Breaking News

ມີໄມໂຄເວບເຄື່ອງດຽວ ກໍເຮັດອາຫານຄີນກິນເອງໄດ້ ສຸຂະພາດີແຖມປະຢັດເງິນ!

ແບ່ງປັນ

ຢ່າງທີ່ຮູ້ກັນວ່າອາຫານຄີນມັກມີລາຄາແພງກວ່າອາຫານທົ່ວໄປ. ດັ່ງນັ້ນ, ມາເຮັດກິນເອງເລີຍດີກວ່າບໍ່? ຫຸ່ນກໍດີໄດ້ປະຢັດເງິນນໍາອີກ ແລ້ວຄົນຢູ່ຫ້ອງເຊົ່າທີ່ບໍ່ໄດ້ມີອຸປະກອນເຄື່ອງຄົວແບບຄົບເຊັດ ຈະເຮັດອາຫານກິນເອງໄດ້ບໍ່? ຕອບໄດ້ເລີຍວ່າໄດ້ສະບາຍ ມີພຽງໄມໂຄເວບເຄື່ອງດຽວກໍເອົາຢູ່ ຖ້າຢາກຮູ້ວ່າໄມໂຄເວບເຄື່ອງດຽວເຮັດອາຫານຄີນແບບໃດໄດ້ແນ່ຕາມແອັດມາເລີຍ!!

1. ຜັດຜັກ

. ຊອຍຜັກເຊັ່ນ: ແຄລັອດ, ບ໊ອກຄໍລີ້, ດອກກະຫຼໍ່າ ກຽມໄວ້ໃສ່ລົງໃນຖ້ວຍໄມໂຄເວບ

. ໃສ່ນໍ້າມັນໝາກກອກໜ້ອຍໜຶ່ງ ຕື່ມນໍ້າເປົ່າລົງໄປພໍປະມານ ຈາກນັ້ນນໍາເຂົ້າໄມໂຄເວບ

. ຕັ້ງໄຟປານກາງໃຊ້ເວລາປະມານ 2-3 ນາທີ ນໍາອອກມາຊາວໃຫ້ເຂົ້າກັນ ປຸງລົດຊາດ ແລ້ວນໍາເຂົ້າໄມໂຄເວບອີກຄັ້ງປະມານ 2-3 ນາທີ ເບິ່ງວ່າບໍ່ໃຫ້ມັນແຫ້ງເກີນໄປກໍເປັນອັນສໍາເລັດແລ້ວ

2. ສະເຕັກແຊວມ້ອນ

. ນໍາແຊວມ້ອນເອືອບພິກໄທປົ່ນ ເຂົ້າໄມໂຄເວບໄຟປານກາງປະມານ 5 ນາທີ

. ນໍາອອກມາກເບິ່ງວ່າສຸກໄດ້ທີ່ແລ້ວບໍ່ ຖ້າຍັງກໍເອົາເຂົ້າໄປອົບຕໍ່ ໝັ່ນກວດເບິ່ງທຸກໆ 2 ນາທີ

3. ໄຂ່ຕຸ໋ນ                           

. ຕີໄຂ່ໃຫ້ລະອຽດເປັນເນື້ອດຽວກັນ ໃສ່ລົງໃນຖ້ວຍທີ່ໃຊ້ສໍາລັບເວບ

. ຊອຍແຄລັອດ, ເຂົ້າໂພດອ່ອນເປັນຕ່ອນນ້ອຍໆ ໃສ່ຕາມລົງໄປ ຕື່ມນໍ້າເປົ່າເກືອບເຄີ່ງຂອງປະລິມານໄຂ່ ປຸງລົດຊາດດ້ວຍຊີອີ໋ວ

. ນໍາເຂົ້າໄມໂຄເວບໄຟປານກາງປະມານ 2-3 ນາທີ (ຂຶ້ນຢູ່ກັບປະລິມານ) ສຸກແລ້ວກໍພ້ອມເສີບ     

4. ແກງຈືດເສັ້ນລ້ອນສັນໃນໝູສັບ

. ແຊ່ເສັ້ນລ້ອນໃສ່ນໍ້າເປົ່າ ເພື່ອໃຫ້ເສັ້ນອ່ອນ

. ຟັກຊີ້ນໝູສັນໃນໃຫ້ລະອຽດ ແບ່ງເປັນກ້ອນນ້ອຍໆ ໃສ່ລົງໃນຖ້ວຍທີ່ມີນໍ້າເປົ່າ ນໍາເຂົ້າໄມໂຄເວບໄຟປານກາງປະມານ 2-3 ນາທີເພື່ອໃຫ້ຊີ້ນໝູສຸກປະມານໜຶ່ງ

. ໃສ່ເສັ້ນລ້ອນທີ່ເລີ່ມນຸ້ມລົງໄປ ອຸ່ນເພີ່ມອີກ 3 ນາທີ ກ່ອນຈະຄົບ 3 ນາທີນໍາອອກມາໃສ່ຫອມບົ່ວ, ຜັກຫອມປ້ອມ, ແລ້ວນໍາເຂົ້າໄປອຸ່ນຕໍ່ ເພື່ອໃຫ້ທຸກຢ່າງງສຸກພ້ອມກັນ

5. ເຂົ້າຜັດທັນຍາພືດໄກ່ຈີກ

. ຊອຍໄກ່ເປັນຕ່ອນບາງໆ ເພື່ອໃຫ້ສຸກໄວ ແລະງ່າຍຕໍ່ການຈີກ ນໍາໄປອົບໃນໄມໂຄເວບປະມານ 10 ນາທີ ຫຼືຈົນສຸກ

. ໃສ່ເຂົ້າລົງໃນຊາມສໍາລັບເຂົ້າໄມໂຄເວບ ແລ້ວຕີໄຂ່ໃສ່ລົງໄປ

. ໃຊ້ບ່ວງຄົນໃຫ້ເຂົ້າ ແລະ ໄຂ່ປະສົມກັນ ນໍາເຂົ້າໄມໂຄເວບໄຟປານກາງປະມານ 2 ນາທີ

ນໍາອອກມາແລ້ວໃສ່ຖົ່ວລັນເຕົາ, ແຄລັອດ, ນໍາເຂົ້າອຸ່ນອີກຄັ້ງປະມານ 2-3 ນາທີ ຈົນແຫ້ງກໍາລັງດີ

ຈາກ: ture ປູກປັນຍາ

ແບ່ງປັນ