Breaking News

His Mind

ເຖິງຂັ້ນໃຈລະລາຍ! ຈ່ອນນີ້ ໄຊຍະສານ ໂຊກ້າມທ້ອງສຸດເຊັກຊີ່!!!

ເປັນກະແສຮ້ອນແຮງກັນອີກແລ້ວ!!! ສຳລັບໜຸ່ມ ສິລິວັນ ໄຊຍະສານ ຫຼື ຈ່ອນນີ້ ໝຸ່ມນາຍແບບຜູ້ທີ່ເຄີຍໄປອອກລາຍການເລືອກຄູ່ຊື່ດັງ ເທັກມີເອົ້າໄທແລນ, ຊ່ວງນີ້ໃຜທີ່ເປັນແຟນຄລັບກໍຈະເຫັນ Life-stlye  ເພາະຊ່ວງຫຼັງໆມານີ້ຖືວ່າໜຸ່ມຈ່ອນນີ້ເອົາໃຈໃສ່ຟິດຫຸ່ນ ຫຼິ້ນກ້າມ ເປັນພິເສດແດ່ ເຫັນໄດ້ເຖິງການໂພສຮູບຜ່ານສື່ອອນລາຍທີ່ຢູ່ໃນ Gym ເປັນປະຈຳ, ແຕ່ຫຼ້າສຸດ ຈ່ອນນີ້ ເຮັດໃຫ້ບັນດາເຫຼົ່າແຟນຄລັບຕ້ອງເຊັດນໍ້າລາຍ ບາງຄົນເຖິງຂັ້ນໃຈລະລາຍ (555) ເມື່ອໜຸ່ມຄົນນີ້ໂພສຮູບພາບໂຊກ້າມທ້ອງ (Six-pack) ເັຮດໃຫ້ສາວໆ ທັງສາວແທ້ ສາວທຽມເພີ້ຝັນໄປຕາມໆກັນ. ເວົ້າໄປແຟນໆຄົງຈະບໍ່ເຊື່ອ? ລອງມາເບິ່ງໃຫ້ເຫັນຕົວເອງເບິ່ງເລີຍວ່າ ໜຸ່ມ ຈ່ອນນີ້ ໄຊຍະສານ ມີຄວາມເຈົ້າຊູ້່ ແລະ ເຊັກຊີ່ເຖິງຂັ້ນໃຈລະລາຍຊໍ່າໃດ? ຮູບພາບ: omahjohn

Read More »

ນາຍແບບໜຸ່ມ ຜູ້ທີ່ມີຄວາມຝັນຢາກເປັນນັກສະແດງທີ່ດີ

ຄໍລໍາ: His Mind ສໍາພາດ ນາຍແບບໜຸ່ມ ເຕົ໋າ ຈັນທະວົງ (ເຕົ໋າ) ຜູ້ທີ່ມີຄວາມຝັນຢາກເປັນນັກສະແດງທີ່ດີ ແລະ ຢາກພັດທະນາການສະແດງໃນວົງການບັນເທິງບ້ານເຮົາ ໃຫ້ມີຄຸນນະພາບ ແລະ ເພີ່ນຍັງບອກອີກວ່າ ການເປັນນັກສະແດງທີ່ດີ ຕ້ອງກົງຕໍ່ເວລາ ມີສັດຈະ ບໍ່ຫຼາຍເລື່ອງ ຮູ້ຈັກໃຫ້ກຽດລຸ້ນອ້າຍ-ເອື້ອຍ ແລະ ລຸ້ນນ້ອງ ວ່າຊັ້ນ ສະນັ້ນ ເຊື່ອແນ່ວ່າໃນອະນາຄົດຂອງວົງການບັນເທິງບ້ານເຮົາ ອາດຈະມີໜຸ່ມຄົນນີ້ກໍ່ເປັນໄດ້ ສໍາລັບສາວໃນສະເປັກຂອງໜຸ່ມຄົນນີ້ກໍບໍ່ມີຫຍັງຫຼາຍ ເພີ່ນບອກວ່າ ມັກແມ່ຍິງທີ່ຍີ້ມຫວານ ເພາະຮອຍຍີ້ມຂອງແມ່ຍິງຈະມີສະເໜ່ທີ່ສຸດ ໂອ໋ຍໆໆ ແບບນີ້ສາວໆທີ່ໜ້າຕາທໍາມະດາ ແຕ່ຍີ້ມເກັ່ງກໍລຸ້ນກັນຫຼາຍຂື້ນເລີຍລະ ສໍາລັບລາຍລະອຽດແມ່ນສາມາດຕິດຕາມໄດ້ໃນ ວາລະສານຂັວນໃຈ ສະບັບເດຶອນມີນາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

Bank ຊາຍໜຸ່ມທີ່ມັກຄວາມທ້າທາຍ ກ້າຄິດ, ກ້າສະແດງອອກ ແລະ ມີຄວາມໝັ້ນໃຈ

Bank ຊາຍໜຸ່ມທີ່ມັກຄວາມທ້າທາຍ ກ້າຄິດ, ກ້າສະແດງອອກ ແລະ ມີຄວາມໝັ້ນໃຈ ໃນຕົວເອງສູງ ອາຍຸ 22 ປີ ຈົບຈາກວິທະຍາໄລ ຮັຕນະບໍລິຫານທຸລະກິດ. ປັດຈຸບັນ, ເປັນນາຍເເບບຮັບງານທົ່ວໄປ ຖ່າຍແບບ, ເດີນແບບໃນງານຕ່າງໆ ຍ້ອນມັກຄວາມທ້າທາຍ ໃນດ້ານວົງການບັນເທີງ ແຕ່ສຳລັບຄວາມໃຝ່ຝັນ ແມ່ນຢາກເປັນເຈົ້າຂອງທຸລະກິດສ່ວນຕົວຄືກັບ ພໍ່ ແລະ ແມ່. ແບ້ງ ເອົາໃຈ ໃສ່ໃນການສຶກສາ ເພາະການສຶກສາແມ່ນການຮຽນຮູ້ຂອງທຸກສິ່ງທຸກຢ່າງເພື່ອນຳມາໃຊ້ໃນຊີວິດປະຈຳວັນ ແລະ ອະນາຄົດໄດ້. ກິລາທີ່ມັກ ແມ່ນກິລາປະເພດ ລຸຍລຸຍ ເເລະ ໃຊ້ກຳລັງ ເຊັ່ນ: Motocross ແລະ Fitness ເປັນຕົ້ນ ເພາະເປັນຜູ້ຊາຍສ່ວນຫຼາຍມັກຄວາມທ້າທາຍສະເໝີ. ໂກວິດ ມຸ່ຍອຸດົມເດດ Kovith MOUIOUDOMDETH (Bank)

Read More »

ໜຸ່ມສຸດເຈົ້າຊູ້ ທີ່ມີຄວາມຮັກໃຫ້ກັບ “ຄົນຮັກ” ທີ່ສາວໆຕ້ອງອິດສາ

ຄຳອ້າຍ ແສງພະຈັນ (ອ້າຍ) ອາຍຸ 24 ປີ ຈົບປະລິນຍາຕີຄະນະເສດຖະສາດ-ບໍລິຫານທຸລະກິດ ແລະ ກຳລັງຮຽນພາສາຈີນ ເພື່ອສຶກສາຕໍ່ປະລິນຍາໂທ ຢູ່ນະຄອນຫຼວງຊຽງໄຮ ປະເທດຈີນ. ຜົນງານທີ່ຜ່ານມາເຄີຍຖ່າຍແບບໃຫ້ກັບ ຮ້ານ ມູ ເວີ ມ໋ອງ ຮ້ານຕັດຊຸດສູດສຳລັບທ່ານຊາຍ. ສຳລັບ ກິລາທີ່ມັກແມ່ນຕີດອກປີກໄກ່ ແລະ ເຂົ້າຟິດເນັດເປັນປະຈຳເພື່ອຮັກສາສຸຂະພາບ. ສິ່ງທີ່ເຮັດໃຫ້ອ້າຍມີຄວາມສຸກແມ່ນການທີ່ໄດ້ຢູ່ກັບຄອບຄົວ, ຄົນທີ່ຮັກ ແລະ ໝູ່ເພື່ອນທີ່ຮູ້ໃຈ.     ບໍ່ໄດ້ມັກຜູ້ຍິງທີ່ໜ້າຕາງາມ ແຕ່ມັກທີ່ຈິດໃຈຫຼາຍກວ່າ ເພາະຜູ້ຍິງທີ່ງາມໆ ແນ່ນອນຕ້ອງມີຄົນສົນໃຈ, ມາມັກ ມາຈີບຫຼາຍ ແລະ ອາດຈະເຮັດໃຫ້ເຮົາເສຍໃຈໃນອະນາຄົດ. ເພາະຄົນງາມ ອາດຈະເລືອກຄົນເຈົ້າຊູ້ກວ່າ, ຖານະດີກວ່າເຮົາກໍເປັນໄປໄດ້.  ເພາະວ່າ ອ້າຍ ຖ້າຕົກລົງຄົບໃຜ ຮັກໃຜແລ້ວ ກໍຢາກຈິງຈັງຈິງໃຈຕໍ່ກັນຕະຫຼອດໄປ ບໍ່ຢາກເສຍເວລາກັບຄົນທີ່ບໍ່ຮັກຈິງ. ນິຍາມຄຳວ່າຮັກສຳລັບຕົນເອງໃຫ້ຮູ້ແນ່? ຄວາມຮັກແມ່ນຄວາມຮູ້ສຶກພາຍໃນທີ່ຈະສາມາດບົ່ງບອກວ່າ ເມື່ອເຮົາຢູ່ນຳກັນແລ້ວບໍ່ອຶດອັດ, ສາມາດເປັນໂຕຂອງຕົນເອງ, ຢູ່ແລ້ວມີຄວາມສຸກ …

Read More »

ໜຸ່ມອາ​ລົມ​ດີ, ຕະຫຼົກ​ເຮ​ຮາ ​ຄຳ​ເວົ້າຄຳ​ຈາ​ສາມາດ​ດຶງ​ດູດ​ໃຈ​ຂອງສາວໆຫຼາຍໆ​ຄົນ

ທະນົງສິດ ດວງປັນຍາ (ບິກ) ອາຍຸ 24 ປີ ຮຽນຈົບການສຶກສາປະລິນຍາຕີທີ່ສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງ ປີ 2015, ເປັນນັກເດີນແບບໃນເວທີຕ່າງໆ ເຊັ່ນ: ງານແນະນຳສິນຄ້າໃໝ່, ເຄື່ອງນຸ່ງ ແລະ ອື່ນໆ. ບິກ ເປັນຄົນທີ່ມີຄວາມຕັ້ງໃຈ ແລະ ຈິງຈັງກັບທຸກໆຢ່າງ ເຖິງວ່າບາງສິ່ງບາງຢ່າງຈະບໍ່ລື້ງເຄີຍ ແລະ ບໍ່ເກັ່ງ ແຕ່ ບິກ ກໍ່ຍັງຕັ້ງໃຈເຮັດສິ່ງນັ້ນໃຫ້ດີທີ່ສຸດ. ອະນາຄົດ ບິກ ຢາກເປັນພະນັກງານ, ຢາກມີທຸລະກິດຕົນເອງ ເປັນຮ້ານຂາຍເຄື່ອງນ້ອຍໆ ຢູ່ກັບຄອບຄົວ ແລະ ຢາກມີລູກ 3 ຄົນ.   ເຈົ້າຄິດແນວໃດ ທີ່ຜູ້ຍິງຢາກສັນຍະກຳ ? ໂດຍສ່ວນຕົວ ຕົນເອງເປັນຄົນບໍ່ມັກຜູ້ຍິງສັນຍາກຳ ແຕ່ຖາມວ່າຄິດແນວໃດກັບເລື່ອງນີ້ ກໍບໍ່ໄດ້ຄິດຫຍັງຫລາຍ ເພາະເຂົາເຈົ້າມີເງິນ ກໍຢາກເຮັດໃຫ້ຕົນເອງງາມຂຶ້ນ, ມີບຸກຄະລິກທີ່ດີ ແລະ ເພີ່ມຄວາມໝັ້ນໃຈ ເລື່ອງສັນຍາກຳໃນສະໄໝນີ້ …

Read More »