Breaking News

ຄູ່ໃດເປັນແດ່? ຄວາມສຳພັນແບບທັງຮັກທັງຊັງ ຮັກກັນແຕ່ກະຕີກັນ

ແບ່ງປັນ

ຂວັນໃຈຂໍແຊ ຄວາມສຳພັນທີ່ທັງຮັກທັງຊັງ ຫຼື Love-Hate Relationship ຄືຕອນຄັ້ງຮັກກໍ່ຮັກສຸດຫົວໃຈ ຕອນຜິດກັນກໍ່ບໍ່ສົນຫຍັງທັ້ງນັ້ນ

ເຊິ່ງສະແດງອອກດ້ວຍຄຳເວົ້າທຳຮ້າຍຈິດໃຈອີກຝ່າຍແບບສຸດໆ, ປະສົດປະສັນ, ຖຽງເພຶ່ອເອົາຊະນະແບບສຸດໆ, ຂຸດຄົ້ນເລື່ອງເກົ່າມາເວົ້າແບບບໍ່ມີໃຜຍອມໃຜ ຈົນໄປເຖິງລຸກລ້ຳເລທ່ອງສ່ວນຕົວຂອງກັນ ແລະ ກັນ ແລະຄາດຫວັງໃນໂຕອີກຝ່າຍຫຼາຍເກີນໄປຈົນບາງຄັ້ງເຮັດໃຫ້ເຮົາຄາດຄວາມເປັນໂຕຂອງໂຕເອງ ເຊິ່ງຖ້າປ່ອຍໄວ້ດົນກໍ່ອາດຈະເຖິງຂັ້ນເລີກລາກັນໄດ້

ດັ່ງນັ້ນຄວນເປີດໃຈລົມ ຄ່ອຍເວົ້າຄ່ອຍວ່າກັນ ປັບປ່ຽນມຸມມອງຍອມຮັບຄວາມບໍ່ສົມບູນແບບຂອງກັນ ແລະ ກັນ ສົ່ງພະລັງບວກໃຫ້ກັນ ເພຶ່ອຄວາມສຳພັນຈະເຕີບໂຕໄປນຳກັນໄດ້

ແບ່ງປັນ