Breaking News

ຮືຮາ!!! ວົງການບັນເທິງນາງງາມທົ່ວໂລກ “ນາງງາມສີລັງກາ” ປີ 2020 ຖືກຖອດມົງອອກຈາກຫົວ

ແບ່ງປັນ

ກໍາລັງເປັນກະແສຮ້ອນແຮງໃນຕອນນີ້ ສາວງາມເຈົ້າຂອງຕໍາແໜ່ງ “ມີສສີລັງກາ” ຖືກນາງງາມລຸ້ນເອື້ອຍຖອດມຸງກຸດເອົາໄປສວມໃສ່ໃຫ້ຮອງອັນດັບ 1 ແຖມຍັງເປີດເຜີຍເລື່ອງທີ່ນາງໄດ້ຢ່າຮ້າງກັບສາມີ ເຮັດໃຫ້ຂາດຄຸນສົມບັດ ເຊິ່ງເຫດການນີ້ຈຶ່ງເຮັດໃຫ້າງໄດ້ຮັບບາດເຈັບບ່ອນຫົວອີກດ້ວຍ

ໃນວັນອາທິດທີ່ 4 ເມສາ 2021 ຜ່ານມາ ຫຼັງຈາກທີ່ສວມມົງບໍ່ດົນ ແຄໂຮໄລ໌ ຈູຮີ ນາງງາມລຸ້ນເອື້ອຍເຈົ້າຂອງຕໍາແໜ່ງ ມືສຊີສສີລັງກາ ປີ 2019 ຊື່ງປັດຈຸບັນຍັງຄອງມຸງກຸດ ມີສຊີສເວີ 2020 ກໍຍ່າງເຂົ້າມາຖອດມຸງກຸດອອກຈາກຫົວຂອງ ເດ ຊີລວາ ໄປສວມໃຫ້ຮອງອັນດັບ 1 ແທນ ພ້ອມທັ້ງປະກາດວ່າເດ ຊີລວາ ເປັນຜູ້ຂາດຄຸນສົມບັດ ເນື່ອງຈາກວ່າມີສາມີ ແລະ ຢ່າຮ້າງກັນແລ້ວ

ຈູຮີ ໄດ້ບອກກັບຜູ້ຊົມທີ່ກໍາລັງຮັບຊົມການປະກວດວ່າ ກົດຂອງເວທີນີ້ຫ້າມແມ່ຍິງທີ່ມີສາມີ ແລະ ແຕ່ງງານ ເຂົ້າປະກວດ ດັ່ງນັ້ນຈຶ່ງຕ້ອງຍົກມຸງກຸດໃຫ້ຮອງອັນດັບ 1 ແທນ

ຮັບຊົມວິດີໂອດ້ານລຸ່ມນີ້:

ແຕ່ເລື່ອງນີ້ຍັງບໍ່ຈົບ ຜູ້ອໍານວຍການກອງປະກວດ ມີສຊີສສີລັງກາ ໄດ້ຍືນຍັນກັບ BBC ວ່າ ມຸງກຸດໄດ້ຖືກມອບຄືນໃຫ້ແກ່ ເດ ຊີລວາ ໃນວັນທີ 06 ເມສາ ທີ່ຜ່ານມາ ພ້ອມລະບຸວ່າທາງກອງປະກວດຂໍປະມານພຶດຕິກໍາທີ່ບໍ່ເໝາະສົມຂອງ ແຄໂຮໄລ໌ ຈູຮີ ອະດີດ ມີສຊີສສີລັງກາ ປີ 2019 ແລະ ຈະດໍາເນີນການສອບສວນທີ່ມາທີ່ໄປຂອງເລື່ອງນີ້.

ແບ່ງປັນ