ການສ້າງແຮງຈູງໃຈໃນອົງກອນເປັນສິ່ງສຳຄັນ ເພາະເມື່ອຄົນເຮົາມີແຮງຈູງໃຈທີ່ຈະເຮັດຫຍັງ, ເພື່ອໃຜແລ້ວ ມັນມັກທີ່ຈະອອກມາດີ ແລະ ມີປະສິດທິພາບສະເໝີ ເຊິ່ງປັດຈຸບັນມີການປ່ຽນແປງ ຫຼາຍອົງກອນມີການປ່ຽນແປງຈາກເຄື່ອງມືດີຈີຕອລເຮົາຍິ່ງຕ້ອງເຂົ້າໃຈ, ໃສ່ໃຈ ເພື່ອໃຫ້ໄດ້ເຂົ້າໃຈມັນ ເຊິ່ງມື້ນີ້ການສ້າງແຮງຈູງໃຈໃນອົງກອນສູ່ການປ່ຽນແປງໃນຍຸກດີຈີຕອລໃນ 6 ຂັ້ນຕອນຄື:

1 ສ້າງພາບອົງກອນທີ່ຕ້ອງການ ພາຍຫຼັງການປ່ຽນແປງ
ການສ້າງພາບອົງກອນທີ່ຕ້ອງການ ເປັນສິ່ງທີ່ຈະເຮັດໃຫ້ເຮົາສາມາດເບິ່ງເຫັນພາບລວມຕ່າງທີ່ເຮົາຈະປັບປຸງ ແລະ ປ່ຽນແປງຕົນເອງໄປເຖິງຈຸດນັ້ນໄດ້.
2 ຮ່ວມກັນສ້າງວິໄສທັດທີ່ຊັດເຈນໃນການສ້າງຄວາມປ່ຽນແປງ
ທຸກຄົນຕ້ອງຮ່ວມກັນສ້າງວິໄສທັດທີ່ຊັດເຈນ ມີເປົ້າໝາຍທີ່ຊັດເຈນ ແລະ ເຮັດຕາມນັ້ນ ເພື່ອສ້າງຄວາມປ່ຽນແປງ.
3 ສ້າງສະພາບແວດລ້ອມໃນການເຮັດວຽກ ທີ່ນຳໄປສູ່ວິໄສທັດທີ່ວາງໄວ້
ສະພາບແວດລ້ອມເປັນສິ່ງສຳຄັນ ເພາະຖ້າສະພາບແວດລ້ອມດີ ຈິດໃຈຈະດີ ເພື່ອນຮ່ວມງານດີຍ່ອມມີຜົນຕໍ່ການປ່ຽນແປງຄັ້ງໃໝ່ ແລະ ຈະສາມາດພາກັນໄປສູ່ເປົ້າໝາຍທີ່ວາງໄວ້ສຳເລັດ.

4 ສ້າງແນວທາງການປັບໂຕໃຫ້ພະນັກງານມີສ່ວນຮ່ວມ
ສ້າງແນວທາງໃຫ້ພະນັກງານ ໃນການມີສ່ວນຮ່ວມເລື່ອງຕ່າງໆໃນການພັດທະນາອົງກອນ ເພື່ອທຸກຄົນມີສ່ວນຮ່ວມ ວຽກງານຈະໄວຂຶ້ນ ແລະ ນຳໄປສູ່ການປ່ຽນແປງທີ່ມີີປະສິດທິພາບ.
5 ສ້າງວິທີເຮັດວຽກຮູບແບບໃໝ່ ໃຫ້ເກີດຄວາມຄິດສ້າງສັນ
ການເຮັດວຽກຮູບແບບໃໝ່ເປັນອີກຄວາມຄິດໜຶ່ງທີ່ຈະຊ່ວຍເຮັດໃຫ້ພະນັກງານບໍ່ເບື່ອກັບການເຮັດວຽກແບບເກົ່າຊໍ້າໆ ພ້ອມທັງຍັງສາມາດພັດທະນາຄວາມຄິດແບບໃໝ່ເລື້ອຍໆ.

6 ກະຕຸ້ນພຶດຕິກຳດ້ານບວກ ທີ່ສອດຄ້ອງກັບວິໄສທັດ ດ້ານການປ່ຽນແປງ
ການຄິດບວກເປັນສິ່ງທີ່ດີ ເມື່ອເຮົາຄິດບວກສະໝອງຂອງເຮົາຈະຜ່ອນຄາຍຂຶ້ນ ແລະ ສົ່ງຜົນໃຫ້ມີຄວາມຄິດທີ່ດີ ແຕ່ຕ້ອງສອດຄ້ອງກັບວິໄສທັດທີ່ໄດ້ວາງໄວ້ໃນເບື້ອງຕົ້ນ.
ຂໍ້ມູນ: https://l.facebook.com
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166 +856 20 52172698 ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine