Breaking News

Adidas ອອກ “ເກີບສໍາລັບສາຍມັກແລ່ນ Ultraboost 22” ສີໃໝ່ ຊົງພະລັງ ເນັ້ນຄວາມປອດໄພ

ແບ່ງປັນ

Adidas ເປີດໂຕເກີບສໍາລັບແລ່ນ Ultraboost 22 ສີໃໝ່ ສະແດງເຖິງພະລັງງານ ແລະ ຍັງແຝງໄປດ້ວຍກິ່ນອາຍແຫ່ງກາຍຜ່ອນຄາຍໃນລະດູຮ້ອນເກີບລຸ້ນນີ້ຖືກອອກແບບໂດຍນັກອອກແບບ ແລະ ນັກພັດທະນາຜະລິດຕະພັນຍິງລ້ວນທີ່ເຮັດວຽກກັບກຸ່ມນັກແລ່ນຍິງຂອງ Adidas ຢ່າງໃກ້ຊິດ ແລະ ມີການໃຊ້ຖານຂໍ້ມູນກາຍວິພາກແບບອອນໄລ ສະແກນຮູບຕີນຫຼາຍກວ່າ 1.2 ລ້ານຄັ້ງ ຈົນໄດ້ອອກມາເປັນ ເກີບ Ultraboost 22 ມີຄຸນສົມບັດພິເສດໃນການຄືນພະລັງງານໃຫ້ກັບນັກແລ່ນໄດ້ຫຼາຍກວ່າ 4% ເມື່ອທຽບກັບລຸ້ນ Ultraboost 21

ນອກຈາກເປີດໂຕ Ultraboost 22 ສີໃໝ່ ແລ້ວ adidas Running ຍັງໄດ້ຮ່ວມມືກັບ White Ribbon ອົງກອນການກຸສົນລະດັບໂລກທີ່ໃຫ້ຄວາມສໍາຄັນກັບການຢຸດຄວາມຮຸນແຮງຕໍ່ຜູ້ຍິງ ແລະ Amanda Sussman ຜູ້ຂຽນໜັງສື ແລະ ປົກປ້ອງສິດທິມະນຸດ ໃນການອອກແບບແຜນການຮຽນຮູ້ທີ່ມີເປົ້າໝາຍໃນການມອບຄວາມປອດໄພໃຫ້ກັບຜູ້ຍິງໃນຂະນະອອກໄປແລ່ນຕາມສະຖານທີ່ຕ່າງໆ.

. ປັບຮູບແບບຂອງ PRIMEKNIT+ ໃນບໍລິວານ forged zones
. ພັດທະນາແບບ 360 ອົງສາ ຕາມສະລີລະຂອງຜູ້ຍິງ
Ultraboost 22 ສໍາລັບຜູ້ຍິງ
Ultraboost 22 ສໍາລັບຜູ້ຊາຍ

Ultraboost 22 ວາງຈໍາໜ່າຍແລ້ວສໍາລັບຜູ້ຍິງ ແລະ ຜູ້ຊາຍ ໃນລາຄາ 7.000 ບາດ ທີ່ Adidas ແບຣນເຊັນເຕີ້, Adidas ອອນໄລສະໂຕ www.adidas.co.th

ທີ່ມາ: ວາລະສານແພຣວ

ແບ່ງປັນ