Breaking News

ກຳລັງມາແຮງ! ຜົນງານເພງໃໝ່ “ພໍ່ແມ່ອ້າຍຖາມຫາ”

ແບ່ງປັນ

ຜົນງານເພງ “ພໍ່ແມ່ອ້າຍຖາມຫາ” ທີ່ໄດ້ລວມເອົາສິລະປິນທີ່ມີຜົນງານເພງດັງຜ່ານມາ ເຊັ່ນ: “ຢາກເປັນລູກເຂີຍ” ແລະ “ໃສ່ໃຈໄດ້ແຕ່ມອງ”. ການຮວມໂຕຂອງນັກຮ້ອງ, ໂສພະນາ, ກູດ, ເຈມ Uno ແລະ ບິກໃຫຍ່ (ແບກຶ) ທີ່ຫຼາຍຄົນລຸ້ນກັນວ່າເພງດັ່ງກ່າວຈະຮອດ 100 ລ້ານວິວ ຫຼືບໍ?

ເຊິ່ງເພງ “ພໍ່ແມ່ອ້າຍຖາມຫາ” ເວົ້າເຖິງ MV ເພງແມ່ນໄດ້ນາງເອກມາຈາກເພງ ຢາກເປັນລູກເຂີຍ ນັ້ນກໍຄືສາວວົງ ເຊິ່ງມາພ້ອມກັບຄວາມງາມແບບໄທບ້ານ, ໜຸ່ມໆທັງ 4 ຄົນ ໂສພະນາ, ກູດ, ເຈມ Uno ແລະ ບິກໃຫຍ່ (ແບກຶ) ກໍຈັດໜັກຈັກເຕັມທັງທ່າທາງ, ນໍ້າສຽງ ປະກອບກັບພາບທຳມະຊາດອັນງົດງາມ ເຮັດໃຫ້ MV ເພງນີ້ໂດດເດັ່ນຂຶ້ນ, ສ່ວນເນື້ອໃນ MV ກໍຖືກໃຈໄວລຸ້ນໄປເຕັມໆ ພ້ອມທັງມີຈັງຫວະໃຫ້ໄດ້ລຸກເຕັ້ນນຳອີກ.

ປັດຈຸບັນ, ຍອດວິວຂອງເພງ “ພໍ່ແມ່ອ້າຍຖາມຫາ” ເຖິງ 1,5 ລ້ານກວ່າວິວ ແລ້ວ,​ ເຊິ່ງເພງດັ່ງກ່າວແມ່ນຫາກໍປ່ອຍ ວັນທີ 5 ກັນຍາ ຜ່ານມາ,​ ມາລຸ້ນນຳກັນວ່າເພງນີ້ຈະທຳລາຍສະຖິິຕິເພງຜ່ານມາ ແລະ ຈະຮອດ 100 ລ້ານວິວ ເທົ່າທີ່ຄາດການໄວ້ບໍ?.

ສຸດທ້າຍນີ້, ແອັດກໍຂໍສະໜັບສະໜູນເພງລາວ ແລະ ສິລະປິນລາວທຸກຄົນ ທີ່ສ້າງສັນຜົນງານເພງດີໆ ອອກມາ ແລະ ຂໍເປັນກຳລັງໃຈໃຫ້ທຸກສິລະປິນ ໂດຍສະເພາະສິລະປິນໜ້າໃໝ່ ໜຸ່ມໂສພະນາ, ກູດ, ເຈມ Uno ແລະ ບິກໃຫຍ່ (ແບກຶ) ຂໍໃຫ້ເພງ “ພໍ່ແມ່ອ້າຍຖາມຫາ” ໄດ້ຂຶ້ນຍອດຫຼາຍທີ່ສຸດໃນປະຫວັດສາດເດີ!

ສຳຫຼັບໃຜທີ່ຍັງບໍ່ທັນໄດ້ຟັງ ມາຟັງນຳກັນເລີຍທີ່ລີ້ງດ້ານລຸ່ມ:

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ