Breaking News

ຂ່າວບັນເທີງນອກປະເທດ

ຄຽດໃຫ້ແຟນແລ້ວໄປລັກລີ້ຢູ່ໃນທໍ່ລະບາຍນ້ຳເຮັດໃຫ້ອ່ອນເພຍໜັກເພາະອົດເຂົ້າອົດນ້ຳເປັນເວລາ 4 ມື້

ສຳນັກຂ່າວຈ່າງປະເທດໄທລາຍງານວ່າ ວັນທີ 12 ພະຈິກ 2022 ຜູ້ເປັນສາມີຊື່ ທ້າວ ວິທະນາ ອາຍຸ 36 ປີ ໄດ້ອອກຊອກຫາຜູ້ເປັນພັນລະຍາ ນາງ ຈຳ ອາຍຸ 21 ປີ ພາຍຫຼັງທີ່ລາວໄດ້ຫາຍໂຕອອກຈາກບ້ານໄປໃນຊ່ວງສວາຍຂອງວັນທີ 8 ພະຈິກ. ຫຼັງຈາກທີ່ນາງ ຈຳ ໄດ້ຫາຍໂຕໄປ ຜູ້ເປັນສາມີພ້ອມກັບພີ່ນ້ອງ ແລະ ປະຊາຊົນພາຍໃນບ້ານ ໄດ້ຊ່ວຍກັນອອກຊອກຫາ. ຈົນມາເຖິງວັນທີ 12 ພະຈິກ ເວລາປະມານ 14:45 ໂມງ ຜູ້ຊ່ວຍນາຍບ້ານໄດ້ພົບເຫັນຮອຍຕີນຢູ່ບໍລິເວນແອ່ງນ້ຳຈຶ່ງເຂົ້າໄປສ່ອງຢູ່ບໍລິເວນທໍ່ລະບາຍນ້ຳ ຂະໜາດເສັ້ນຜ່າສູນກາງ 1,20 ແມັດ ແລ້ວໄດ້ພົບຍິງສາວຢູ່ໃນນັ້ນ ແລະ ຫຼາຍຄົນກໍ່ໄດ້ເຂົ້າໄປໂນ້ມນ້າມ ແຕ່ຜູ້ກ່ຽວກໍບໍ່ອອກມາ. ສຸດທ້າຍຜູ້ເປັນສາມີ ຕ້ອງໄດ້ເຂົ້າໄປຂໍໂທດ ແລ້ວຄານເຂົ້າໄປອຸ້ມໂຕອອກມາຈາກທໍ່ ກ່ອນທີ່ຈະນຳໂຕສົ່ງໂຮງໝໍ ເພາະມີອາການອ່ອນເພຍ ຍ້ອນບໍ່ໄດ້ກິນເຂົ້າມາຫຼາຍມື້. ທາງດ້ານພໍ່ຂອງຜູ້ເປັນສາມີໄດ້ເລົ່າວ່າ ໃນມື້ເກີດເຫດລູກຊາຍຂອງຕົນໄດ້ຫຼິ້ນໃຊ້ມືສັບໝາກກອກພັນລະຍາ ແລ້ວບໍ່ຍອມຂໍໂທດ …

Read More »

ຄະດີສຸດແປກ! ໜຸ່ມອິນເດຍເຊື່ອງແຟນສາວໄວ້ໃນເຮືອນຍາວນານເຖິງເຖິງ 11 ປີ ພໍ່ແມ່ຢູ່ນຳກັນຍັງບໍ່ຮູ້

The Sun Tabloid ສື່ຊື່ດັງອັງກິດ ໄດ້ລາຍງານຂ່າວສຸດເຫຼືອເຊື້ອຂອງຫນຸ່ມອິນເດຍທີ່ໄດ້ເຊື່ອງແຟນສາວຂອງໂຕເອງໄວ້ພາຍໃນເຮືອນໂດຍໄດ້ມີການອາໄສຢູ່ຮ່ວມກັນກັບພໍ່ແມ່ ເປັນເວລາ 11 ປີ ໂດຍທີ່ບໍ່ມີໃຜໃນຄອບຄົວຮູ້ເລີຍ ໜຸ່ມຄົນດັ່ງກ່າວຊື້ລາມັນ ອາຍຸ 34 ປີ ກັບແຟນສາວຊື້ ສາຊິຕາ ອາຍຸ 28 ປີ ທັງຄູ່ເປັນຄົນອິນເດຍ ທັງຄູ່ເຄີຍໜີໄປນຳກັນໃນປີ2010 ເຫດຜົນຝ່າຍຊາຍຄິດຍ້ານວ່າຄອບຄົວຈະບໍ່ຍອມຮັບແຟນຂອງເຂົາເພາະນັບຖືຄົນລະສາດສະໜາກັນ ຫຼັງຈາກໜີໄປໄດ້ບໍ່ດົນກໍ່ໄດ້ພາແຟນສາວເຂົ້າມາຢູ່ໃນບ້ານຂອງຕົນ ໂດຍທີ່ບໍ່ໄດ້ບອກໃຫ້ພໍ່ແມ່ຮູ້ ໂດຍທັງຄູ່ໄດ້ອາໄສຢູ່ພາຍໃນຫ້ອງນອນຮ່ວມກັນເປັນເວລາ 11 ປີ ລາຍງານລບະບຸວ່າລາມັນ ຈະລັອກປະຕູຫ້ອງນອນໄວ້ທຸກຄັ້ງທີ່ເຂົາອອກຈາກບ້ານ ແລະ ຍັງໃຊ້ກະແສໄຟຟ້າປ້ອງກັນໄວ້ທີ່ປະຕູຢ່າງແໜ້ນໜາ ໃນເວລາທີ່ສາຈິຕາຈະອອກໄປທາງນອກແມ່ນໃຊ້ທາງ ປະຈູປ້ອງຢ້ຽມເທົ່ານັ້ນ ເລື່ອງລາວຖືກເປີດເຜີຍຂຶ້ນເນື່ອງຈາກພໍ່ແມ່ຝ່າຍຍິງໄດ້ແຈ້ງຄວມຄົນຫາຍໄວ້ໃນ11 ປີກ່ອນ ໂດຍຕຳຫຼວດໄດ້ສືບສວນມາຈົນຮູ້ຄວາມຈິ່ງ ແລະ ທັງຄູ່ກໍ່ໄດ້ຍອມຮັບໄດ້ລັກອາໄສຢູ່ຮ່ວມກັນ ສຸດທ້າຍສານກໍໄດ້ຕັດສິນໃຫ້ທັງຄູ່ຢູ່ຮ່ວມກັນໄດ້ຢ່າງມີຄວາມສຸກ

Read More »

ຕົ້ນສັງກັດ ຫວັງອີ້ປໍ ແຈ້ງຄວາມຜູ້ບໍຫວັງດີເຜີຍແພ່ຂ່າວລືດາລາໜຸ່ມເປັນຊາຍຂາຍບໍລິການ, ຊື່ບໍລິການ

ຕົ້ນສັງກັດ ຫວັງອີ້ປໍ ນັກສະແດງຊື່ດັງຂອງຈີນ ເຂົ້າແຈ້ງຄວາມກໍລະນີຜູ້ບໍຫວັງດີເຜີຍແພ່ຂ່າວລືດາລາໜຸ່ມເປັນຊາຍຂາຍບໍລິການ, ຊື່ບໍລິການຖ້າເວົ້າເຖິງນັກສະແດງຈີນ ຫວັງອີປໍຄືລະດັບ TOP 5 ໃນນັກສະແດງຈີນ ເຊິ່ງໃນຕອນເຊົ້າ 13 ກັນຍາ ວົງການບັນເທິງຈີນປັ່ນປວນເນື່ອງຈາກມີຜູ້ບໍ່ຫວັງດີຈາກຫຼາຍໆແຫຼ່ງຂ່າວໃນຈີນປ່ອຍຂ່າວລືພາດພິງວ່າ ຫວັງອີ້ປໍ ເປັນ Sex Worker (ຂາຍບໍລິການ) , ຊື້ບໍລິການ ແລະ ມີຄົນລ້ຽງ ໂດຍການເຊື່ອມໂຍງ ຫວັງອີ້ປໍ ກັບດາລາດັງ ຫລີ່ອີ້ເຟິງທີ່ລ່າສຸດຖືກແຈ້ງຂໍຫາຊື້ບໍລິກນທາງເພດ ເຊິ່ງສ້າງຄວາມເຊື່ອມເສຍໃຫ້ໃຫ້ດາໜຸ່ມເປັນຢ່າງສູງ ຕົ້ນສັງກັດໄດ້ແຈ້ງຈົດໝາຍຖະແຫຼ່ງການ ວ່າ ດາລາໜຸ່ມບໍ່ໄດ້ມີພຶດຕິກຳທີ່ຖືກກ່າວ ແລະບໍ່ໄດ້ຮູ້ຈັກກັບດາລາ ແຊຫລີ ທີ່ຖືກພາດພິງ ເຊິ່ງທາງບໍລິສັດກໍ່ຈະໄດ້ດຳນານການຕາມລະບຽບກົບໝາຍກັບຜູ້ບໍ່ຫວັງດີຢ່າງເດັດຂາດ ເພຶ່ອຮຽກຮ້ອງຄວາມເປັນທຳໃຫ້ແກ່ ຫວັງອີປໍ ອ້າງອີງ : 乐华娱乐

Read More »

ສ່ອງ!!!​ ສາວງາມ ນາງແບບສຸດເຊັກຊີ່ ສາວ ເຈສຊີ່ ວາດ ຈາກປະເທດອັງກິດ

ມາຮູ້ຈັກ!!! ກັບສາວຄົນນີ້ໃຫ້ຫຼາຍຂຶ້ນ ເຈສຊີ່ ວາດ ນາງແບບຊື່ດັງຈາກປະເທດອັງກິດ ເຈສຊີ່ ໄດ້ມາອາໄສຢູ່ທີ່ະເທດໄທເປັນຫຼາຍປີແລ້ວ ຈົນເຮັດໃຫ້ເວົ້າພາສາໄທໄດ້ຢ່າງຄ່ອງແຄ້ວ ແລະ ເປັນທີ່ຮຸ້ຈັກກັນດີໃນນາມນາງແບບສຸດເຊັກຊີ່ ແລະ ບໍ່ພຽງແຕ່ເປັນນາງແບບເທົ່ານັ້ນ ເຈສຊີ່ ຍັງມີຄວາມສາມາດອີກດ້ານນັ້ນກໍຄືການຮ້ອງເພງ ທີ່ໄປເວທີໃດກໍສາຍແວວປັງສຸດໆ…​ມືນີ້ຂວັນມໃຈຈະພາແຟນໆມາຮຸ້ຈັກກັບສາວຄົນນີ້ກັນເລີຍ!!!

Read More »

ຮືຮາ!!! ວົງການບັນເທິງນາງງາມທົ່ວໂລກ “ນາງງາມສີລັງກາ” ປີ 2020 ຖືກຖອດມົງອອກຈາກຫົວ

ກໍາລັງເປັນກະແສຮ້ອນແຮງໃນຕອນນີ້ ສາວງາມເຈົ້າຂອງຕໍາແໜ່ງ “ມີສສີລັງກາ” ຖືກນາງງາມລຸ້ນເອື້ອຍຖອດມຸງກຸດເອົາໄປສວມໃສ່ໃຫ້ຮອງອັນດັບ 1 ແຖມຍັງເປີດເຜີຍເລື່ອງທີ່ນາງໄດ້ຢ່າຮ້າງກັບສາມີ ເຮັດໃຫ້ຂາດຄຸນສົມບັດ ເຊິ່ງເຫດການນີ້ຈຶ່ງເຮັດໃຫ້າງໄດ້ຮັບບາດເຈັບບ່ອນຫົວອີກດ້ວຍ ໃນວັນອາທິດທີ່ 4 ເມສາ 2021 ຜ່ານມາ ຫຼັງຈາກທີ່ສວມມົງບໍ່ດົນ ແຄໂຮໄລ໌ ຈູຮີ ນາງງາມລຸ້ນເອື້ອຍເຈົ້າຂອງຕໍາແໜ່ງ ມືສຊີສສີລັງກາ ປີ 2019 ຊື່ງປັດຈຸບັນຍັງຄອງມຸງກຸດ ມີສຊີສເວີ 2020 ກໍຍ່າງເຂົ້າມາຖອດມຸງກຸດອອກຈາກຫົວຂອງ ເດ ຊີລວາ ໄປສວມໃຫ້ຮອງອັນດັບ 1 ແທນ ພ້ອມທັ້ງປະກາດວ່າເດ ຊີລວາ ເປັນຜູ້ຂາດຄຸນສົມບັດ ເນື່ອງຈາກວ່າມີສາມີ ແລະ ຢ່າຮ້າງກັນແລ້ວ ຈູຮີ ໄດ້ບອກກັບຜູ້ຊົມທີ່ກໍາລັງຮັບຊົມການປະກວດວ່າ ກົດຂອງເວທີນີ້ຫ້າມແມ່ຍິງທີ່ມີສາມີ ແລະ ແຕ່ງງານ ເຂົ້າປະກວດ ດັ່ງນັ້ນຈຶ່ງຕ້ອງຍົກມຸງກຸດໃຫ້ຮອງອັນດັບ 1 ແທນ ຮັບຊົມວິດີໂອດ້ານລຸ່ມນີ້: ແຕ່ເລື່ອງນີ້ຍັງບໍ່ຈົບ ຜູ້ອໍານວຍການກອງປະກວດ ມີສຊີສສີລັງກາ ໄດ້ຍືນຍັນກັບ BBC …

Read More »