Breaking News

ວັດທະນະທໍາ-ຮີດຄອງປະເພນີ

ຍັງມີຢູ່ບໍ່! ຄົນທີ່ຍັງບໍ່ທັນໄດ້ໄປກາບໄຫວ້ ປູ່ນາໂຄສີສຸດນາກຄະລາດ ແລະ ປູ່ສີສັດຕະນາກຄະລາດ ທີ່ວັດທົ່ງທາດ

ຢຸດເລື່ອງວຽກງານ, ເລື່ອງການຮຽນ, ເລື່ອງບ່າວ-ສາວ ແລະ ເລື່ອງອື່ນໆຮ້ອຍພັນປະການ ໄວ້ຈັກບາດສອງບາດກ່ອນ! ມື້ນີ້ Kuanjai ຈະພາມາກາບໄຫວ້ຂໍພອນນໍາອົງປູ່ພະຍານາກ ທີ່ວັດທົ່ງທາດ ສາກ່ອນເດີແຟນໆ!. ປະເທດລາວຊາວພຸດນັ້ນມີຄວາມເຊື່ອ ແລະ ນັບຖືກພະຍານາກມາແຕ່ດົນນານແລ້ວ ເຊິ່ງເຮົາຈະສັງເກດໄດ້ວ່າເກືອບທຸກວັດທົ່ວປະເທດລາວແມ່ນຈະມີຮູບປັ້ນພະຍານາກຢູ່ນໍາ. ວັດທົ່ງທາດ ເປັນວັດໜຶ່ງທີ່ໄດ້ຮັບຄວາມນິຍົມຈາກຜູ້ຄົນທີ່ພາກັນລັ່ງໄຫຼູກັນໄປກາບໄຫວ້ ເພື່ອເປັນສິລິມຸງຄົນໃຫ້ແກ່ຕົນເອງ ແລະ ຄົນທີ່ຕົນເອງຮັກ ຍ້ອນຄວາມເຫຼື້ອມໃສໃນອົງປູ່ນາໂຄສີສຸດນາກຄະລາດ ແລະ ປູ່ສີສັດຕະນາກຄະລາດ ເຊິ່ງເຊື່ອວ່າຫຼາຍຄົນທີ່ໄດ້ມາແລ້ວກໍກັບມາອີກກໍມີ. ເນື່ອງຈາດວ່າວັດນີ້ເປັນວັດທີ່ມີປະຫວັດຊື່ສຽງຂອງພະຍານາກມາດົນນານແລ້ວ ປະຊາຊົນຜູ້ໃດທີ່ໄດ້ໄປກໍພາກັນອື່ມອົກອຸ່ນໃຈ. ເຊິ່ງວ່າ ຮູບປັ້ນອົງປູ່ພະຍານາກຈະສໍາເລັດໄດ້ ແລະ ງົດງາມດັ່ງທຸກມື້ນີ້ ກໍແມ່ນມາຈາກຄວາມເຫຼື້ອມໃສສັດທາຂອງປະຊາຊົນທຸກທົ່ວສາລະທິດທີ່ມາຮ່ວມສັດທາສ້າງນໍາກັນນັ້ນເອງ. ວັດທົ່ງທາດ ແມ່ນຕັ້ງຢູ່ບ້ານຫ້ອມໃຕ້, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ຂໍ້ມູນຈາກ: FB ວັດທົ່ງທາດ ແລະ ຄໍາຄົມສອນໃຈ

Read More »

14 ຂໍ້ຫ້າມ ບຸນຊ່ວງເຮືອທ່າວັດຈັນ

ເປັນເລື່ອງທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍໃນການຈັດງານບຸນຊ່ວງເຮືອ ເພື່ອສະເຫຼີມສະຫຼອງວັນອອກພັນສາປະວໍລະນາ ເຊິ່ງອຳນາດການປົກຄອງເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເຊິ່ງເປັນເຈົ້າພາບໃນການຈັດງານ ບຸນຊ່ວງເຮືອ ໄດ້ອອກຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ ນີ້. ສຳຫຼັບ 14 ຂໍ້ຫ້າມມີດັ່ງນີ້: 1 ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດກົດໝາຍຂອງ ສປປ ລາວ2 ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ ມີດ ງ້າວ ໜ້າເກັກ ກະກູນສະໜັບມື ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານເດັດຂາດ3 ຫ້າມນຳເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ເຂົ້າມາງານເດັດຂາດ, ຫ້າມເອົາສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈຸດ ແລະ ວາງຂາຍໃນງານເດັດຂາດ. 4 ຫ້າມນຳເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື …

Read More »