Breaking News

ເຮືອນຫຼັງນ້ອຍໜ້າຮັກ ລຽບງ່າຍ ແຕ່ຄົບທຸກຟັງຊັ້ນ

ແບ່ງປັນ

ມື້ນີ້ຂວັນໃຈຈະພາເພື່ອນໆໄປເບິ່ງເຮືອນຊັ້ນດຽວ ຂະໜາດກະທັດຮັດ ໜ້າຮັກ ອົບອຸ່ນ ບັນຍາກາດດີອ້ອມຮອບໄປດ້ວຍທໍາມະຊາດ

ຫຼັງນີ້ຢູ່ປະເທດອົດສະຕາລີນະ!!ຮືອນຫຼັງນີ້ເປັນເຮືອນຊັ້ນດຽວເຖິງຈະມີຂະໜາດກະທັດຮັດ ແຕ່ມາພ້ອມຟັງຊັ້ນທີ່ຄົບ ຕົວບ້ນມີການຈັດຟັງຊັ້ນແບບ Open Plan ໂປ່ງ ໂລ່ງ ເຊື່ອມຕໍ່ກັນທັງໝົດ ເຈົ້າຂອງງເຮືອນພະຍາຍາມບໍ່ໃຫ້ມີສິ່ງໃດມາກີດຂວາງລະຫວ່າງພື້ຮທີ່ ເພາະບໍ່ຕ້ອງການໃຫ້ມີຄວາມຄັບແຄບ ຫຼືອຶດອັດເກີດຂຶ້ນໂດຍບໍ່ຈໍາເປັນ ການຕົບແຕ່ງທາງໃນຈະເນັ້ນເປັນໂທນສີຂາວເປັນຫຼັກ ເພື່ອເພີ່ມຄວາມສະຫວ່າງ ແລະ ຄວາມກວ້າງໃຫ້ກັບເຮືອນ ຕັດດ້ວຍເຟີນີເຈີ້ ແລະ ພື້ນຈາກໄມ້ ເຮັດໃຫ້ບັນຍາກາດໃນອົບອຸ່ນຂຶ້ນມາທັນທີ

ແບ່ງປັນ