຜິດໄດ້ມີການສຶກສາທີ່ຕີພິມໃນ The Journal of Positive Psychology ພົບວ່າຄົນສ່ວນໃຫຍ່ດີຈາກອາການອົກຫັກໄດ້ໃນໄລຍະເວລາ 3 ເດືອນ ແຕ່ຈະຊ້າຫຼືໄວແມ່ນຂຶ້ນຢູ່ກັບຄວາມເຂັ້ມຂຸ້ນຂອງຄວາມສຳພັນຜ່ານມາວ່າເຮົາຮັກກັນຫຼາຍນ້ອຍປານໃດ ເຊິ່ງເວລາເຮົາເລີກກັນກັບໃຜແລ້ວເຮັດໃຈໄດ້ໄວອາດເພາະເຫດຜົນດັ່ງນີ້- ເຮົາໄດ້ຄິດ ແລະ ກຽມໃຈມາດົນເເລ້ວ >> ໃນຄວາມສຳພັນອາດມີຄົນໆໜຶ່ງຈິງຈັງຫຼາຍກວ່າສະເຫມີ ແລະ ຄົນທີ່ຈິງຈັງນ້ອຍກວ່າກະຄືກັບເອົາຂາຂ້າມອອກປະຕູຂ້າງໜຶ່ງ ແລະ ຫາກເລີກກັນຕອນໃດຈຶ່ງສາມາດຕັດໃຈໄດ້ເລີຍ ດັ່ງທີ່ເຮົາພົບບາງຄູ່ທີ່ເລີກກັນອາດບໍ່ໄດ້ເພາະເລື່ອງນອກໃຈ ພຽງແຕ່ຍັງຮູ້ສຶກບໍ່ຫຼາຍພໍເລີຍອອກມາໄດ້ງ່າຍກໍ່ເທົ່ານັ້ນເອງ!- ເປັນຄົນທີ່ບໍ່ຕັ້ງກຳແພງໃດໆ >> ບາງຄົນເຈັບແລ້ວເກັບໂຕຂໍເວລາໂສດ ແຕ່ບາງຄົນໂສດແລ້ວພ້ອມມີໃຫມ່ໄດ້ເລີຍ ແລະ ມັກຈະເປັນຄົນເຟນລີ່, ເວົ້າເກັ່ງເຮັດໃຫ້ມີແຕ່ຄົນຢາກເຂົ້າຫາ ແລະ ກໍ່ບໍ່ໄດ້ຕັ້ງສະເປັກໄວ້ສູງ ສາມາດຫາຄວາມຮັກໃຫມ່ມາແທນທີ່ຄວາມເຈັບປວດໄດ້ແບບບໍ່ຕ້ອງຝືນ ເພາະເປັນຄົນຮູ້ສຶກຫວັ່ນໄຫວງ່າຍນັ້ນເອງ- ພົບກັບຄົນທີ່ຖືກໃຈ! >>ຄວາມຮັກເປັນເລື່ອງທີ່ບໍ່ມີໃຜຮູ້ລ່ວງໜ້າ ຄົນທີ່ຈະມາເປັນທີ່ດ້າມໃຈຂອງເຮົາອາດມາໃນຊ່ວງເວລາທີ່ເຮົາເອງກໍຍັງບໍ່ທັນໄດ້ຕັ້ງໂຕ ເຊິ່ງບາງຄົນຍິ່ງຊອກຫາຍິ່ງບໍ່ພົບແຕ່ພໍບອກບໍ່ເອົາກໍ່ມາໃຫ້ເຫັນຢູ່ຕໍ່ໜ້າ ຫຼັງເລີກກັບຄົນເກົ່າອາທິດຕໍ່ມາກໍອາດພົບກັບຄົນໃຫມ່ຫຼືຄົນທີ່ເລັ້ງເຮົາມາແຕ່ດົນເຊິ່ງມັນບໍ່ໄດ້ແປວ່າເຮົານອກໃຈເລີຍ! #KuanjaiMagazine

Read More »

ຄູ່ໃດເປັນແດ່? ຄວາມສຳພັນແບບທັງຮັກທັງຊັງ ຮັກກັນແຕ່ກະຕີກັນ

ຂວັນໃຈຂໍແຊ ຄວາມສຳພັນທີ່ທັງຮັກທັງຊັງ ຫຼື Love-Hate Relationship ຄືຕອນຄັ້ງຮັກກໍ່ຮັກສຸດຫົວໃຈ ຕອນຜິດກັນກໍ່ບໍ່ສົນຫຍັງທັ້ງນັ້ນ ເຊິ່ງສະແດງອອກດ້ວຍຄຳເວົ້າທຳຮ້າຍຈິດໃຈອີກຝ່າຍແບບສຸດໆ, ປະສົດປະສັນ, ຖຽງເພຶ່ອເອົາຊະນະແບບສຸດໆ, ຂຸດຄົ້ນເລື່ອງເກົ່າມາເວົ້າແບບບໍ່ມີໃຜຍອມໃຜ ຈົນໄປເຖິງລຸກລ້ຳເລທ່ອງສ່ວນຕົວຂອງກັນ ແລະ ກັນ ແລະຄາດຫວັງໃນໂຕອີກຝ່າຍຫຼາຍເກີນໄປຈົນບາງຄັ້ງເຮັດໃຫ້ເຮົາຄາດຄວາມເປັນໂຕຂອງໂຕເອງ ເຊິ່ງຖ້າປ່ອຍໄວ້ດົນກໍ່ອາດຈະເຖິງຂັ້ນເລີກລາກັນໄດ້ ດັ່ງນັ້ນຄວນເປີດໃຈລົມ ຄ່ອຍເວົ້າຄ່ອຍວ່າກັນ ປັບປ່ຽນມຸມມອງຍອມຮັບຄວາມບໍ່ສົມບູນແບບຂອງກັນ ແລະ ກັນ ສົ່ງພະລັງບວກໃຫ້ກັນ ເພຶ່ອຄວາມສຳພັນຈະເຕີບໂຕໄປນຳກັນໄດ້

Read More »

ເປັນຄູ່ຮັກສາຍຮາ ຈະຖ່າຍຮູບທໍາມະດາໄດ້ແນວໃດ!!

ຖ່າຍຮູບຄູ່ທັງທີທໍາມະດາບໍ່ໄດ້!! ຕ້ອງໃຫ້ມັນມີໂມເມັ້ນພິເສດພິເສດໆກໍຄູ່ເຮົາມັນເປັນຄູ່ຮັກສາຍກວນຂະໜາດນີ້…ໃຫ້ຖ່າຍດີໆຄົງຈະບໍ່ໄດ້! ວ່າແລ້ວກໍຊວນແຟນມາເຮັດຫຍັງຕະຫຼົກໆ ສ້າງໂມເມັ້ນສະບັບຄູ່ເຮົາດີກວ່າ ເຖິງຮູບຈະອອກມາກວນໆແຕ່ຄວາມຈິງຮັກກັນແຮງ… ບ້າໆບໍໆແຕ່ຖ້າໄດ້ເຮັດຄູ່ກັບເຈົ້າຂ້ອຍກໍມັກ ເຖິງໃຜຊິວ່າບ້າກໍຕາມ 555 ໂຊພະລັງຄວາມແຂງແຮງໃສ່ກັນໄປເລີຍ… ບ້າໆບໍໆແຕ່ກໍຮັກໝົດໃຈນະ… ຂໍພຽງໄດ້ຢູ່ນໍາກັນເຖິງຊິເບີ່ງພ້ຽນໆກະມີຄວາມສຸກ

Read More »

3 ສິ່ງທີ່ບໍ່ຄວນມີຫຼາຍເກີນໄປ ເພາະຈະເຮັດໃຫ້ຊີວິດບໍ່ມີຄວາມສຸກ

ໃນການໃຊ້ຊີວິດ ຫຼືທຸກຄວາມສໍາພັນສິ່ງໃດທີ່ຂຶ້ນຊື່ວ່າເກີນໄປເກີນຄວາມພໍດີມັັນຍ່ອມກາຍເປັນໂທດທັງນັ້ນ ແລະ 3 ສິ່ງຕໍ່ໄປນີ້ຖ້າມີຫຼາຍເກີນໄປມັນຈະເປັນອັນຕະລາຍຕໍ່ໂຕເຮົາ 1 ການເຊື່ອໃຈຫຼາຍເກີນໄປ ຄວາມເຊື່ອໃຈເປັນສິ່ງທີ່ດີຖ້າຄົນທີ່ເຮົາໃຫ້ຄວາມເຊື່ອໃຈສື່ສັດ ແຕ່ໃນບາງຄັ້ງເຮົາກໍບໍ່ຮູ້ດອກວ່າຄົນທີ່ເຮົາເຊື່ອໃຈຈະບໍ່ທໍາຮ້າຍເຮົາ ຄວາມເຊື່ອໃຈຖ້າມີຫຼາຍເກີນໄປອາດເປັນໄພຕໍ່ໂຕເຮົາກໍໄດ້ ເຊື່ອໃຈແຕ່ກໍຕ້ອງເພື່ອໃຈ ເພາະຄົນທີ່ເຈັບປວດທີ່ສຸດບໍ່ແມ່ນຄົນອື່ນຄົນໄກ ແຕ່ແມ່ນໂຕຂອງເຮົາເອງ ຜຸ້ທີ່ຊື່ສັດຕໍ່ຄວາມຮູ້ສຶກຂອງຕົນ ແລະ ເປັນເຈົ້າຂອງຄວາມໄວ້ເນື້ອເຊື່ອໃຈນັ້ນ. 2 ການຮັກຫຼາຍເກີນໄປ ແມ່ນຢູ່ວ່າຄວາມຮັກເປັນສິ່ງທີ່ດີແຕ່ການຮັກຫຼາຍເກີນໄປມັນຈະບໍ່ດີຕໍ່ຕົນເອງ ແລະ ຄວາມສໍາພັນແນ່ນອນ ການທີ່ເຮົາຮັກຄົນໆໜຶ່ງຫຼາຍເກີນໄປກັບເປັນໂຕຂອງເຮົາເອງທີ່ຕ້ອງພົບກັບຄວາມເຈັບປວດ. ມັນຈະເຮັດໃຫ້ເຮົາຍອມໃຫ້ເຂົາໄປໝົດທຸກຢ່າງແມ່ນແຕ່ຄວາມສຸກຂອງໂຕເອງ ຄວາມຮັກເຮັດໃຫ້ຄົນຕາບອດ ເບີ່ງບໍ່ເຫັນແມ່ນກະທັ້ງໂຕເອງ. ຮັກໃຫ້ໜ້ອຍລົງໃຫ້ຢູ່ໃນຄວາມພໍດີກໍໄດ້ແລ້ວ ຈາກນັ້ນມາເຕີມເຕັມສ້າງຄຸນຄ່າໃຫ້ໂຕເອງແນ່. 3 ການຄາດຫວັງຫຼາຍເກີນໄປ ຄົນເຮົາຈະດໍາເນີນຊີວິດໄປບໍ່ໄດ້ເລີຍຫາກບໍ່ມີຄວາມຫວັງ ແຕ່ການຂຶ້ນໄປສູງເທົ່າໃດຕົກລົງມາຍິ່ງເຈັບເທົ່ານັ້ນ ຄວາມຜິດຫວັງມັນເກີດຂຶ້້ນໄດ້ຕະຫຼອດ ແລະ ໃນບາງສິ່ງບາງຢ່າງເຮົາຕ້ອງປ່ອຍໃຫ້ມັນເປັນໄປຕາມທິດທາງທີ່ມັນຄວນຈະເປັນ ບໍ່ຈໍາເປັນຕ້ອງຄາດຫວັງກັບທຸກຢ່າງແລ້ວເຮົາຈະເຈັບປວດໜ້ອຍລົງ.

Read More »

ຄວາມເກງໃຈທີ່ດີຄືມີຄວາມເກງໃຈຕໍ່ຜູ້ອື່ນຢ່າງເໝາະສົມ ແລະ ສົມດູນກັບຄວາມເກງໃຈຕໍ່ໂຕເອງຢ່າງພໍດີ

ຄວາມເກງໃຈເປັນຄຸນສົມບັດຢ່າງໜຶ່ງທີ່ທຸກຄົນຄວນມີ ແລະ ຕ້ອງໄດ້ຝຶກຝົນ ບາງຄົນບໍ່ມີຄວາມເກງໃຈຕໍ່ຜູ້ອື່ນເລີຍ ອັນນີ້ກໍເປັນເລື່ອງຍາກທີ່ຈະຖືກຍອມຮັບ ເພາະມັນເປັນການເສຍມາລະຍາດ ແລະ ບໍ່ເຄົາລົບບໍ່ໃຫ້ກຽດຄົນອື່ນ ແຕ່ໃນຂະນະດຽວກັນຄວາມເກງໃຈກໍເປັນສາເຫດທີ່ເຮັດໃຫ້ເຮົາຖືກເອົາປຽບ “ຖ້າມີຫຼາຍເກີນໄປ” ເຈົ້າເຄີຍບໍ່? ຖືກຄົນອື່ນເອົາປຽບພຽງເພາະເຈົ້າເປັນຄົນຂີ້ເກງໃຈ. ຖືກຄົນອື່ນໃຊ້ໃຫ້ເຮັດວຽກແທນທັງທີ່ຄວາມຈິງເຮົາບໍ່ເຮັດກໍໄດ້ເພາະມັນບໍ່ແມ່ນໜ້າທີ່ຂອງເຮົາ. ໃນບາງຄັ້ງຕໍ່ຄິວຊື້ເຄື່ອງດົນໆແຕ່ຢູ່ໆກໍຖືກຄົນອື່ນລັດຄິວ ທັງທີ່ບໍ່ພໍໃຈແຕ່ກໍບໍ່ກ້າຮ້າຍເພາະເກງໃຈ ແລະ ຍັງມີອີກຫຼາຍໆເລື່ອງທີ່ເຮົາຖືກເອົາປຽບຈາກຄວາມເກງໃຈ ສະນັ້ນຈຶ່ງເວົ້າໄດ້ວ່າ: ຄວາມເກງໃຈມີຫຼາຍໄປກໍບໍ່ດີມີໜ້ອຍໄປກໍບໍ່ດີ ມີຢ່າງພໍດີຈຶ່ງເປັນເລື່ອງດີ ເພາະເກງໃຈຄົນອື່ນຫຼາຍເກີນໄປກໍຈະເຮັດໃຫ້ລືມເຄົາລົບໂຕເອງ ແຕ່ເກງໃຈໜ້ອຍເກີນໄປກໍຈະກາຍເປັັນຄົນທີ່ເຫັນແກ່ໂຕບໍ່ເຄົາລົບຄົນອື່ນ ສະນັ້ນຈຶ່ງຄວນເຝິກຝົນໃຫ້ຄວາມເກງໃຈຂອງເຮົາເປັນທັງການເຄົາລົບຕົນເອງ ແລະ ເຄົາລົບຄົນອື່ນພ້ອມ.

Read More »