Breaking News

ໜຸ່ມສຸດເຈົ້າຊູ້ ທີ່ມີຄວາມຮັກໃຫ້ກັບ “ຄົນຮັກ” ທີ່ສາວໆຕ້ອງອິດສາ

ແບ່ງປັນ

ຄຳອ້າຍ ແສງພະຈັນ (ອ້າຍ) ອາຍຸ 24 ປີ ຈົບປະລິນຍາຕີຄະນະເສດຖະສາດ-ບໍລິຫານທຸລະກິດ ແລະ ກຳລັງຮຽນພາສາຈີນ ເພື່ອສຶກສາຕໍ່ປະລິນຍາໂທ ຢູ່ນະຄອນຫຼວງຊຽງໄຮ ປະເທດຈີນ. ຜົນງານທີ່ຜ່ານມາເຄີຍຖ່າຍແບບໃຫ້ກັບ ຮ້ານ ມູ ເວີ ມ໋ອງ ຮ້ານຕັດຊຸດສູດສຳລັບທ່ານຊາຍ. ສຳລັບ ກິລາທີ່ມັກແມ່ນຕີດອກປີກໄກ່ ແລະ ເຂົ້າຟິດເນັດເປັນປະຈຳເພື່ອຮັກສາສຸຂະພາບ. ສິ່ງທີ່ເຮັດໃຫ້ອ້າຍມີຄວາມສຸກແມ່ນການທີ່ໄດ້ຢູ່ກັບຄອບຄົວ, ຄົນທີ່ຮັກ ແລະ ໝູ່ເພື່ອນທີ່ຮູ້ໃຈ.

 

14593533_1133960986693106_1472617720_n

 

ບໍ່ໄດ້ມັກຜູ້ຍິງທີ່ໜ້າຕາງາມ ແຕ່ມັກທີ່ຈິດໃຈຫຼາຍກວ່າ

ເພາະຜູ້ຍິງທີ່ງາມໆ ແນ່ນອນຕ້ອງມີຄົນສົນໃຈ, ມາມັກ ມາຈີບຫຼາຍ ແລະ ອາດຈະເຮັດໃຫ້ເຮົາເສຍໃຈໃນອະນາຄົດ. ເພາະຄົນງາມ ອາດຈະເລືອກຄົນເຈົ້າຊູ້ກວ່າ, ຖານະດີກວ່າເຮົາກໍເປັນໄປໄດ້.  ເພາະວ່າ ອ້າຍ ຖ້າຕົກລົງຄົບໃຜ ຮັກໃຜແລ້ວ ກໍຢາກຈິງຈັງຈິງໃຈຕໍ່ກັນຕະຫຼອດໄປ ບໍ່ຢາກເສຍເວລາກັບຄົນທີ່ບໍ່ຮັກຈິງ.

14694717_1133961120026426_1036171303_n

ນິຍາມຄຳວ່າຮັກສຳລັບຕົນເອງໃຫ້ຮູ້ແນ່?

ຄວາມຮັກແມ່ນຄວາມຮູ້ສຶກພາຍໃນທີ່ຈະສາມາດບົ່ງບອກວ່າ ເມື່ອເຮົາຢູ່ນຳກັນແລ້ວບໍ່ອຶດອັດ, ສາມາດເປັນໂຕຂອງຕົນເອງ, ຢູ່ແລ້ວມີຄວາມສຸກ ມັນເລີຍເຮັດໃຫ້ເຮົາສາມາດເຮັດທຸກຢ່າງເພື່ອຈະໃຫ້ໄດ້ຢູ່ນຳກັນຕະຫຼອດໄປ. ເຖິງວ່າຈະມີປາກສຽງກັນ ຍ້ອນຄວາມບໍ່ເຂົ້າ ໃຈກັນບາງຢ່າງ ແຕ່ກໍຈະສາມາດປັບຕົວເຂົ້າກັນໄດ້.

 

14699813_1133960980026440_1672611423_n

ຜູ້ຊາຍ ເປັນຫຍັງຜູ້ຊາຍຈຶ່ງເຈົ້າຊູ້ ?

ຄິດວ່າເວລາທີ່ຜູ້ຊາຍໄປຫຼິ້ນໄປທ່ຽວແລ້ວມັກຈະພົບເຫັນ ຜູ້ຍິງຄົນອື່ນອາດງາມກວ່າແຟນຕົນເອງ ກໍເລີຍຢາກຮູ້ຈັກ, ຢາກລົມນໍາ ແຕ່ບາງທີບໍ່ໄດ້ຄິດຈະຈິງຈັງ, ບາງຄົນໄດ້ລົມໄປແລ້ວຮູ້ສຶກວ່າມັນບໍ່ແມ່ນ ແລະ ເຂົ້າກັນບໍ່ໄດ້ ເຊິ່ງໂຕນີ້ອາດຈະແມ່ນຄວາມຫຼົງໄຫຼໃນຄວາມງາມຂອງຜູ້ຍິງຄົນນັ້ນກໍເປັນໄປໄດ້. ອີກຢ່າງໜຶ່ງກໍຄິດວ່າ ຍ້ອນຕົວຂອງຜູ້ຊາຍເອງແນ່ທີ່ ບໍ່ມີຄຳວ່າ ພໍໃຈ ໃຫ້ກັບຕົວເອງທີ່ມີຢູ່ ຢາກໄດ້ແຟນທີ່ງາມ ດີກວ່າ ປະມານນີ້ 555 ( ບໍ່ໄດ້ລວມຕົນເອງຢູ່ນຳເດີ ເລື່ອງນີ້)

 

ສຸດທ້າຍ ກໍຕ້ອງຂອບໃຈກັບຜູ້ອ່ານຫຼາຍໆທີ່ອ່ານເລື່ອງລາວຂອງ ອ້າຍ ແຕ່ຕົ້ນຈົນຈົບ. ຂໍຝາກຜົນງານການຖ່າຍແບບໃນວາລະສານຂວັນໃຈ ຄັ້ງທຳອິດຂອງອ້າຍແນ່ ແລະ ຖ້າຢາກຕິດຕາມ, ຮູ້ຈັກກັບ ອ້າຍ ຫຼາຍຂຶ້ນກວ່ານີ້ກໍສາມາດເຂົ້າໄປຕິດຕາມ ກົດ Like ແລະComment ໄດ້ທີ່ Facebook ສ່ວນຕົວ Aiy sengphachanh

14694864_1133960933359778_922810245_n

ໂດຍ: ປູແປ້ງ ສຸມິດສາ

ແບ່ງປັນ