Breaking News

Travel

ສາຍຄາເຟ່ແບບເຮົາພາດບໍ່ໄດ້!! ແນວໃດກໍຕ້ອງໄດ້ລອງ ກັບຮ້ານຄາເຟ່ເປີດໃໝ່ Jaelamong café

ຮ້ານນີ້ເຂົາເດັ່ນເລື່ອງລົດຊາດກາເຟ ທີ່ມີລົດຊາດເປັນເອກະລັກ ແລ້ວສົງໃສກັນບໍ່ວ່າມັນຈະແຕກຕ່າງຈາກກາເຟຮ້ານອື່ນແນວໃດ? ຄວາມພິເສດຄືກາເຟທີ່ໃຊ້ເປັນກາເຟຈາກປາກຊ່ອງ ຄັດເລືອກເມັດກາເຟທີ່ມີຄຸນນະພາບ ພ້ອມນໍາມາຂົ້ວເອງເປັນສູດສະເພາະຂອງທາງຮ້ານ ເວົ້າໄດ້ວ່າແຊບມາຕັ້ງແຕ່ຂັ້ນຕອນການຜະລິດເລີຍ! ການຕົບແຕ່ງຮ້ານກໍເປັນເອກະລັກໂດດເດັ່ນ ສະແດງເຖິງຄວາມເປັນລາວປະສົມປະສານໃຫ້ມີຄວາມທັນສະໄໝ ໂດຍການນໍາເອົາເຄື່ອງຫັດຖະກໍາທີ່ເປັນສີມືຂອງຄົນລາວມາປະຍຸກໃຊ້ທັງງາມໂດດເດັ່ນ ແລະ ມີເອກະລັກ. ຄໍາວ່າ “Jaelamong” ມາຈາກຊື່ຂອງຊົນເຜົ່າໜຶ່ງ ຢູ່ແຂວງສະຫວັນນະເຂດ ຍ້ອນຄວາມມັກ ແລະ ຫຼົງໄຫລ ໃນຄວາມພິເສດຂອງໝູ່ບ້ານນັ້ນຈຶ່ງໄດ້ນໍາມາຕັ້ງເປັນຊື່ຮ້ານ ແລະ ໄດ້ເອົາໂຕລະມັ່ງທີ່ເປັນສັດອະນຸລັກມາເປັນໂລໂກ້ຂອງຮ້ານພ້ອມ. ເວົ້າໄດ້ວ່າເປັນແບຣນລາວແບຣນໜຶ່ງທີ່ມີເອກະລັກເປັນຂອງຕົນເອງຊັດເຈນ, ຄອນເຊັບຮ້ານຈະເປັນແບບຊົງລາວ ເມນູສິກເນເຈີ້ເລີຍແມ່ນ ແຈລະມ່ອງ ແຕະໂອ ແລະ ແຕະລ້ຽງທີ່ໄປແລ້ວຕ້ອງໄດ້ລອງ! ນອກຈາກຈະນໍາລົດຊາດກາເຟແຊບໆມາເສີບແລ້ວຍັງເປັນການສົ່ງເສີມຊາວຫັດຖະກໍາ ແລະ ຊາວກະຊິກໍາເຊິ່ງເປັນອີກຈຸດປະສົງຂອງຮ້ານ “Jaelamong” ມີຄວາມເປັນລາວທີ່ທັນສະໄໝ ກາເຟຫອມໆ ເຂັ້ມຂູ້ນ ໄດ້ລົດສໍາຜັດຂອງກາເຟແທ້ໆ ບັນຍາກາດພາຍໃນຮ້ານກໍເປັນຕານັ່ງ ເພີ່ມຄວາມເປັນລາວເຂົ້າໄປດ້ວຍເຄື່ອງຫັດຖະກໍາທີ່ເຮັດຈາກສີໄມ້ລາຍມືຂອງຄົນລາວ ແລະຕອນນີ້ແມ່ນກໍາລັງຈະເປີດເພີ່ມອີກ 4 ສາຂາ ເປີດມື້ໃດຂວັນໃຈອັບເດດໃຫ້ທັນທີ!! ສະຖານທີ່: ປ້ຳນ້ຳມັນພລັສ ໂພນພະເນົາ ຕໍ່ຫນ້າຮ້ານຂາຍໄມ້ ຈານເຊົາ ເວລາ: 06:30-19:30 …

Read More »

ແລນມາກແຫ່ງໃໝ່ຫຼວງພະບາງ ອີກໜຶ່ງຕົວເລືອກດີໆສໍາລັບການພັກຜ່ອນ!

ຫຼວງພະບາງເມືອງໜ້າທ່ຽວອີກເມືອງໜຶ່ງທີ່ຫຼາຍໆຄົນຕ້ອງການໄປພັກຜ່ອນ ນອກຈາກຈະທ່ຽວຊົມແຫຼ່ງທ່ອງທ່ຽວທໍາມະຊາດ, ບູຮານສະຖານແລ້ວ ອີກບ່ອນໜຶ່ງທີ່ໄປຫຼວງພະບາງແລ້ວຕ້ອງໄດ້ແວ່… “ສວນພູນສຸກ” (Phounsouk garden) ເປັນຄາເຟ່ກາງທົ່ງນາ ສວຍງາມທັງທິວທັດທໍາມະຊາດອ້ອມຮອບ ບັນຍາກາດຮ້ານດີ ພ້ອມທັງມີເຄື່ອງດື່ມ ແລະ ອາຫານແຊບໆໄວ້ຖ້າຕ້ອນຮັບອີກຫຼາກຫຼາຍ ຈະໄປຊິວມື້ໃດກໍປະທັບໃຈ ນອກຈາກນັ້ນຍັງມີບ່ອນໃຫ້ພັກ ນອນຊົມແສງເດືອນໃນຍາມຄໍ່າຄືນໄປພັກຜ່ອນກັບຄົນຮັກກໍໄດ້ຄວາມໂລແມນຕິກສຸດໆ ສໍາລັບໃຜທີ່ກໍາລັງຊອກຫາບ່ອນທ່ຽວດີໆຈັກແຫ່ງເພື່ອໄປນັ່ງຊິວພັກກາຍພັກໃຈໃນຊ່ວງວັນວ່າງ ຫຼືຫາສະຖານທີ່ທ່ອງທ່ຽວຖ່າຍຮູບງາມໆເກ໋ໆ ຕ້ອງໄດ້ມາແວ່ແລ້ວ “ສວນພູນສຸກ” (Phounsouk garden) ວິວທໍາມະຊາດງາມແຮງ ເໝາະກັບການພັກຜ່ອນສຸດໆ ນັ່ງຊິວທ່າມກາງບັນຍາກາດທົ່ງນາຜືນຂຽວ ມີມຸມຖ່າຍຮູບງາມໆ ຂຶ້ນຊື່ວ່າມາທ່ຽວກໍຕ້ອງມີງາມໆເພື່ອເປັນຄວາມຊົງຈໍາດີໆ ປ່ອຍໃຈປ່ອຍກາຍໄປກັບສາຍລົມ ນັ່ງຊິວດື່ມດໍ່າກັບບັນຍາກາດ ພ້ອມເຄື່ອງດື່ມ ແລະ ເຂົ້າໜົມແຊບໆ ພັກຜ່ອນຍາມຄໍ່າຄືນ ອາກາດເຢັນສະບາຍ ພາຍໃຕ້ແສງໄຟ ແລະ ແສງເດືອນ

Read More »

ວຽງທາລາ ວິນລາ ວັງວຽງ

ວັງວຽງຖືໄດ້ວ່າເປັນອີກໜຶ່ງເມືອງທ່ອງທ່ຽວຍອດນິຍົມ ແລະ ເດີນທາງສະດວກ ໃຊ້ເວລາບໍ່ດົນກໍໄປຮອດ ແຝງໄປດ້ວຍມົນສະເໜ່ຂອງທໍາມະຊາດ, ສາຍນໍ້າ ແລະ ອາກາດທີ່ແສນຈະສົດຊື່ນ ແບບພັກທັງທີສູດຫາຍໃຈໄດ້ເຕັມປອດ!! ຄິດຈະໄປພັກຜ່ອນທັງທີເລື່ອງທີ່ພັກກໍສໍາຄັນບໍ່ແພ້ກັນເລີຍວ່າບໍ່?ມື້ນີ້ແອັດມິນຂວັນໃຈພາມາແນະນໍາທີ່ພັກ ທີ່ຈະເຮັດໃຫ້ການພັກຜ່ອນຂອງເຈົ້າ “ຄຸ້ມຄ່າ” ກັບວຽງທາລາ ວັງວຽງ ລີສອດViengTara VangVieng Resort ບ່ອນນີ້ຕັ້ງຢູ່ຫ່າງຈາກສູນກາງ ຂອງໂຕເມືອງວັງວຽງບໍ່ໄກ ທີ່ພັກງາມບັນຍາກາດດີ ໂອບອ້ອມໄປດ້ວຍທົ່ງນາສີຂຽວ ແລະ ພູສາຍໝອກ!! ພຽງແຕ່ໄດ້ເຫັນກໍສະບາຍຕາແລ້ວມີທາງຍ່າງເປັນຂົວໄມ້ຍາວເປັນເອກະລັກ ມຸມພັກຜ່ອນກໍເຕີມພະລັງໃຫ້ເຮົາໄດ້ຫລາຍແລ້ວ! ລວມໄປເຖິງມຸມຖ່າຍຮູບເກ໋ໆຊຶມຊັບທໍາມະຊາດແບບສະໜິດຕິດແທດເລີຍ ພ້ອມນັ້ນບ່ອນນີ້ຍັງມີຫ້ອງອາຫານວິວທົ່ງນາ ແລະ ສິ່ງອໍານວຍຄວາມສະດວກຄົບ! ໃນສ່ວນຂອງຫ້ອງພັກນັ້ນມີໃຫ້ເລືອກ 3 ແບບຄືຫ້ອງສຸບພິເລ່ຍ ດີລັກວິນລາ ຈູ່ເນ່ຍວິນລາ ຫ້ອງ ແລະ ວິນລາ ລວມມີອາຫານເຊົ້າສຳຫລັບ2ທ່ານ ສໍາຜັດກັບບັນຍາກາດອັນແສນສົດຊື່ນ ຜ່ອນຄາຍອາລົມໄປກັບທົ່ງນາສີຂຽວ ແລະ ວິວງາມໆ ຢູ່ຕິດແທດກັບທໍາມະຊາດ ອ້ອມຮອບດ້ວຍຕົ້ນໄມ້ສີຂຽວອຸດົມສົມບູນຫຼາຍ! ບ່ອນພັກງາມ, ມີຄວາມສະດວກສະບາຍ ກວ້າງຂວາງ ແລງມາກໍຕັ້ງວົງສັງສັນກັບໝູ່ເພື່ອນ ໂອ້ລົມກັນແບບມ່ວນໆພາຍໃຕ້ບັນຍາກາດດີໆ ນີ້ຄືທີ່ສຸດຂອງຄວາມສຸກແລ້ວ!!!  …

Read More »

Nissan TERRA – ເປັນລຸ້ນສືບທອດລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ.

ລົດ SUV ຂະໜາດ 7 ບ່ອນນັ່ງ ເພື່ອຕອບສະໜອງຄວາມຕ້ອງການລົດ SUV ອະເນກປະສົງທີ່ເພີ່ມຂຶ້ນໃນອາຊີຕາເວັນອອກສຽງໃຕ້. ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ມີແຜນຈະເປີດໂຕແລະວາງຈໍາໜ່າຍລົດ Nissan Terra ລຸ້ນໃໝ່ໃນໄວໆນີ້ ຫຼັງຈາກເປີດໂຕໄປແລ້ວໃນບາງປະເທດເຂດອາຊີຕາເວັນອອກສຽງໃຕ້. ລົດ Nissan Terra ໃໝ່ ແມ່ນເປັນລຸ້ນສືບທອດຕະກຸນລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ …

Read More »

Nissan ALMERA – ຍອດຂາຍກວ່າ 20,000,000 ຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ

Nissan ALMERA – ຍອດຂາຍກວ່າ 20,000,000 ຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ຈະເປີດໂຕແລະວາງຈໍາໜ່າຍລົດເກັງຂອງ Nissan ທີ່ຂາຍດີທີ່ສຸດໃນໂລກໃນໄວໆນີ້. ກ່ອນອື່ນ, ໄປທຳຄວາມຮູ້ຈັກກັບຄວາມເປັນມາອັນຍາວນານຂອງລົດລຸ້ນດັ່ງກ່າວກັນເລີຍ. ປີ 1966-1969 – ລົດ Nissan ລຸ້ນ 1000cc ລຸ້ນທໍາອິດ ໄດ້ຖືກວາງຈໍາໜ່າຍໃນປະເທດຍີ່ປຸ່ນ. Datsun Sunny ເປັນລົດລຸ້ນນ້ອຍ …

Read More »