Breaking News

5 ເທຣນອາຫານເພື່ອສຸຂະພາບມາແຮງ ແຫ່ງປີ 2022

ແບ່ງປັນ

ປີນີ້ເຊື່ອວ່າຈະມີສິ່ງເຂົ້າມາປັບປ່ຽນການດໍາລົງຊີວິດຂອງເຮົາອີກຫຼາຍຢ່າງ ບໍ່ສະເພາະແຕ່ການໃຊ້ຊີວິດ ລວມເຖິງພຶດຕິກໍາການກິນກໍປ່ຽນໄປເຊັ່ນກັນ ຄົນສ່ວນໃຫຍ່ເລີ່ມຫັນມາຮັກສາສຸຂະພາບກັນຫຼາຍຂຶ້ນ ດັ່ງນັ້ນມື້ນີ້ຂວັນໃຈຈະພາມາສ່ອງ 5 ເທຣນອາຫານສຸຂະພາບທີ່ມາແຮງໃນປີ 2022 ໃຫ້ມາອ່ານກັນແບບເພີນໆ ຫາກຄິດເຫັນກົງກັນ ຫຼືມີເທຣນໃໝ່ໆທີ່ໜ້າສົນໃຈ ຄອມເມັ້ນມາໄດ້ເລີຍ

1 ຫຼຸດການກິນເນື້ອສັດ ແລະ ຜະລິດຕະພັນທີ່ເຮັດຈາກສັດ ໃສ່ໃຈໃນວັດຖຸດິບຫຼາຍຂຶ້ນ

ຄົນສ່ວນຫຼາຍເລີ່ມຫັນມາຫຼຸດຜ່ອນການກິນຜະລິດຕະພັນຈາກເນື້ອສັດຫຼາຍຂຶ້ນ ແລະ ຫັນມາກິນຜັກແທນ ແຕ່ຖ້າຈະກິນເນື້ອສັດກໍຈະເລືອກແຫຼ່ງວັດຖຸດິບທີ່ດີກວ່າເກົ່າບໍ່ວ່າຈະເປັນນົມ ຫຼືຊີ້ນຈາກງົວທີ່ລ້ຽງແບບ Grass Fed ຫຼືໄຂ່ໄກ່ຈາກໄກ່ແບບ Free Range ທີ່ປ່ອຍໃຫ້ສັດໄດ້ຢູ່ແບບທໍາມະຊາດບໍ່ປຸງແຕ່ງດ້ວຍສານເຄມີຫຼືສານເລັ່ງໃດໆ.

2 ນໍ້າອັດລົມເພື່ອສຸຂະພາບ ດີຕໍ່ຮ່າງກາຍ ດີຕໍ່ໃຈ

ນໍ້າອັດລົມທີ່ເຮົາກິນຜ່ານມາອາດດີຕໍ່ໃຈແຕ່ກາຍພັງ ແຕ່ບໍ່ເປັນຫຍັງເພາະປີນີ້ນໍ້າອັດລົມທີ່ດີຕໍໍ່ກາຍ ແລະ ດີຕໍ່ໃຈຈະມາແທນທີ່ເອງ ນໍ້າອັດລົມທີ່ມີ 0 ແຄລໍຣີ້ ລົດຊາດກໍໂດນໃຈແລ້ວ ປີນີ້ໜ້າຈະບໍ່ໄດ້ມີດີແຕ່ 0 ແຄລໍຣີ້ ເທົ່ານັ້ນ ແຕ່ຈະເພີ່ມວິຕາມິນໃຫ້ກັບຮ່າງກາຍພ້ອມ ຖືກໃຈສາຍຮັກສຸຂະພາບສຸດໆໄປເລີຍ…

3 ອາຫານໝັກດອງເພີ່ມໂພໄບໂອຕິກ ຂັບຖ່າຍດີ ຜິວໃສ

ອາຫານໝັກດອງບໍ່ໄດ້ສົ່ງຜົນເສຍຕໍ່ສຸຂະພາບສະເໝີໄປ ເພາະຜົນດີຂອງມັນກໍທີຫຼາກຫຼາຍ ເມື່ອຄົນເລີ່ມຮູ້ເຄັດລັບເລື່ອງຄວາມງາມຂອງສາວເກົາຫຼີ, ຍີ່ປຸ່ນ ທີ່ມີທີ່ມາຈາກຂອງມັກດອງເຊັ່ນກິມຈິ, ມິໂຊະ … ການກິນອາຫານໝັກດອງຊ່ວຍໃຫ້ລະບົບທາງເດີນອາຫານດີຂຶ້ນ ແລະ ເສີມສ້າງພູມຄຸ້ມກັນໄດ້

4 ໃສ່ໃຈການກິນອາຫານຄຣີນຫຼາຍຂຶ້ນ

Lunch bowl with vegetables,beans and chicken meat on a dark slate,stone or metal background.Top view.

ເປັນອາຫານຂອງສາຍສຸຊະພາບຢ່າງແທ້ຈິງ ແລະ ຄົນທີ່ຮັກສຸຂະພາບທັງຫຼາຍກໍເລີ່ມໃຫ້ຄວາມສົນໃຈອາຫານຄຣີນເພີ່ມຂຶ້ນ ແຕ່ດຽວນີ້ໄດ້ມີອາຫານຄຣີນທີ່ມີລົດຊາດແຊບໆ ເວົ້າໄດ້ວ່າຖືກໃຈ ແລະ ດີຕໍ່ຮ່າງກາຍພ້ອມ.

5 ໝາກກ້ຽງຢູຊຸ

ໂດຍສ່ວນໃຫຍ່ຢູສຸຈະປູກທີ່ຍີ່ປຸ່ນ, ເກົາຫຼີ ແລະຈີນ ຄາດວ່າໃນເທຣນອາຫານ 2022 ຈະກໍາລັງກ້າວເຂົ້າສູ່ໂລກແຫ່ງການເຮັດອາຫານດ້ວຍໂຢຊຸມາເປັນສ່ວນປະສົມໃນທາສ, ຂະໜົມເຄັກ, ນໍ້າສະຫຼັດ ໄປຈົນເຖິງເຄື່ອງດື່ມປະສົມແອວກໍຮໍຕ່າງໆ.

ແບ່ງປັນ