Breaking News

ກິນເຈ ມີແຕ່ແປ້ງແລ້ວບໍ່ຕຸ້ຍຫວ໋າ??? ກິນເຈແນວໃດບໍ່ໃຫ້ຕຸ້ຍ ມາເບິ່ງວິທີກັນ…

ແບ່ງປັນ

ມີຄຳຖາມທີ່ໜ້າສົນໃຈວ່າ ຖ້າບໍ່ກິນຊີ້ນແລ້ວປ່ຽນໄປກິນແປ້ງ ເຊິ່ງເປັນສ່ວນປະກອບຫຼັກຂອງອາຫານເຈຈະເຮັດໃຫ້ສົ່ງຜົນເສຍຕໍ່ຮ່າງກາຍຫຼືບໍ່? ໂດຍສະເພາະໝູ່ເພື່ອນທີ່ກຳລັງຄວບຄຸມນໍ້າໜັກ ຍິ່ງສົນໃຈວ່າຈະເປັນການຍິ່ງເພີ່ມນໍ້າໜັກ ຫຼືບໍ່? ດັ່ງນັ້ນ!!! ໃນມື້ນີ້ເຮົາລອງມາທຳຄວາມຮູ້ຈັກ ແລະ ເບິ່ງວິທີກິນເຈແນວໃດບໍ່ໃຫ້ຕຸ້ຍກັນດີກວ່າ!!!

1. ເລືອກກິນເຂົ້າທີ່ບໍ່ຂັດສີ ເຊັ່ນ ເຂົ້າກ້ອງ ເຂົ້າໜົມປັງແປ້ງໂຮມວີສ ໝາກເດືອຍ ທັນຍະພືດຕ່າງໆ ເມື່ອຮ່າງກາຍຍ່ອຍອອກມາເປັນແປ້ງທີ່ພ້ອມດູດຊຶມ ນໍ້າຕານກໍ່ບໍ່ສູງຈົນເກີນໄປ ເມື່ອທຽບກັບປະລິມານທີ່ເທົ່າກັນຂອງເຂົ້າ ແລະ ແປ້ງຂັດຂາວ

รวมร้านอาหารสำหรับคนชอบทานอาหารเจ

2. ເລືອກຜັກປະເພດໃບ ເພາະຜັກປະເພດໃບຈະມີຄຣາໂບໄຮເດດໜ້ອຍກວ່າພືດປະເພດຫົວ ດັ່ງນັ້ນການກິນຜັກໃບຈະເຮັດໃຫ້ເຮົາໄດ້ພະລັງງານ ແລະ ປະລິມານແປ້ງທີ່ໜ້ອຍກວ່າຈຶ່ງບໍ່ເຮັດໃຫ້ຕຸ້ຍ

เทศกาลกินเจ กับ 5 สูตรอาหารเจ ทำง่ายไม่เหมือนใครแน่นอน

3. ເລືອກກິນຂອງໜຶ້ງ ຕົ້ມ ຕຸນ ດີກວ່າຂອງທອດແລະຂົ້ວ ເພາະຊ່ວຍຫຼີກການກິນນໍ້າມັນ ທີ່ມີໄຂມັນຢູ່ສູງ

4. ກິນຫວານໃຫ້ໜ້ອຍລົງ ບໍ່ແມ່ນວ່າເມື່ອຖືສິນກິນເຈແລ້ວ ຈະສາມາດກິນເຂົ້າໜົມຫວານໄດ້ເຕັມທີ່ ເພາະບໍ່ວ່າຈະເປັນອາຫານເຈ ຫຼື ບໍ່ເຈ ຖ້າມີຄວາມຫວານ ແລະ ມີນໍ້າຕານຢູ່ຫຼາຍ ກໍ່ຕຸ້ນໄດ້ບໍ່ຕ່າງກັນ

5. ອົດອາຫານ ລ້າງພິດຫຼັງກິນເຈ ເພາະຈະຊ່ວຍໃຫ້ຮ່າງກາຍຂັບຜິດຕ່າງໆ ອອກມາໄດ້ ທັງຊ່ວຍຫຼຸດໄຂມັນໃນເລືອດ ຫຼຸດນໍ້າໜັກ ຫຼຸດພາວະຮ້ອນຈາດທາດໃນຮ່າງກາຍທີ່ບໍ່ສົມດຸນ

ໝາຍເຫດ: ໃນເທສະການກິນເຈ ບໍ່ໄດ້ໝາຍຄວາມວ່າຕ້ອງປັບປ່ຽນນິດໃສໃນການກິນແຕ່ພຽງເທົ່ານັ້ນ ເພາະຫຼັກການຖືສິນກິນເຈມີ 3 ຂໍ້ຫຼັກຄື:

ເຈທີ່ປາກ ບໍ່ກິນຊີ້ນສັດ ບໍ່ເວົ້າໂລເລ ບໍ່ເວົ້າຄຳຢາບຄາຍ ບໍ່ເວົ້າຈາພາດພິງໃສ່ຮ້າຍຄົນອື່ນ
ເຈທີ່ກາຍ ປະພຶດຕົວດີ ບໍ່ຂ້າສັດ
ເຈທີ່ໃຈ ບໍ່ຄິດເລື່ອງຊົ່ວຮ້າຍ ບໍ່ຄິດໄຮ້ສາລະ ແລະ ມີສະມາທິ
(ຖ້າປະພຶດໄດ້ຕາມຄຳແນະນຳຮັບຮອງ ສຸຂະພາບດີທັງກາຍ ແລະ ໃຈແນ່ນອນ)

ທີ່ມາ: https://health.kapook.com/view6040.html

ແບ່ງປັນ