Breaking News

ຢູໂກະ ທາເຄອຸຈິ ເສຍຊີວິດໃນເຮືອນ ຕຳຫຼວດຊີ້ແຈງເກີດຈາກການຂ້າໂຕຕາຍ

ແບ່ງປັນ

ເປັນຂ່າວທີ່ຊັອກວົງການບັນເທີງຍີ່ປຸ່ນ ເມື່ອພົບຮ່າງຂອງນັກສະແດງຊື່ດັງຍີ່ປຸ່ນ ຢູໂກະ ທາເຄອຸຈິ (Yuko Takeuchi) ອາຍຸ 40 ປີ ໃນວັນທີ 27 ກັນຍາ 2020 ເສຍຊີວິດໃນເຮືອນ ທີ່ນະຄອນຫຼວງໂຕກຽວ ຕຳຫຼວດຊີ້ແຈງເກີດຈາກການຂ້າໂຕຕາຍ.

ໂດຍທາງຕຳຫຼວດໄດ້ເປີດເຜີຍວ່າ ການເສຍຊີວິດຂອງນັກສະແດງນັ້ນ ເປັນຜົນມາຈາກການຂ້າໂຕຕາຍ ເຊິ່ງຍັງບໍ່ໄດ້ລະບຸເຫດຈູງໃຈທີ່ຊັດເຈນ ແລະ ມີອີກຫຼາຍແຫຼ່ງຂ່າວໄດ້ອ້າງອີງວ່າ ຢູໂກະ ທາເຄອຸຈິ ຖືກພົບໃນສະພາບແຂນຄໍພາຍໃນເຮືອນ ກ່ອນຈະຖືກນຳສົ່ງໂຮງໝໍ ແລະ ຢືນຢັນການເສຍຊີວິດໃນເວລາຕໍ່ມາ.

ສຸດທ້າຍນີ້ ແອັດມິນ ຕ້ອງຂໍສະແດງຄວາມຈາກໄປກັບການຈາກໄປຂອງ ຢູໂກະ ທາເຄອຸຈິ ຂໍໃຫ້ດວວງວິນຍານໄປສູ່ພົບພູມທີ່ດີ.

ແຫຼ່ງຂໍ້ມູນ:​ https://www.posttoday.com/ent/news/634112

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭ +856 20 52172698‬ ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ