Breaking News

ແມັດ ພິລານີ ໂພສ ຫຼືວ່າຈະເປັນແຟນໃໝ່ ເຕີ້ຍ ຈະລິນພອນ…

ແບ່ງປັນ

ເມື່ອແກ໊ງເຟີບີ້ ລວມໂຕກັນຕ້ອງມີຄວາມໜ້າຮັກສົດໃສມາແຈກຕະຫຼອດ. ແກ໊ງເຟີບີ້່ ເປັນແກ໊ງທີ່ມີດາລາດັງແຖວໜ້າຂອງຊ່ອງ 3 ເຊິ່ງມີ: ແຕ້ວ ນະທະພອນ, ເຕີ້ຍ ຈະລິນພອນ, ມິ້ນ ຊາລິດາ,​ ມິວ ນິດຖາ ແລະ ແມັດ ພິລານີ ໂດຍເທື່ອນີ້ສາວໆເຟບີ້ ພາກັນໄປທ່ຽວທະເລພູເກັດ ໂດຍທັງໝົດກໍເອົາຫວານໃຈໄຮໂຊໄປນໍາ ມີພຽງສາວເຕີ້ຍເທົ່ານັ້ນທີ່ໂສດ.

ເຊິ່ງການໄປທ່ຽວຄັ້ງນີ້: ສາວໆຕ່າງໂພສພາບຄວາມສົດໃສໃນຊຸດລອຍນໍ້າ ແລະ ກິດຈະກຳ ອອກມາຜ່ານໃນ IG Story ເຊິ່ງໃນນັ້ນ ແມັດ ພິລານີ ກໍໄດ້ປ່ອຍຄຣິບທີ່ຫຼາຍຄົນກຳລັງສົນໃຈວ່າສາວເຕີ້ຍ ຈະມີແຟນເປັນໄຮໂຊນຳໝູ່ໃນແກ໊ງ ຫຼືບໍ່?

ໂດຍໃນຄຣິບ ສາວແມັດ ກຳລັງກວນວ່າ ໄຮໂຊອູ໋ ເປັນເດັກໃໝ່ຂອງ ເຕີ້ຍ ຈະລິນພອນ. ເຊິ່ງກໍເອີ້ນໄດ້ວ່າເລື່ອງນີີ້ສາວແມັດ ກໍຈະກວນຫຼິ້ນໆ ເພາະ ໄຮໂຊອູ໋ ກໍຄື ອູ໋ ສະມິດທິ ລິຂິດມາດກຸນ ໝູ່ຄົນສະໜິດຂອງສາວເຟີບີ່ທີ່ຢູ່ຮ່ວມກັບສາວໆມາດົນແລ້ວ.

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ