Breaking News

ໄອເດຍຮ້ານກາເຟນ້ອຍໆ ສະໄຕລມິນິມໍ ວິວສຸດຊິວ ເໝາະນັ່ງຖ່າຍຮູບເຊັກອິນ

ແບ່ງປັນ

ໄອເດຍເຮັດຮ້ານກາເຟສະໄຕລ Minimal ໃຜທີ່ກໍາລັງຢາກມີຮ້ານ ກາເຟນ້ອຍໆເປັນຂອງໂຕເອງ ມາທາງນີ້… ແອດໄດ້ລວມ ໄອເດຍຕົບແຕ່ງ ຮ້ານກາເຟນ້ອຍໆ ໃຫ້ງາມເປັນຊານັ່ງຖ່າຍຮູບເຊັກອິນ ບໍ່ວ່າຈະເປັນຮ້ານທີ່ຕັ້ງແຄມທາງ ຫຼື ຕັ້ງຢູ່ໜ້າເຮືອນໂຕເອງກໍເກ໋ດີ! ໃຜມັກແບບໃດກໍເຊບໄວເປັນໄອເດຍໄດ້ເລີຍ

1 ຮ້ານກາເຟນ້ອຍໆສະໄຕລມິນິມໍໂມນສີຂາວ

ເປັນຮ້ານກາເຟນ້ອຍໆຕັ້ງຢູ່ໜ້າເຮືອນໃຕ້ຮົ່ມຕົ້ນໄມ້ໄດ້ບັນຍາກາດແບບຊິວໆ ສະໄຕລການຕົບແຕ່ງມີຄວາມຄາສຊິກ ເພີ່ມຄວາມໜ້າສົນໃຈດ້ວຍໂຕະໄມ້ສີຂາວ ຈັັກສອງສາມໂຕະໄວ້ໃຫ້ນັ່ງຊິວກ້ອງຮົ່ມໄມ້ໃຫຍ່.


2 ຮ້ານນ້ອຍໆຝາສີຂາວ

ເພີ່ມຄວາມມິນິມໍດ້ວຍໄມ້ສີນໍ້າຕານ ເປັນສະໄຕລການຕົບແຕ່ງແບບລຽບໆ ເບິ່ງບໍ່ເບື່ອ ແບບນີ້ຕັ້ງຢູ່ແຄມທາງຄືແບບຕ້ອງເຕະຕາລູກຄ້າໃຜເຫັນກໍຕ້ອງຢາກແວ່

3 ຮ້ານໂທນຂາວ

ແຕ່ງດ້ວຍຕົ້ນໄມ້ສີຂຽວຄືແບບລົງໂຕຟຸດໆ ເຖິງຈະເປັນຮ້ານໃນຊອຍແຄບໆແຕ່ຖ້າຕົບແຕ່ງແບບນີ້ຄົນຕ້ອງແຫ່ກັນເຂົ້າມາເປັນແຖວແໜ້ນໂລດລະ!!

4ຮ້ານໂທນນໍ້າຕານ

ມີຄວາມແບບຍ້ອນຍຸກໜ້ອຍໆ ອາດຈະບໍ່ໄດ້ຕົບແຕ່ງຫຍັງຫຼາຍແຕ່ໃຫ້ຄວາມຮູ້ສຶກແບບໄດ້ຍ້ອນຍຸກ ໃຫ້ອາລົມແບບຄິດຮອດຊ່ວງເວລາເກົ່າໆ ເກ໋ໄປອີກແບບ!!

5ຮ້ານໂທນນໍ້າຕານ

ຮ້ານໂທນນໍ້າຕານອີກຮ້ານໜຶ່ງແຕ່ເພີ່ມຄວາມທັນສະໄໝຂຶ້ນມມາ ມີປະຕູນ້ອຍໆໃຫ້ເຫັນເຄົ້າເຕີ້ບາ ມີໂຕະສີນໍ້າຕານໄວ້ໃຫ້ລຸກຄ້າໄດ້ແວ່ນັ່ງຊິວໆ!

ແບ່ງປັນ