Breaking News

ສາຍຄາເຟ່ແບບເຮົາພາດບໍ່ໄດ້!! ແນວໃດກໍຕ້ອງໄດ້ລອງ ກັບຮ້ານຄາເຟ່ເປີດໃໝ່ Jaelamong café

ແບ່ງປັນ

ຮ້ານນີ້ເຂົາເດັ່ນເລື່ອງລົດຊາດກາເຟ ທີ່ມີລົດຊາດເປັນເອກະລັກ ແລ້ວສົງໃສກັນບໍ່ວ່າມັນຈະແຕກຕ່າງຈາກກາເຟຮ້ານອື່ນແນວໃດ? ຄວາມພິເສດຄືກາເຟທີ່ໃຊ້ເປັນກາເຟຈາກປາກຊ່ອງ ຄັດເລືອກເມັດກາເຟທີ່ມີຄຸນນະພາບ ພ້ອມນໍາມາຂົ້ວເອງເປັນສູດສະເພາະຂອງທາງຮ້ານ ເວົ້າໄດ້ວ່າແຊບມາຕັ້ງແຕ່ຂັ້ນຕອນການຜະລິດເລີຍ!

ການຕົບແຕ່ງຮ້ານກໍເປັນເອກະລັກໂດດເດັ່ນ ສະແດງເຖິງຄວາມເປັນລາວປະສົມປະສານໃຫ້ມີຄວາມທັນສະໄໝ ໂດຍການນໍາເອົາເຄື່ອງຫັດຖະກໍາທີ່ເປັນສີມືຂອງຄົນລາວມາປະຍຸກໃຊ້ທັງງາມໂດດເດັ່ນ ແລະ ມີເອກະລັກ.

ຄໍາວ່າ “Jaelamong” ມາຈາກຊື່ຂອງຊົນເຜົ່າໜຶ່ງ ຢູ່ແຂວງສະຫວັນນະເຂດ ຍ້ອນຄວາມມັກ ແລະ ຫຼົງໄຫລ ໃນຄວາມພິເສດຂອງໝູ່ບ້ານນັ້ນຈຶ່ງໄດ້ນໍາມາຕັ້ງເປັນຊື່ຮ້ານ ແລະ ໄດ້ເອົາໂຕລະມັ່ງທີ່ເປັນສັດອະນຸລັກມາເປັນໂລໂກ້ຂອງຮ້ານພ້ອມ.

ເວົ້າໄດ້ວ່າເປັນແບຣນລາວແບຣນໜຶ່ງທີ່ມີເອກະລັກເປັນຂອງຕົນເອງຊັດເຈນ, ຄອນເຊັບຮ້ານຈະເປັນແບບຊົງລາວ ເມນູສິກເນເຈີ້ເລີຍແມ່ນ ແຈລະມ່ອງ ແຕະໂອ ແລະ ແຕະລ້ຽງທີ່ໄປແລ້ວຕ້ອງໄດ້ລອງ!

ນອກຈາກຈະນໍາລົດຊາດກາເຟແຊບໆມາເສີບແລ້ວຍັງເປັນການສົ່ງເສີມຊາວຫັດຖະກໍາ ແລະ ຊາວກະຊິກໍາເຊິ່ງເປັນອີກຈຸດປະສົງຂອງຮ້ານ “Jaelamong”

ມີຄວາມເປັນລາວທີ່ທັນສະໄໝ
ກາເຟຫອມໆ ເຂັ້ມຂູ້ນ ໄດ້ລົດສໍາຜັດຂອງກາເຟແທ້ໆ
ບັນຍາກາດພາຍໃນຮ້ານກໍເປັນຕານັ່ງ
ເພີ່ມຄວາມເປັນລາວເຂົ້າໄປດ້ວຍເຄື່ອງຫັດຖະກໍາທີ່ເຮັດຈາກສີໄມ້ລາຍມືຂອງຄົນລາວ

ແລະຕອນນີ້ແມ່ນກໍາລັງຈະເປີດເພີ່ມອີກ 4 ສາຂາ ເປີດມື້ໃດຂວັນໃຈອັບເດດໃຫ້ທັນທີ🥰!!

ສະຖານທີ່: ປ້ຳນ້ຳມັນພລັສ ໂພນພະເນົາ ຕໍ່ຫນ້າຮ້ານຂາຍໄມ້ ຈານເຊົາ

ເວລາ: 06:30-19:30

ເພຈ: https://www.facebook.com/Jaelamong-caf%C3%A9-10

📌ຕິດຕາມ Kuanjai Magazine Online ເພີ່ມຕື່ມໄດ້ທີ່ 🌍

Website:https://kuanjailao.com/wp-admin/

📸 IG:kuanjai_magazine_

ແບ່ງປັນ