Breaking News

ເມື່ອເຮັດວຽກໃນຂະນະທີ່ຈິດຕົກ ຕ້ອງເຮັດແນວໃດ?

ແບ່ງປັນ

ເມື່ອເຮົາພົບບັນຫາ ໃນການເຮັດວຽກຈົນເຖິງຂັ້ນຈິດຕົກ ຈະເຮັດໃຫ້ວຽກງານຂອງເຮົາບໍ່ຄ່ອຍມີປະສິດທິພາບ ແລະ ສົ່ງຜົນເສຍມາເຖິງຜົນງານລວມຂອງເຮົາໃນທີ່ສຸດ. ດັ່ງນັ້ນ,​ ເຮົາຄວນມີວິທີ ທີ່ຈະຮັບມືກັບວຽກ ໃນຂະນະທີ່ສະພາບຈິດໃຈບໍ່ພ້ອມ ນັ້ນກໍຄື:

1. ສຳຫຼວດຕົ້ນຕໍຂອງບັນຫາ

ການສຳຫຼວດຕົ້ນຕໍຂອງບັນຫາ ເປັນສິ່ງຈຳເປັນ ເພາະເມື່ອເຮົາຮູ້ວ່າບັນຫາເກີດຈາກຫຍັງ ແມ່ນຫຍັງທີ່ເປັນຕົ້ນຕໍເຊັ່ນ: ບຸກຄົນໃດ ຫຼືສິ່ງໃດ ເປັນຕົ້ນ.

2. ຊອກຫາທາງແກ້ໄຂ

ເມື່ອເຮົາຮູ້ວ່າສາເຫດເກີດຈາກຫຍັງ ຕໍ່ມາເຮົາກໍຕ້ອງຊອກຫາວິທີແກ້ໄຂ ປັບປ່ຽນ ໃຫ້ຖືກຕ້ອງ.

3. ປ່ຽນຸມຸມມອງມອງຈາກບ່ອນໃໝ່

ແນ່ນອນວ່າເມື່ອເຮົາຢູ່ແຕ່ບ່ອນເກົ່າ ເຮັດແຕ່ສິ່ງເກົ່າ ຊີວິດຈະເມື່ອຍຄືກັບວ່າບໍ່ມີຫຍັງຕື່ນເຕັ້ນ. ສະນັ້ນ, ຄວນຊອກຫາບ່ອນໃໝ່ເພື່ອພັກຜ່ອນ ຫຼືເພື່ອສ້າງແຮງບັນດານໃຈອີກຄັ້ງກ່ອນຈະເລີ່ມເຮັດວຽກ.

4. ຈັດໂຕະເຮັດວຽກ

ຢ່າລືມວ່າເລື່ອງເລັກນ້ອຍກໍເປັນສິ່ງສຳຄັນ ເພາະການຈັັດໂຕະເຮັດວຽກເປັນການຈັດແຈງຄວາມເປັນລະບຽບ ເມື່ອໃດທີ່ທຸກຢ່າງເປັນລະບຽບ ເບິ່ງແລ້ວສະບາຍຕາ ເຮົາກໍຈະສະບາຍໃຈຫຼາຍຂຶ້ນ ແລະ ພ້ອມລຸຍວຽກ.

5. ເພີ່ມຄວາມຮູ້ໃໝ່

ການເພີ່ມຄວາມຮູ້ໃໝ່ ເປັນສິ່ງທີ່ດີຫຼາຍ ເພາະຖ້າເຮົາເມື່ອຍ, ອ່ອນເພຍ ແຕ່ເຮົາພະຍາຍາມຮຽນຮູ້ສິ່ງໃໝ່ ເຮົາກໍຈະຮູ້ສຶກວ່າມັນທ້າທາຍຫຼາຍຂຶ້ນ ແລະ ມີຊີວິດຊີວາ ໃນການເຮັດວຽກອີກຄັ້ງ.

6. ເຮັດໃຈໃຫ້ສະຫງົບໃນສະພາວະອາລົມນັ້ນ

ເມື່ອເຮົາຢູ່ໃນສະພາວະຈິດຕົກ ສິ່ງສຳຄັນເຮົາຕ້ອງຕັ້ງສະຕິໃຫ້ສະຫງົບ ແລະ ຄ່ອຍໆຄິດ ແກ້ໄຂບັນຫາຕາມແຕ່ລະຂັ້ນ ທຸກຢ່າງຈະຄ່ອຍໆດີຂຶ້ນ ແລະ ເຮົາຈະມີຄວາມສຸກກັບມັນເອງ.

ທຸກການເຮັດວຽກຍ່ອມມີບັນຫາ ເຖິງແມ່ນວ່າບັນຫາທີ່ເຂົ້າມາຈະຫຍຸ້ງຍາກຈົນເຮັດໃຫ້ເມື່ອຍ ແລະ ຈິດຕົກພຽງໃດ ເຮົາກໍຕ້ອງສູ້ກັບມັນ ເມື່ອເຮົາສູ້ ຫຼືແກ້ໄຂບັນຫາໄດ້ສຳເລັດ ເຮົາເອງຈະມີຄວາມພູມໃຈທີ່ເຮົາເຮັດໄດ້ ແລະ ມີຄວາມສຸກກັບມັນ.

ຂໍ້ມູນ: https://www.google.com/url?

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ