Breaking News

ຄະດີສຸດແປກ! ໜຸ່ມອິນເດຍເຊື່ອງແຟນສາວໄວ້ໃນເຮືອນຍາວນານເຖິງເຖິງ 11 ປີ ພໍ່ແມ່ຢູ່ນຳກັນຍັງບໍ່ຮູ້

ແບ່ງປັນ

The Sun Tabloid ສື່ຊື່ດັງອັງກິດ ໄດ້ລາຍງານຂ່າວສຸດເຫຼືອເຊື້ອຂອງຫນຸ່ມອິນເດຍທີ່ໄດ້ເຊື່ອງແຟນສາວຂອງໂຕເອງໄວ້ພາຍໃນເຮືອນໂດຍໄດ້ມີການອາໄສຢູ່ຮ່ວມກັນກັບພໍ່ແມ່ ເປັນເວລາ 11 ປີ ໂດຍທີ່ບໍ່ມີໃຜໃນຄອບຄົວຮູ້ເລີຍ

ໜຸ່ມຄົນດັ່ງກ່າວຊື້ລາມັນ ອາຍຸ 34 ປີ ກັບແຟນສາວຊື້ ສາຊິຕາ ອາຍຸ 28 ປີ ທັງຄູ່ເປັນຄົນອິນເດຍ ທັງຄູ່ເຄີຍໜີໄປນຳກັນໃນປີ2010 ເຫດຜົນຝ່າຍຊາຍຄິດຍ້ານວ່າຄອບຄົວຈະບໍ່ຍອມຮັບແຟນຂອງເຂົາເພາະນັບຖືຄົນລະສາດສະໜາກັນ ຫຼັງຈາກໜີໄປໄດ້ບໍ່ດົນກໍ່ໄດ້ພາແຟນສາວເຂົ້າມາຢູ່ໃນບ້ານຂອງຕົນ ໂດຍທີ່ບໍ່ໄດ້ບອກໃຫ້ພໍ່ແມ່ຮູ້ ໂດຍທັງຄູ່ໄດ້ອາໄສຢູ່ພາຍໃນຫ້ອງນອນຮ່ວມກັນເປັນເວລາ 11 ປີ

ລາຍງານລບະບຸວ່າລາມັນ ຈະລັອກປະຕູຫ້ອງນອນໄວ້ທຸກຄັ້ງທີ່ເຂົາອອກຈາກບ້ານ ແລະ ຍັງໃຊ້ກະແສໄຟຟ້າປ້ອງກັນໄວ້ທີ່ປະຕູຢ່າງແໜ້ນໜາ ໃນເວລາທີ່ສາຈິຕາຈະອອກໄປທາງນອກແມ່ນໃຊ້ທາງ ປະຈູປ້ອງຢ້ຽມເທົ່ານັ້ນ

ເລື່ອງລາວຖືກເປີດເຜີຍຂຶ້ນເນື່ອງຈາກພໍ່ແມ່ຝ່າຍຍິງໄດ້ແຈ້ງຄວມຄົນຫາຍໄວ້ໃນ11 ປີກ່ອນ ໂດຍຕຳຫຼວດໄດ້ສືບສວນມາຈົນຮູ້ຄວາມຈິ່ງ ແລະ ທັງຄູ່ກໍ່ໄດ້ຍອມຮັບໄດ້ລັກອາໄສຢູ່ຮ່ວມກັນ

ສຸດທ້າຍສານກໍໄດ້ຕັດສິນໃຫ້ທັງຄູ່ຢູ່ຮ່ວມກັນໄດ້ຢ່າງມີຄວາມສຸກ

ແບ່ງປັນ