Breaking News

ແລນມາກແຫ່ງໃໝ່ຫຼວງພະບາງ ອີກໜຶ່ງຕົວເລືອກດີໆສໍາລັບການພັກຜ່ອນ!

ແບ່ງປັນ

ຫຼວງພະບາງເມືອງໜ້າທ່ຽວອີກເມືອງໜຶ່ງທີ່ຫຼາຍໆຄົນຕ້ອງການໄປພັກຜ່ອນ ນອກຈາກຈະທ່ຽວຊົມແຫຼ່ງທ່ອງທ່ຽວທໍາມະຊາດ, ບູຮານສະຖານແລ້ວ ອີກບ່ອນໜຶ່ງທີ່ໄປຫຼວງພະບາງແລ້ວຕ້ອງໄດ້ແວ່… “ສວນພູນສຸກ” (Phounsouk garden)

ເປັນຄາເຟ່ກາງທົ່ງນາ ສວຍງາມທັງທິວທັດທໍາມະຊາດອ້ອມຮອບ ບັນຍາກາດຮ້ານດີ ພ້ອມທັງມີເຄື່ອງດື່ມ ແລະ ອາຫານແຊບໆໄວ້ຖ້າຕ້ອນຮັບອີກຫຼາກຫຼາຍ ຈະໄປຊິວມື້ໃດກໍປະທັບໃຈ ນອກຈາກນັ້ນຍັງມີບ່ອນໃຫ້ພັກ ນອນຊົມແສງເດືອນໃນຍາມຄໍ່າຄືນໄປພັກຜ່ອນກັບຄົນຮັກກໍໄດ້ຄວາມໂລແມນຕິກສຸດໆ

ສໍາລັບໃຜທີ່ກໍາລັງຊອກຫາບ່ອນທ່ຽວດີໆຈັກແຫ່ງເພື່ອໄປນັ່ງຊິວພັກກາຍພັກໃຈໃນຊ່ວງວັນວ່າງ ຫຼືຫາສະຖານທີ່ທ່ອງທ່ຽວຖ່າຍຮູບງາມໆເກ໋ໆ ຕ້ອງໄດ້ມາແວ່ແລ້ວ “ສວນພູນສຸກ” (Phounsouk garden)

ວິວທໍາມະຊາດງາມແຮງ ເໝາະກັບການພັກຜ່ອນສຸດໆ
ນັ່ງຊິວທ່າມກາງບັນຍາກາດທົ່ງນາຜືນຂຽວ
ມີມຸມຖ່າຍຮູບງາມໆ ຂຶ້ນຊື່ວ່າມາທ່ຽວກໍຕ້ອງມີງາມໆເພື່ອເປັນຄວາມຊົງຈໍາດີໆ
ປ່ອຍໃຈປ່ອຍກາຍໄປກັບສາຍລົມ
ນັ່ງຊິວດື່ມດໍ່າກັບບັນຍາກາດ ພ້ອມເຄື່ອງດື່ມ ແລະ ເຂົ້າໜົມແຊບໆ
ພັກຜ່ອນຍາມຄໍ່າຄືນ ອາກາດເຢັນສະບາຍ ພາຍໃຕ້ແສງໄຟ ແລະ ແສງເດືອນ

ແບ່ງປັນ