Breaking News

Career Advice

ໄອເດຍຮ້ານກາເຟນ້ອຍໆ ສະໄຕລມິນິມໍ ວິວສຸດຊິວ ເໝາະນັ່ງຖ່າຍຮູບເຊັກອິນ

ໄອເດຍເຮັດຮ້ານກາເຟສະໄຕລ Minimal ໃຜທີ່ກໍາລັງຢາກມີຮ້ານ ກາເຟນ້ອຍໆເປັນຂອງໂຕເອງ ມາທາງນີ້… ແອດໄດ້ລວມ ໄອເດຍຕົບແຕ່ງ ຮ້ານກາເຟນ້ອຍໆ ໃຫ້ງາມເປັນຊານັ່ງຖ່າຍຮູບເຊັກອິນ ບໍ່ວ່າຈະເປັນຮ້ານທີ່ຕັ້ງແຄມທາງ ຫຼື ຕັ້ງຢູ່ໜ້າເຮືອນໂຕເອງກໍເກ໋ດີ! ໃຜມັກແບບໃດກໍເຊບໄວເປັນໄອເດຍໄດ້ເລີຍ 1 ຮ້ານກາເຟນ້ອຍໆສະໄຕລມິນິມໍໂມນສີຂາວ ເປັນຮ້ານກາເຟນ້ອຍໆຕັ້ງຢູ່ໜ້າເຮືອນໃຕ້ຮົ່ມຕົ້ນໄມ້ໄດ້ບັນຍາກາດແບບຊິວໆ ສະໄຕລການຕົບແຕ່ງມີຄວາມຄາສຊິກ ເພີ່ມຄວາມໜ້າສົນໃຈດ້ວຍໂຕະໄມ້ສີຂາວ ຈັັກສອງສາມໂຕະໄວ້ໃຫ້ນັ່ງຊິວກ້ອງຮົ່ມໄມ້ໃຫຍ່. 2 ຮ້ານນ້ອຍໆຝາສີຂາວ ເພີ່ມຄວາມມິນິມໍດ້ວຍໄມ້ສີນໍ້າຕານ ເປັນສະໄຕລການຕົບແຕ່ງແບບລຽບໆ ເບິ່ງບໍ່ເບື່ອ ແບບນີ້ຕັ້ງຢູ່ແຄມທາງຄືແບບຕ້ອງເຕະຕາລູກຄ້າໃຜເຫັນກໍຕ້ອງຢາກແວ່ 3 ຮ້ານໂທນຂາວ ແຕ່ງດ້ວຍຕົ້ນໄມ້ສີຂຽວຄືແບບລົງໂຕຟຸດໆ ເຖິງຈະເປັນຮ້ານໃນຊອຍແຄບໆແຕ່ຖ້າຕົບແຕ່ງແບບນີ້ຄົນຕ້ອງແຫ່ກັນເຂົ້າມາເປັນແຖວແໜ້ນໂລດລະ!! 4ຮ້ານໂທນນໍ້າຕານ ມີຄວາມແບບຍ້ອນຍຸກໜ້ອຍໆ ອາດຈະບໍ່ໄດ້ຕົບແຕ່ງຫຍັງຫຼາຍແຕ່ໃຫ້ຄວາມຮູ້ສຶກແບບໄດ້ຍ້ອນຍຸກ ໃຫ້ອາລົມແບບຄິດຮອດຊ່ວງເວລາເກົ່າໆ ເກ໋ໄປອີກແບບ!! 5ຮ້ານໂທນນໍ້າຕານ ຮ້ານໂທນນໍ້າຕານອີກຮ້ານໜຶ່ງແຕ່ເພີ່ມຄວາມທັນສະໄໝຂຶ້ນມມາ ມີປະຕູນ້ອຍໆໃຫ້ເຫັນເຄົ້າເຕີ້ບາ ມີໂຕະສີນໍ້າຕານໄວ້ໃຫ້ລຸກຄ້າໄດ້ແວ່ນັ່ງຊິວໆ!

Read More »

ເມື່ອເຮັດວຽກໃນຂະນະທີ່ຈິດຕົກ ຕ້ອງເຮັດແນວໃດ?

ເມື່ອເຮົາພົບບັນຫາ ໃນການເຮັດວຽກຈົນເຖິງຂັ້ນຈິດຕົກ ຈະເຮັດໃຫ້ວຽກງານຂອງເຮົາບໍ່ຄ່ອຍມີປະສິດທິພາບ ແລະ ສົ່ງຜົນເສຍມາເຖິງຜົນງານລວມຂອງເຮົາໃນທີ່ສຸດ. ດັ່ງນັ້ນ,​ ເຮົາຄວນມີວິທີ ທີ່ຈະຮັບມືກັບວຽກ ໃນຂະນະທີ່ສະພາບຈິດໃຈບໍ່ພ້ອມ ນັ້ນກໍຄື: 1. ສຳຫຼວດຕົ້ນຕໍຂອງບັນຫາ ການສຳຫຼວດຕົ້ນຕໍຂອງບັນຫາ ເປັນສິ່ງຈຳເປັນ ເພາະເມື່ອເຮົາຮູ້ວ່າບັນຫາເກີດຈາກຫຍັງ ແມ່ນຫຍັງທີ່ເປັນຕົ້ນຕໍເຊັ່ນ: ບຸກຄົນໃດ ຫຼືສິ່ງໃດ ເປັນຕົ້ນ. 2. ຊອກຫາທາງແກ້ໄຂ ເມື່ອເຮົາຮູ້ວ່າສາເຫດເກີດຈາກຫຍັງ ຕໍ່ມາເຮົາກໍຕ້ອງຊອກຫາວິທີແກ້ໄຂ ປັບປ່ຽນ ໃຫ້ຖືກຕ້ອງ. 3. ປ່ຽນຸມຸມມອງມອງຈາກບ່ອນໃໝ່ ແນ່ນອນວ່າເມື່ອເຮົາຢູ່ແຕ່ບ່ອນເກົ່າ ເຮັດແຕ່ສິ່ງເກົ່າ ຊີວິດຈະເມື່ອຍຄືກັບວ່າບໍ່ມີຫຍັງຕື່ນເຕັ້ນ. ສະນັ້ນ, ຄວນຊອກຫາບ່ອນໃໝ່ເພື່ອພັກຜ່ອນ ຫຼືເພື່ອສ້າງແຮງບັນດານໃຈອີກຄັ້ງກ່ອນຈະເລີ່ມເຮັດວຽກ. 4. ຈັດໂຕະເຮັດວຽກ ຢ່າລືມວ່າເລື່ອງເລັກນ້ອຍກໍເປັນສິ່ງສຳຄັນ ເພາະການຈັັດໂຕະເຮັດວຽກເປັນການຈັດແຈງຄວາມເປັນລະບຽບ ເມື່ອໃດທີ່ທຸກຢ່າງເປັນລະບຽບ ເບິ່ງແລ້ວສະບາຍຕາ ເຮົາກໍຈະສະບາຍໃຈຫຼາຍຂຶ້ນ ແລະ ພ້ອມລຸຍວຽກ. 5. ເພີ່ມຄວາມຮູ້ໃໝ່ ການເພີ່ມຄວາມຮູ້ໃໝ່ ເປັນສິ່ງທີ່ດີຫຼາຍ ເພາະຖ້າເຮົາເມື່ອຍ, ອ່ອນເພຍ ແຕ່ເຮົາພະຍາຍາມຮຽນຮູ້ສິ່ງໃໝ່ ເຮົາກໍຈະຮູ້ສຶກວ່າມັນທ້າທາຍຫຼາຍຂຶ້ນ …

Read More »

ການປັບໂຕໃຫ້ເຂົ້າກັບບ່ອນເຮັດວຽກໃໝ່

ການເຮັດວຽກໃໝ່ ເປັນສິ່ງທີ່ທ້າທາຍສຳຫຼັບຫຼາຍໆຄົນ ເພາະເຮົາບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນແດ່ ຈະສະດວກສະບາຍເປັນຄືທີ່ເຮົາຄິດໄວ້ບໍ, ແຕ່ເຮົາຈະຢ້ານຫຼາຍກໍບໍ່ມີປະໂຫຍດຫຍັງ.​ ມາຮູ້ 7 ວິທີ ທຳອິດທີ່ຈະເຮັດໃຫ້ເຮົາສາມາດປັບໂຕເຂົ້າກັບບ່ອນເຮັດວຽກໃໝ່ໄດ້ແບບຖືກຕ້ອງ. 1 ມິດຕະພາບສຳຄັນ ການຍ້າຍສະຖານທີ່ເຮັດວຽກໃໝ່ ຖືໄດ້ວ່າເຮົາເປັນສະມາຊິກໃໝ່ ທຳອິດເລີຍເຮົາຕ້ອງເປັນມິດ. ດັ່ງນັ້ນ, ໃຜຈະເປັນມິດກັບເຮົາ ຫຼືບໍ່ໍ? ເຮົາກໍຍັງບໍ່ຮູ້, ແຕ່ເຮົາຕ້ອງເປັນມິດກັບທຸກຄົນໄວ້ກ່ອນກໍບໍ່ເສຍຫາຍ. ເຂົ້າໄປມື້ທຳອິດຢ່າລືມຍີ້ມທັກທາຍ, ພຽງເທົ່ານີ້ຄວາມກົດດັນຂອງການບໍ່ຮູ້ຈັກໃຜກໍບັນເທົາໄປຫຼາຍແລ້ວ, ການວາງໂຕເປັນມິດກັບທຸກຄົນ ດ້ວຍການສົນທະນາເລື່ອງທົ່ວໄປ ຫຼືແນະນຳຕົນເອງວ່າເປັນໃຜ? ມາຈາກໃສ? ພ້ອມທັງຝາກເນື້ອຝາກໂຕກັບເພື່ອນຮ່ວມງານໄວ້ກ່ອນເລີຍ. 2 ສຸພາບອ່ອນໂຍນ ບໍ່ມີໃຜບໍ່ມັກຄວາມສຸພາບນຸ່ມນວນ ຈຶ່ງເປັນການດີ ທີ່ເຮົາຈະໃຊ້ຄວາມສຸພາບເພື່ອສະແດງອອກເຖິງຄວາມຈິງໃຈກັບຄົນໃນຫ້ອງການໃໝ່ ຫາກເຮົາສຸພາບກັບເພື່ອນຮ່ວມງານຕັ້ງແຕ່ຕົ້ນ ເຮົາກໍຈະໄດ້ຮັບການຕອບຮັບຢ່າງສຸພາບກັບຄືນມາເຊ່ັ່ນກັນ.​ ການເຮັດວຽກ ກໍເຮັດຢ່າງສຸພາບ ເພື່ອໃຫ້ທຸກຄົນເຫັນວ່າເຮົາໃຫ້ກຽດ ແລະ ຈິງໃຈກັບວຽກ ບໍ່ແມ່ນວ່າເຫັນຫຍັງຜິດໄປຈາກທີ່ຄິດກໍຊັກສີໜ້າສີຕາ, ຈົ່ມພຶມພຳ ຫຼືສະແດງຄວາມບໍ່ພໍໃຈເກີນໄປ ແບບນີ້ບໍ່ມີຢາກເຂົ້າໃກ້ນ້ອງໃໝ່ຄືເຮົາແນ່ນອນ. 3 ໝັ່ນຮຽນຮູ້ ແມ່ນຢູ່ວ່າເຮົາອາດຈະມີປະສົບການການເຮັດວຽກມາແລ້ວຫຼາຍປີ ແຕ່ການໄປເຮັດວຽກບ່ອນໃໝ່ກໍຄືກັບການເລີ່ມນັບໜຶ່ງໃໝ່ ເພາະວັດທະນະທຳຂອງອົງກອນໃນແຕ່ລະບ່ອນນັ້ນບໍ່ຄືກັນ. ດັ່ງນັ້ນ, ບໍ່ວ່າເຮົາຈະມີປະສົບການຫຼາຍພຽງໃດ ຫຼືມີປະສົບການມາແຕ່ໃສ …

Read More »

4 ວິທີ ການເຮັດວຽກໃຫ້ແລ້ວໄວ ໃນແຕ່ລະມື້

ການເຮັດວຽກໃຫ້ໄວໃນແຕ່ລະມື້ມີຫຍັງແດ່ມາເບິ່ງນຳກັນເລີຍ!!! 1. ວາງແຜນກັບວຽກທີ່ໄດ້ຮັບມອບໝາຍ ກ່ອນອື່ນເມື່ອເຮົາໄດ້ຮັບວຽກມາແລ້ວ ລອງນຳໂຈດວຽກທີ່ໄດ້ຮັບມານັ່ງວິເຄາະ ແລ້ວວາງແຜນວ່າຈະຕ້ອງປະຕິບັດແນວໃດແດ່? ຫາກວຽກຍາກຕ້ອງຫາຂໍ້ມູນໃນການເຮັດວຽກຫຼາຍຂຶ້ນ ແລະ ກໍຕັ້ງໃຈຫາຂໍ້ມູນໂດຍລະອຽດ ມາອ່ານຢ່າງເຂົ້າໃຈ ແລະ ວາງແຜນການດຳເນີນໃນແຕ່ລະຂັ້ນຕອນ, ອາດຈະກຳນົດໄລຍະເວລາຂອງແຕ່ລະຂັ້ນຕອນວ່າໃຊ້ຈັກຊົ່ວໂມງ ເຊິ່ງຈະເຮັດໃຫ້ເຮົາມີສະຕິ ແລະ ເຮັດຕາມເປົ້າໝາຍໄດ້ໄວຂຶ້ນ. 2. ລົງມືເຮັດຕາມແຜນແຕ່ລະຂັ້ນຕອນ ຫຼັງຈາກທີ່ເຮົາໄດ້ກຳນົດການວາງແຜນການເຮັດວຽກຢ່າງເຄັ່ງຄັດເອົາໄວ້ແລ້ວ,​ ເຮົາຕ້ອງລົງມື້ເຮັດວຽກ ໃນແຕ່ລະແຜນທີ່ວາງໄວ້ທັນທີ ເລີ່ມຕັ້ງແຕ່ແຜນທີ 1, 2 ແລະ 3 ຈົນໝົດທຸກແຜນງານທີ່ວາງໄວ້.​ ຂໍ້ດີຂອງການເຮັດວຽກຕາມແຜນທີ່ວາງໄວ້ແບບນີ້ ຈະເຮັດໃຫ້ເຮົາສາມາດເຮັດວຽກໄດ້ໄວ ແລະ ປະສົບຜົນສຳເລັດກັບວຽກໃນແຕ່ລະມື້ໄດ້ຢ່າງໄວວາຂຶ້ນ. 3. ທຸ່ມເທກັບວຽກດ້ວຍຄວາມຕັ້ງໃຈ ໃນຕອນທີ່ເຮົານັ່ງເຮັດວຽກຢູ່ນັ້ນ ຈົ່ງຕັ້ງໃຈທຸ່ມເທກັບວຽກໃຫ້ຫຼາຍທີ່ສຸດ ຫາກເປັນວຽກທີ່ຕ້ອງໃຊ້ສະໝອງ ຈົ່ງປ່ອຍວາງໃຫ້ອາລົມ ແລະ ສະພາບຈິດເບົາສະບາຍ,​ ບໍ່ຕຶງຄຽດ ແລະ ບໍ່ຄິດເຖິງເລື່ອງອື່ນ ຈົນເສຍເວລາເຮັດວຽກ,​ ໃຫ້ອົດທົນໃຈຈົດໃຈຈໍ່ກັບວຽກຕົນເອງໃຫ້ດີທີ່ສຸດ,​ ຫາກມີຄົນຊວນລົມ ຫຼືມີສິ່ງໃດມາລົບກວນການເຮັດວຽກຂອງເຮົາໃຫ້ພະຍາຍາມຫຼີກລ້ຽງ, ປິດຈາກສື່ອິນເຕີເນັດທີ່ນອກເໜືອຈາກວຽກງານ ເພື່ອມຸ່ງໜ້າເຮັດວຽກຢ່າງດຽວ. 4. ຜ່ອນຄາຍໃນລະຫວ່າງເຮັດວຽກ …

Read More »

ຢູມິ ອິຊິກາວະ ຜູ້ທີ່ທີ່ລຸກຂຶ້ນມາຮຽກຮ້ອງໃຫ້ຍົກເລີກການໃສ່ເກີບສົ້ນສູງ ໃນສະຖານທີ່ເຮັດວຽກ

ນັກສະແດງ ແລະ ນັກຂຽນ ອາຍຸ 32 ປີ ທີ່ລຸກຂຶ້ນມາຮຽກຮ້ອງໃຫ້ຍົກເລີກນະໂຍບາຍການໃສ່ເກີບສົ້ນສູງໃນສະຖານທີ່ເຮັດວຽກຕະຫຼອດເວລາ ພາຍໃຕ້ຫົວຂໍ້  #KUTOO. ໃນສັງຄົມຍີ່ປຸ່ນ ເຫັນວ່າການໃສ່ເກີບສົ້ນສູງ ເປັນທຳນຽບ, ມາລະຍາດ ແລະ ເປັນກົດທີ່ຄວນເຮັດ ເຊິ່ງສິ່ງດັ່ງກ່າວເຮັດໃຫ້ແມ່ຍິງເກືອບທຸກໆບໍລິສັດ ໃສ່ເກີບສົ້ນສູງໃນສະຖານທີ່ເຮັດວຽກ ຫຼືໃນຫ້ອງການ ຕະຫຼອດເວລາ. ຢູມິ ອິຊິກາວະ ເຫັນວ່າການໃສ່ເກີບສົ້ນສູງເປັນເວລາດົນນັ້ນ ອັນຕະລາຍຕໍ່ສຸຂະພາບຂອງແມ່ຍິງຫຼາຍ ເຊິ່ງມັນບໍ່ໄດ້ຕ່າງຈາກການຫັດຕີນຂອງແມ່ຍິງຈີນບູຮານ. ຈາກການຮຽກຮ້ອງພາຍໃຕ້ຫົວຂໍ້  #KUTOO ມີແມ່ຍິງຍີ່ປຸ່ນໄດ້ສະໜັບສະໜູນ ແລະ ລົງນາມທັງໝົດ 18,856 ເພື່ອຮຽກຮ້ອງໃຫ້ໜ່ວຍງານລັດ ແລະ ບໍລິສັດເອກະຊົນຍົກເລີກທຳນຽມນີ້.  ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »