Breaking News

ສຸດສະເທືອນ!!! ເມື່ອນັກສະແດງສາວ ຊົງຢູຈອງ ໄດ້ເສຍຊີວິດແລ້ວ…

ແບ່ງປັນ

ຊ໋ອກທັງວົງການບັນເທີງທົ່ວໂລກ ນັກສະແດງສາວ ຊົງຢູຈອງ ເສຍຊີວິດ ກະທັນຫັນ ໃນອາຍຸພຽງ 26 ປີ ເຊິ່ງຕົ້ນສັງກັດ Sublime Artist ອອກມາຢືນຢັນຂ່າວຮ້າຍນີ້ວ່າ: ຊົງຢູຈອງ ໄດ້ເສຍຊີວິດໃນວັນທີ 23 ມັງກອນ 2021 ທີ່ຜ່ານມາ ແຕ່ບໍ່ໄດ້ເປີດເຜີຍສາເຫດການເສຍຊີວິດ ເຊິ່ງໃນວັນທີ 25 ມັງກອນ 2021 ໄດ້ມີພິທີໄວ້ອາໄລ ຈັດຂຶ້ນທີ່ ສູນແພດກັງນໍາ ໃນກຸງໂຊ.

ຊົງຢູຈອງ ເລີ່ມຕົ້ນເປັນທີ່ຮູ້ຈັກໃນຖານະນາງແບບເຄື່ອງສໍາອາງ ກ່ອນທີ່ຈະມາເປັນນັກສະແດງ ທີ່ມີຜົນງານ ຊີລີ Golden Rainbow ໃນປີ 2013 ແລະ ຕາມດ້ວຍຜົນງານອີກຫຼາກຫຼາຍເຊັ່ນ: ຊີລີ Make Your Wish , School 2017 , MV ເພງ Goodbye Road ຂອງວົງ iKON ແລະ ອື່ນໆ.

ແບ່ງປັນ