Breaking News

ເຂື່ອນ ເຄໂອຕິກ ເປີດໃຈເລື່ອງເພດ ບາງມື້ຢາກແມນ ບາງມື້ຢາກເປັນສາວ

ແບ່ງປັນ

ເຂື່ອນ ອະດີດນັກຮ້ອງໝຸ່ມວົງບອຍແບນຂອງໄທ ທີ່ຄອງໃຈໄວລຸ້ນຜ່ານມາ ເຊິ່ງເຂື່ອນເປັນໜຶ່ງໃນ 5 ຄົນ ຂອງສະມາຊິກ ວົງເຄໂອຕິກ, ກ່ອນໜ້ານີ້ ເຂື່ອນ ໄດ້ເປີດເຜີຍວ່າຕົນເອງບໍ່ມີໄດ້ເປັນຜູ້ຊາຍ 100% ແລະ ເປີດເຜີຍຄົນຮັກເພດດຽວກັນ ພ້ອມທັງເຜີຍຄວາມຫວານອອກມາໃຫ້ເຫັນໃນສື່ຢູ່ຕະຫຼອດຈົນສາວໆອິດສາ.

ໜຸ່ມ ເຂື່ອນ ອອກມາສະໜັບສະໜູນຄວາມຫຼາກຫຼາຍທາງເພດ ​LGBTQ ຢ່າງເປີດເຜີຍ ແລະ ເປີດໃຈເລື່ອງເພດທີ່ບາງມື້ຢາກໃສ່ກະໂປງ ແລະ ບາງມື້ຢາກໃສ່ໂສ້ງ ພູມໃຈໃນຄວາມເປັນໂຕເອງ ເຊິ່ງໄດ້ໃຫ້ສຳພາດກັບສື່ວ່າ:​ “ສຳຫຼັບຂ້ອຍ ຄຳວ່າ ແມນ ຫຼື ສາວ ມັນຄືກັບເສັ້ນສະແດງທີ່ບໍ່ຕາຍຕົວ ມື້ນີ້ຢາກໃສ່ກະໂປ່ງແຕ່ງຍິງ ບາງມື້ຢາກໃສ່ສູດໃສ່ໂສ້ງແບບແມນໆ ແຕ່ຖ້າມັນເປັນສິ່ງທີ່ເຮັດໃຫ້ເຮົາມີຄວາມສຸກກໍເຮັດເລີຍ ເຮົາແຕ່ງເພື່ອໂຕເອງ ບໍ່ແມ່ນເພື່ອຄົນອື່ນ ຖ້າຫາກຄົນອື່ນບໍ່ເຂົ້າໃຈໃນສິ່ງທີ່ເຮົາເປັນ ມາດ່າວ່າເຮົາແອັບ ແລະ ອື່ນໆນັ້ນ ມັນບໍ່ແມ່ນບັນຫາຂອງເຮົາ ມັນຄືບັນກາຂອງຄົນໆນັ້ນ ເພາະຢ່າງນ້ອຍເຮົາກໍມີຈຸດຢືນໃນສິ່ງທີ່ເຮົາເປັນ ແລະ ເຮົາກໍພູມໃຈໃນສິ່ງໆນັ້ນ”.

ຖືໄດ້ວ່າຄຳເວົ້າຂອງເຂື່ອນເຮັດໃຫ້ຊາວເນັດກົດໄລ້ ແລະ ສະແດງຄວາມຄິດເຫັນລົ້ນເຫຼືອ ເຊິ່ງເປັນການໃຫ້ກຳລັງໃຈທຸກເພດ ບໍ່ວ່າຈະເພດໃດກໍມີຈຸດຢືນເປັນຂອງໂຕເອງ ແລະ ມີຈຸດຢືນຢູ່ໃນສັງຄົມເຊັ່ນກັນ.

ຂໍ້ມູນ: https://www.posttoday.com/ent/news/633873

ແບ່ງປັນ