Breaking News

His Mind

ສະແດງຄວາມຍິນດີນໍາ! ຄູ່ຮັກດາລາ ຄຣິສຕີນ່າ-ວິນລີ່ ຄວ້າລາງວັນ Asian International Super Model Contest 2019 ທີ່ມາເກົ໊າ.

ສະແດງຄວາມຍິນດີນໍາ! ຄູ່ຮັກດາລາ ຄຣິສຕີນ່າ-ວິນລີ່ ຄວ້າລາງວັນ Asian International Super Model Contest 2019 ທີ່ມາເກົ໊າ. ຖືວ່າເປັນຄູ່ຮັກດາລາ ລະດັບແຖວໜ້າຂອງລາວທີ່ເໝາະສົມກັນທັງຄວາມສາມາດ, ຄວາມຫຼໍ່-ຄວາມງາມອີ່ຫຼີສໍາລັບຄູ່ຂອງ ໜຸ່ມ ວິນລີ່ ແລະ ສາວ ຄຣິສຕີນ່າ ແຖມຍັງເປັນຄູ່ຮັກທີ່ຫຼາຍໆຄົນກໍາລັງອິດສາຕາຮ້ອນຢູ່ໃນໄລຍະນີ້ ເພາະມີຮູບໂຊຄວາມຫວານອອກມາໃຫ້ແຟນຄຣັບໄດ້ຟີນກັນເປັນໄລຍະໄລຍະ ຈົນຫຼາຍຄົນລຸ້ນວ່າມື້ໃດຈະມີຂ່າວດີຈັກເທື່ອ… ແຕ່ກ່ອນທີ່ຈະມີຂ່າວດີຄື ການເຂົ້າສູ່ປະຕູວິວານັ້ນ ທັງສອງກໍໄດ້ມີຂ່າວດີກ່ອນນັ້ນມາໃຫ້ຄົນລາວ ແລະ ວົງການບັນເທີງລາວກ້າວຂຶ້ນໄປອີກຂຶ້ນຄື ທັງສອງໄດ້ໄປຄວ້າລາງວັນຈາກການເດີນແບບໃນງານ Silk Road International Fashion Week 2019 ທີ່ຈັດຂຶ້ນຢູ່ທີ່ປະເທດ ມາເກົ໊າ ໃນທ້າຍອາທິດທີ່ຜ່ານມານີ້ເອງ… ເຊິ່ງດ້ານຂອງ ສາວ ຄຣິສຕີນ່າ ແມ່ນໄດ້ຮັບລາງວັນ Excellent Model ຫຼື ລາງວັນນາງແບບດີເດັ່ນ ສ່ວນດ້ານ ໜຸ່ມວິນລີ່ ແຟນໜຸ່ມຂອງນາງກໍບໍ່ໄດ້ນ້ອຍໜ້າ ສາມາດຍາດລາງວັນ ນາຍແບບອັນດັບຕົ້ນໆຂອງ Asian …

Read More »

ສີເຫຼືອງມາແຮງ! ມິກ ແອນ ແມັດແຟຊັ່ນໂທນເຫຼືອງ (Yellow Street Style)

Hello ໝູ່ເພື່ອນ ມາອັບເດດ Trend Fashion ໃນຊ່ວງນີ້ກັນແດ່ ຊ່ວງນີ້ເລື່ອນໄປໃສໃນໜ້າຈໍມືຖືຂອງເຮົາກໍ່ຈະເຫັນໂທນເສື້ອຜ້າສີເຫຼືອງເຕັມໄປໝົດ ຊະນີIndy ກໍ່ບໍ່ລໍຊ້າໄດ້ຊອກເອົາ ແນວ Style ການແຕ່ງໂຕໃນຄອນເສັບ Yellow Style ມາຝາກໝູ່ເພື່ອນເຊັ່ນດຽວກັນ ແຕ່ຈະເປັນອອກເປັນແນວ Street ແດ່ ເພື່ອໃຫ້ໝູ່ເພື່ອນໃສ່ ແລະ ມິກ ແອນ ແມັດ ເສື້ອຜ້າໃຫ້ໃສ່ໄດ້ໃນທຸກໆມື້ ລອງມາເບິ່ງໄອເດຍຈາກເຫຼົ່າເນັດໄອດໍ້ ສາວໆຝຣັ່ງກັນເບິ່ງເດີ້ ໃຜໃສ່ໂທນສີນີ້ມັນກໍ່ຈະນຳເທຼນສຸດໆໆໆ ເຫັນໂທນສີເຫຼືອງແລ້ວເຂົ້າກັບແສງແດດບ້ານເຮົາຂະໜາດວ່າບໍ່ໝູ່ເພື່ອນ ໃຜທີ່ໃສ່ໂທນສີນີ້ ຊ່ວງນີ້ ຂໍບອກວ່ານອກຈາກຈະເດັ່ນແລ້ວ ຍັງຖ່າຍຮູບຂຶ້ນອີກນຳເດີ້ ໃຜບໍ່ແຕ່ງໂທນສີນີ້ ຊ່ວງນີ້ ລະວັງ ເອົ້າກະແສ ບໍ່ທັນເທຼນແຟຊັນກັບໝູ່ເດີ້!!! Via: IG/americanstyle

Read More »

His Mind ຈະພາສາວໆມາເຈາະໃຈ “ເປ່ເລ້” ອາຈານສອນເທຄວັນໂດ້ ແລະນາຍແບບສຸດເຈົ້າຊູ້… “ແມ່ຍິງທີ່ບໍ່ແຕ່ງຫຼາຍເກີນໄປ, ມີຄວາມເປັນທໍາມະຊາດ ຈະເຮັດໃຫ້ເຮົາຮູ້ເຖິງຕົວຕົນຂອງເຂົາໄດ້ງ່າຍກວ່າ”

ຄໍລໍາ: His Mind ສະບັບສົ່ງທ້າຍປີເກົ່າ 2017 ຕ້ອນຮັບປີໃໝ່ 2018 ນີ້ ຈະພາສາວໆມາເຈາະໃຈອາຈານສອນ ເທຄວັນໂດ້ ແລະນາຍແບບສຸດເຈົ້າຊູ້! ດວງສີວິໄລ ພິມມະສອນ (ເປ່ເລ້) ທີ່ບອກວ່າ “ແມ່ຍິງທີ່ບໍ່ແຕ່ງຫຼາຍເກີນໄປ, ມີຄວາມເປັນທໍາມະຊາດ ຈະເຮັດໃຫ້ເຮົາຮູ້ເຖິງຕົວຕົນຂອງເຂົາໄດ້ງ່າຍກວ່າ” ເປ່ເລ້ ເປັນຄົນທີ່ ມັກຮັກໃນການຫຼິ້ນກິລາຫຼາຍ ໂດຍສະເພາະກິລາ ເທຄວັນໂດ້ ຈາກຄວາມມັກກໍກ້າວຂຶ້ນມາເປັນນັກກິລາ ເທຄວັນໂດ້ ທີມຊາດ ແລະປັດຈຸບັນກໍໄດ້ຜັນຕົວມາເປັນອາຈານສອນ ເທຄວັນໂດ້ ອາຊີບແລ້ວ ພ້ອມທັງເປັນນາຍແບບຄວບຄູ່ໄປນໍາ ແລະທີ່ສໍາຄັນເພິ່ນຍັງບອກມາອີກວ່າ ສະຖານະພາບຕອນນີ້ແມ່ນ ໂສດສະນິດ ອ້າວ… ແບບນີ້ກໍເຂົ້າທາງສາວໆແລ້ວແຫຼະ! ສໍາລັບສາວໆທີ່ສົນໃຈຢາກຮູ້ຈັກກັບໜຸ່ມຄົນນີ້ເພິ່ມຕຶ່ມ ສາມາດຊອກມາທໍາຄວາມຮູ້ຈັກກັນໄດ້ໃນ ວາລະສານຂັວນໃຈ ສະບັບເດືອນທັນວາ (125) 2017 ຕາມ U Express M Point Mart ແລະ Jeffy Mart …

Read More »

ເຫັນແລ້ວຮູ້ສຶກຮ້ອນວູບວາບ! ໂປ້ ສຸພົນສາ ໜຸ່ມກ້າມໃຫ່ຍ ນິໃສດີ Profile ເລີດຂວັນໃຈສາວໆ!!!

ຊ່ວງຕົ້ນອາທິດແບບນີ້ມັນກໍຈະຫຍຸ້ງວຽກເຮັດໃຫ້ເພື່ອນໆຫຼາຍໆຄົນກໍຈະຮູ້ສຶກເບື່ອໆແດ່ ຄ້າຍໆກັບ ຊະນີIndy ທີ່ມີຄວາມເຊັງໆ  ເລີຍບໍ່ຢູ່ລ້າ… ໄປຊອກຫາອາຫານຫູອາຫານຕາມາຝາກແຟນໆທຸກຄົນ, ມາຮູ້ຈັກກັບອີກໜຶ່ງໜຸ່ມສຸດເຈົ້າຊູ້ ໜຸ່ມນັກທຸລະກິດນ້ອງໃໝ່ໄຟແຮງ ລອງມາຮູ້ຈັກກັບທ້າວເບິ່ງຮັບຮອງຈາກທີ່ເຄີຍ ເມື່ອຍໆ ເບື່ອໆ ແຟນໆຕ້ອງກັບມາຫ້າວຫັນແນ່ນອນເພາະມີຄວາມດີຕໍ່ໃຈແທ້ໆ… ຂວັນໃຈ: ແນະນຳຕົນເອງ ໂປ້: ສະບາຍດີ! ແຟນໆ ຂວັນໃຈ ຂ້າພະເຈົ້າຊື່ ສຸພົນສາ ນິຍົມ ເອີ້ນງ່າຍໆວ່າ “ໂປ້” ອາຍຸ 29 ປີ ເປັນຜູ້ອໍານວຍການສະຖາບັນການເງິນຈຸລະພາກ ຈະເລີນຊັບ (ຖືວ່າເປັນສະຖາບັນນ້ອງໃໝ່ ຫາກໍເປີດດຳເນີນທຸລະກິດ . ໂປ້ ຈົບການສຶກສາລະດັບປະລິນຍາຕີ ສາຂາ ພົວພັນການຕ່າງປະເທດ ທີ່ມະຫາວິທະຍາໄລ Dai hoc ngoai giao ປະເທດຫວຽດນາມ ແລ້ວເຂົ້າເຮັດວຽກເປັນພະນັກງານ ພະແນກຄຸ້ມຄອງສິນເຊື່ອ ທະນາຄານ ຊາຄອມແບັງ (Sacom Bank) 3 ປີ ຫຼັງຈາກນັ້ນ, …

Read More »

“ສະຈວດ” ອາຊີບທີ່ຜູ້ຊາຍຫຼາຍຄົນຢາກເປັນ ແລ້ວເຮັດແນວໃດຈະໄດ້ເປັນ “ເບັນ” ມີຄໍາຕອບໃຫ້!!!

“ສະຈວດ” ອາຊີບທີ່ຜູ້ຊາຍຫຼາຍຄົນຢາກເປັນ ແລ້ວເຮັດແນວໃດຈະໄດ້ເປັນ “ເບັນ” ມີຄໍາຕອບ!!! ຄໍລໍາ: His Mind ສໍາພາດ ອານົນສິດ ຈຸນລະມຸນຕີ (ເບັນ) ພະນັກງານຕ້ອນຮັບເທິງເຮືອບິນ (Fight attendant) ຫຼືສະຈວດຂອງສາຍການບິນລາວ ອາຊີບທີ່ຜູ້ຊາຍຫຼາຍຄົນຢາກເປັນ ແລະ ອາຊີບທີ່ເຮັດໃຫ້ແມ່ຍິງຫຼາຍຄົນຮ້ອງວ້າວ (ບ່າວສະຈວດມັກຈະຫຸ່ນດີ ແລະ ມີ Six pack) ບ່າວຄົນນີ້ມາເຮັດຫຍັງນັ້ນຫວາ? ກໍມາຖ່າຍແບບໂຊ Six pack ໃຫ້ສາວໆໄດ້ເອົາໄປນອນຝັນຫຼິ້ນໆ ແລະ ມາແນະນໍາເທັກນິກໃນການເຮັດວຽກໃຫ້ໜຸ່ມໆໄດ້ຮູ້ວ່າ ຄົນທີ່ຈະເປັນສະຈວດໄດ້ຕ້ອງມີຄຸນນະສົມບັດຫຍັງແດ່? ນອກນັ້ນ ໜຸ່ມຄົນນີ້ຍັງມີທັກສະສໍາລັບນ້ອງໆ ຫຼືຄົນທີ່ຢາກເກັ່ງ ພາສາອັງກິດ ມາຕ້ອນນໍາອີກ! ວ້າວໆໆ ເລີດ!!! ເອີ້ນໄດ້ວ່າໄດ້ປະໂຫຍດທັງສາວໆ, ໜຸ່ມໆ ແລະ ນ້ອງໆຄົບກັນອີ່ຫຼີ. ແຕ່ຖ້າຈະອ່ານ ແລະ ເບິ່ງ ອ້າຍບ່າວຄົນນີ້ແບບເຕັມຮູບແບບ ແມ່ນອ່ານໄດ້ທີ່ດຽວຄື ວາລະສານຂວັນໃຈ ສະບັບເດຶອນສິງຫາ …

Read More »