Breaking News

ການປັບໂຕໃຫ້ເຂົ້າກັບບ່ອນເຮັດວຽກໃໝ່

ແບ່ງປັນ

ການເຮັດວຽກໃໝ່ ເປັນສິ່ງທີ່ທ້າທາຍສຳຫຼັບຫຼາຍໆຄົນ ເພາະເຮົາບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນແດ່ ຈະສະດວກສະບາຍເປັນຄືທີ່ເຮົາຄິດໄວ້ບໍ, ແຕ່ເຮົາຈະຢ້ານຫຼາຍກໍບໍ່ມີປະໂຫຍດຫຍັງ.​ ມາຮູ້ 7 ວິທີ ທຳອິດທີ່ຈະເຮັດໃຫ້ເຮົາສາມາດປັບໂຕເຂົ້າກັບບ່ອນເຮັດວຽກໃໝ່ໄດ້ແບບຖືກຕ້ອງ.

1 ມິດຕະພາບສຳຄັນ

ການຍ້າຍສະຖານທີ່ເຮັດວຽກໃໝ່ ຖືໄດ້ວ່າເຮົາເປັນສະມາຊິກໃໝ່ ທຳອິດເລີຍເຮົາຕ້ອງເປັນມິດ. ດັ່ງນັ້ນ, ໃຜຈະເປັນມິດກັບເຮົາ ຫຼືບໍ່ໍ? ເຮົາກໍຍັງບໍ່ຮູ້, ແຕ່ເຮົາຕ້ອງເປັນມິດກັບທຸກຄົນໄວ້ກ່ອນກໍບໍ່ເສຍຫາຍ. ເຂົ້າໄປມື້ທຳອິດຢ່າລືມຍີ້ມທັກທາຍ, ພຽງເທົ່ານີ້ຄວາມກົດດັນຂອງການບໍ່ຮູ້ຈັກໃຜກໍບັນເທົາໄປຫຼາຍແລ້ວ, ການວາງໂຕເປັນມິດກັບທຸກຄົນ ດ້ວຍການສົນທະນາເລື່ອງທົ່ວໄປ ຫຼືແນະນຳຕົນເອງວ່າເປັນໃຜ? ມາຈາກໃສ? ພ້ອມທັງຝາກເນື້ອຝາກໂຕກັບເພື່ອນຮ່ວມງານໄວ້ກ່ອນເລີຍ.

2 ສຸພາບອ່ອນໂຍນ

ບໍ່ມີໃຜບໍ່ມັກຄວາມສຸພາບນຸ່ມນວນ ຈຶ່ງເປັນການດີ ທີ່ເຮົາຈະໃຊ້ຄວາມສຸພາບເພື່ອສະແດງອອກເຖິງຄວາມຈິງໃຈກັບຄົນໃນຫ້ອງການໃໝ່ ຫາກເຮົາສຸພາບກັບເພື່ອນຮ່ວມງານຕັ້ງແຕ່ຕົ້ນ ເຮົາກໍຈະໄດ້ຮັບການຕອບຮັບຢ່າງສຸພາບກັບຄືນມາເຊ່ັ່ນກັນ.​ ການເຮັດວຽກ ກໍເຮັດຢ່າງສຸພາບ ເພື່ອໃຫ້ທຸກຄົນເຫັນວ່າເຮົາໃຫ້ກຽດ ແລະ ຈິງໃຈກັບວຽກ ບໍ່ແມ່ນວ່າເຫັນຫຍັງຜິດໄປຈາກທີ່ຄິດກໍຊັກສີໜ້າສີຕາ, ຈົ່ມພຶມພຳ ຫຼືສະແດງຄວາມບໍ່ພໍໃຈເກີນໄປ ແບບນີ້ບໍ່ມີຢາກເຂົ້າໃກ້ນ້ອງໃໝ່ຄືເຮົາແນ່ນອນ.

3 ໝັ່ນຮຽນຮູ້

ແມ່ນຢູ່ວ່າເຮົາອາດຈະມີປະສົບການການເຮັດວຽກມາແລ້ວຫຼາຍປີ ແຕ່ການໄປເຮັດວຽກບ່ອນໃໝ່ກໍຄືກັບການເລີ່ມນັບໜຶ່ງໃໝ່ ເພາະວັດທະນະທຳຂອງອົງກອນໃນແຕ່ລະບ່ອນນັ້ນບໍ່ຄືກັນ. ດັ່ງນັ້ນ, ບໍ່ວ່າເຮົາຈະມີປະສົບການຫຼາຍພຽງໃດ ຫຼືມີປະສົບການມາແຕ່ໃສ ຫາກປ່ຽນສະຖານທີ່ເຮັດວຽກໃໝ່ເຮົາກໍຕ້ອງໝັ່ນຮຽນຮູ້ສິ່ງທີ່ບໍ່ເຂົ້າໃຈ ຫຼືບໍ່ໝັ່ນໃຈ ກໍຖາມຈາກເພື່ອນຮ່ວມງານທີ່ຢູ່ມາກ່ອນ, ແຕ່ການຖາມທຸກຄັ້ງຄວນຖາມຢ່າງສົມເຫດສົນຜົນ ບໍ່ແມ່ນວ່າຖາມໄປໝົດທຸກເລືື່ອງ ແບບນີ້ໜ້າຈະບໍ່ແມ່ນເລື່ອງທີ່ດີ.

 4 ເຂົ້າເມືອງຕາຫຼິ່ວໃຫ້ຫຼິ່ວຕາຕາມ

ສຸພາສິດສອນໃຈ ທີ່ບໍ່ວ່າຈະຢູ່ໃນກໍໃຊ້ໄດ້ຜົນດີ, ການເຂົ້າໄປເຮັດວຽກບ່ອນໃໝ່ກໍເຊັ່ນກັນ ເຂົ້າໄປໄລຍະທຳອິດ ໃຫ້ສັງເກດວ່າເພື່ອນຮ່ວມງານຂອງເຮົາ, ເຂົາເຮັດແນວໃດ, ສື່ສານແນວໃດ ເຊັ່ນ:​ ບ່ອນເຮັດວຽກມັກໃຊ້ການສື່ສານຜ່ານ Whatsapp ເຮົາກໍຕ້ອງໝັ່ນເບິ່ງຂໍ້ຄວາມ ແລະ ໝັ່ນຕອບ ໃນ Whatsapp, ບໍ່ແມ່ນວ່າພໍມາອ່ານແລ້ວພົບວ່າຫົວໜ້າສັ່ງວຽກໄປແຕ່ອາທິດກ່ອນແລ້ວຫາກໍເຫັນ. ສະນັ້ນ, ຕ້ອງສັງເກດໃຫ້ຫຼາຍໆ ເພື່ອປັບໂຕໃຫ້ໄວ.

 

5 ຮັບຜິດຊອບໜ້າທີ່

ແນ່ນອນວ່າການເຂົ້າໄປເຮັດວຽກໃນໄລຍະທຳອິດ ເຮົາຈະຍັງຮູູ້ສຶກບໍ່ແນ່ໃຈເລື່ອງໜ້າທີ່ ຫຼືຄວາມຮັບຜິດຊອບໃນໜ້າທີ່ຂອງເຮົາ ແລະ ອາການນີ້ຈະເຮັດວຽກເຮົາບໍ່ແລ້ວ ກາຍເປັນຄົນບໍ່ມີຄວາມຮັບຜິດຊອບໄປເລີຍ. ດັ່ງນັ້ນ, ເຮົາຄວນຖາມຈາກຫົວໜ້າງານໃຫ້ຊັດເຈນຕັ້ງແຕ່ມື້ທຳອິດ ວ່າການທີ່ເຮົາຕ້ອງຮັບຜິດຊອບ ຫຼືຕ້ອງຕັດສິນໃຈນັ້ນມີຫຍັງແດ່ ເພື່ອທີ່ເຮົາຈະໄດ້ບໍ່ປ່ອຍໃຫ້ໃຜມາເວົ້າໃຫ້ເຮົານຳຫຼັງວ່າຂາດຄວາມຮັບຜິດຊອບ.

6 ຕິດຕາມວຽກຂອງຕົນເອງ

ເປັນນ້ອງໃໝ່ບໍ່ແມ່ນແຕ່ຕ້ອງຕັ້ງໃຈເຮັດວຽກ ແຕ່ເຮົາຕ້ອງໃສ່ໃຈວຽກດ້ວຍການຕິດຕາມ ແລະ ກວດເບິ່ງຜົນຢູ່ເປັນໄລຍະໆ ໂດຍສະເພາະໃນໄລຍະທຳອິດ ເຮົາກໍຍັງບໍ່ຮູ້ຈັກໃຜຍິ່ງຕ້ອງໃສ່ໃຈເປັນພິເສດ ເຊັ່ນ:​ ວຽກທີ່ຕ້ອງເຮັດກັນເປັນທີມ ເຮົາເຮັດແລ້ວກໍຕ້ອງສົ່ງຕໍ່ໃຫ້ຄົນໃນທີມຄົນອື່ນສານຕໍ່ ເຮົາຄວນຕິດຕາມຜົນງານວ່າ ວຽກທີ່ເຮົາເຮັດເປັນແນວໃດ ມີຄວາມຜິດພາດ ແລະ ຕ້ອງແກ້ໄຂແນວໃດ.

7 ສື່ສານຢ່າງກົງໄປກົງມາ

ການສື່ສານ ຖືວ່າເປັນເລື່ອງສຳຄັນຫຼາຍໃນອົງກອນ. ດັ່ງນັ້ນ,​ການໄປເຮັດວຽກບ່ອນໃໝ່ຄວນທີ່ຈະໃສ່ໃຈເລື່ອງການສື່ສານ,​ຕ້ອງພະຍາຍາມຈັບປະເດັນສິ່ງທີ່ຟັງໃຫ້ໄດ້, ຖ້າຫາກຈື່ບໍ່ໄດ້ ຕ້ອງໄດ້ຈົດບັນທຶກໄວ້ ແລະ ເມື່ອເຮົາຕ້ອງສືື່ສານອອກໄປ ເຮົາຕ້ອງສື່ສານອອກໄປໃຫ້ຖືກຈຸດ, ບໍ່ເວົ້າວົນໄປວົນມາຈົນສັບສົນ ແລະ ເວລາຖາມກໍຖາມໃຫ້ຖືກຈຸດ ເພາະຖ້າວຽກອອກມມາຜິດພາດຈາກການອາຍທີ່ຈະຖາມຜົນສຸດທ້າຍຈະອາຍກ່ວາ.

ການເຮັດວຽກໃໝ່ມີຫຼາຍຢ່າງທີ່ຕິດຄັດ ແຕ່ເຖິງຢ່າງໃດຂໍໃຫ້ເຊື່ອໃນຕົນເອງ ແລະ ພະຍາຍາມປັບປ່ຽນໃຫ້ເຂົ້າກັບວຽກງານ ແລະ ຄົນໃນຫ້ອງການໄດ້,. ສຸດທ້າຍນີ້, ແອັດຂໍເປັນກຳລັງໃຈໃຫ້ທຸກຄົນທີ່ກຳລັງຈະເລີ່ມວຽກໃໝ່ ຫຼືຍ້າຍບ່ອນເຮັດວຽກໃໝ່ ປະສົບຜົນສຳເລັດດ້ວຍດີເດີ!

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ