Breaking News

4 ວິທີ ການເຮັດວຽກໃຫ້ແລ້ວໄວ ໃນແຕ່ລະມື້

ແບ່ງປັນ

ການເຮັດວຽກໃຫ້ໄວໃນແຕ່ລະມື້ມີຫຍັງແດ່ມາເບິ່ງນຳກັນເລີຍ!!!

1. ວາງແຜນກັບວຽກທີ່ໄດ້ຮັບມອບໝາຍ

ກ່ອນອື່ນເມື່ອເຮົາໄດ້ຮັບວຽກມາແລ້ວ ລອງນຳໂຈດວຽກທີ່ໄດ້ຮັບມານັ່ງວິເຄາະ ແລ້ວວາງແຜນວ່າຈະຕ້ອງປະຕິບັດແນວໃດແດ່? ຫາກວຽກຍາກຕ້ອງຫາຂໍ້ມູນໃນການເຮັດວຽກຫຼາຍຂຶ້ນ ແລະ ກໍຕັ້ງໃຈຫາຂໍ້ມູນໂດຍລະອຽດ ມາອ່ານຢ່າງເຂົ້າໃຈ ແລະ ວາງແຜນການດຳເນີນໃນແຕ່ລະຂັ້ນຕອນ, ອາດຈະກຳນົດໄລຍະເວລາຂອງແຕ່ລະຂັ້ນຕອນວ່າໃຊ້ຈັກຊົ່ວໂມງ ເຊິ່ງຈະເຮັດໃຫ້ເຮົາມີສະຕິ ແລະ ເຮັດຕາມເປົ້າໝາຍໄດ້ໄວຂຶ້ນ.

2. ລົງມືເຮັດຕາມແຜນແຕ່ລະຂັ້ນຕອນ

ຫຼັງຈາກທີ່ເຮົາໄດ້ກຳນົດການວາງແຜນການເຮັດວຽກຢ່າງເຄັ່ງຄັດເອົາໄວ້ແລ້ວ,​ ເຮົາຕ້ອງລົງມື້ເຮັດວຽກ ໃນແຕ່ລະແຜນທີ່ວາງໄວ້ທັນທີ ເລີ່ມຕັ້ງແຕ່ແຜນທີ 1, 2 ແລະ 3 ຈົນໝົດທຸກແຜນງານທີ່ວາງໄວ້.​ ຂໍ້ດີຂອງການເຮັດວຽກຕາມແຜນທີ່ວາງໄວ້ແບບນີ້ ຈະເຮັດໃຫ້ເຮົາສາມາດເຮັດວຽກໄດ້ໄວ ແລະ
ປະສົບຜົນສຳເລັດກັບວຽກໃນແຕ່ລະມື້ໄດ້ຢ່າງໄວວາຂຶ້ນ.

3. ທຸ່ມເທກັບວຽກດ້ວຍຄວາມຕັ້ງໃຈ

ໃນຕອນທີ່ເຮົານັ່ງເຮັດວຽກຢູ່ນັ້ນ ຈົ່ງຕັ້ງໃຈທຸ່ມເທກັບວຽກໃຫ້ຫຼາຍທີ່ສຸດ ຫາກເປັນວຽກທີ່ຕ້ອງໃຊ້ສະໝອງ ຈົ່ງປ່ອຍວາງໃຫ້ອາລົມ ແລະ ສະພາບຈິດເບົາສະບາຍ,​ ບໍ່ຕຶງຄຽດ ແລະ ບໍ່ຄິດເຖິງເລື່ອງອື່ນ ຈົນເສຍເວລາເຮັດວຽກ,​ ໃຫ້ອົດທົນໃຈຈົດໃຈຈໍ່ກັບວຽກຕົນເອງໃຫ້ດີທີ່ສຸດ,​ ຫາກມີຄົນຊວນລົມ ຫຼືມີສິ່ງໃດມາລົບກວນການເຮັດວຽກຂອງເຮົາໃຫ້ພະຍາຍາມຫຼີກລ້ຽງ, ປິດຈາກສື່ອິນເຕີເນັດທີ່ນອກເໜືອຈາກວຽກງານ ເພື່ອມຸ່ງໜ້າເຮັດວຽກຢ່າງດຽວ.

4. ຜ່ອນຄາຍໃນລະຫວ່າງເຮັດວຽກ

ແມ່ນຢູ່ວ່າການທຸ່ມເທເຮັດວຽກຢ່າງດຽວ ອາດຈະເຮັດໃຫ້ເຮົາເຮັດວຽກແລ້ວໄວຂຶ້ນ, ແຕ່ຢ່າລືມໄປວ່າ ຄົນເຮົາຈະຕ້ອງມີເວລາພັກຜ່ອນ ເພາະການພັກຜ່ອນຈາກກອງເອກະສານ ຫຼືໜ້າຈໍຄອມຈະເຮັດໃຫ້ເຮົາສະບາຍຂຶ້ນ ແລະ ມີແນວຄິດດີຂຶ້ນ, ເຊິ່ງການພັກຜ່ອນເວລາສັ້ນໆ ເຊັ່ນ:​ ການລຸກໄປເຂົ້າຫ້ອງນໍ້າ, ດື່ມກາເຟ, ​ດື່ມນໍ້າ ແລະ ລ້າງໜ້າໃຫ້ສົດຊື່ນ ຫຼືປ່ອຍວາງສາຍຕາໃຫ້ສຳຜັດກັບບັນຍາກາດຕົ້ນໄມ້, ຫຼຽວໄປປ່ອງຢ້ຽມເບິ່ງອາກາດພາຍນອກ ກໍຈະເຮັດໃຫ້ເຮົາຮູ້ສຶກສົດຊື່ນຂຶ້ນ ແລະ ເມື່ອເຮົາກັບມານັ່ງເຮັດວຽກເຮົາກໍຈະມີສະໝອງປອດໂປ່ງຂຶ້ນ.

ເປັນແນວໃດທຸກຄົນ ສຳຫຼັບ 4 ວິທີ ທີ່ຈະຊ່ວຍໃຫ້ເຮົາເຮັດວຽກໄດ້ໄວຂຶ້ນໃນແຕ່ລະມື້ ຢ່າລືມເອົາໄປໝູນໃຊ້ຕົວຈິງເບິ່ງເດີ!

ຂໍ້ມູນ:​ https://www.sanook.com/women/80409/

ແບ່ງປັນ