Breaking News

ແອນ ທອງປະສົມ ເຈົ້າຫຍິງແຫ່ງວົງການບັນເທີງ

ແບ່ງປັນ

ແອນ ທອງປະສົມ ນັກສະແດງ ແລະ ນາງແບບ ຂອງປະເທດໄທ ເປັນນັກສະແດງຊ່ອງ 3 ທີ່ຫຼາຍຄົນຮູ້ຈັກ. ນອກຈາກນັ້ນ, ​ແອນ ທອງປະສົມ ຍັງມີໜ້າທີ່ເປັນຜູ້ກຳກັບລະຄອນອີກດ້ວຍ, ແອນ ທອງປຣະສົມ ເປັນແມ່ຍິງຄົນທຳອິດທີ່ໄດ້ຮັບລາງວັນນັກສະແດງຍິງດີທີ່ສຸດ (รางวัลนักแสดงหญิงยอดเยี่ยม) ຈາກທຸກສະຖາບັນຢ່າງເປັນເອກະສັນຈາກຮູບເງົາເລື່ອງດຽວກັນ.

ແອນ ທອງປະສົມ ເປັນນາງເອກ ທີ່ເປັນຕຳນານໃນວົງການບັນເທີງ ແລະ ປະພຶດຕົນດີຕະຫຼອດມາ, ຈົນຫຼາຍໆສື່ຍົກໃຫ້ນາງເປັນ “ເຈົ້າຫຍິງແຫ່ງວົງການບັນເທີງ” ເພາະທັງຄວາມສາມາດ,​ ກິລິຍາ ມາລະຍາດ ແລະ ການວາງໂຕ ເປັນນາງເອກທັງໃນຈໍ ແລະ ນອກຈໍ. ແອນ ທອງປະສົມ ໄດ້ເວົ້າໃນຕອນສຳພາດລາຍການໜຶ່ງວ່າ:​ “ຊື່ສຽງແອນໃນວົງການບັນເທີງບໍ່ໄດ້ມາແຕ່ເກີດ ແຕ່ແອນສ້າງຂຶ້ນມາດ້ວຍຄວາມມັກ” ແລະ ແອນຍັງເວົ້າອີກວ່າ: “ຈົ່ງສ້າງຄຸນຄ່າຂອງຕົນເອງໃຫ້ຄົນຮູ້ວ່າເຮົາເຮັດຫຍັງໄດ້ແດ່?”

ສຳຫຼັບຄວາມສຳເລັດໃນວົງການບັນເທີງ, ນອກຈາກລາງວັນທາງການສະແດງທີ່ໄດ້ຮັບມາຫຼາຍປີຕິດຕໍ່ກັນ ລວມເຖິງລາງວັນ Popular Vote ທີ່ຈັດຂຶ້ນໂດຍອົງກອນ ແລະ ວາລະສານບັນເທີງຕ່າງໆອີກຫຼວງຫຼາຍ ແລະ ຍັງໄດ້ຮັບກຽດໃຫ້ເປັນຕົ້ນແບບຮູບປັ້ນຂອງ ພິພິທະພັນຫຸ່ນຂີ້ເຜິ້ງມາດາມທຸຊໂຊ ໃນປະເທດໄທ.​

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ