Breaking News

ຢູມິ ອິຊິກາວະ ຜູ້ທີ່ທີ່ລຸກຂຶ້ນມາຮຽກຮ້ອງໃຫ້ຍົກເລີກການໃສ່ເກີບສົ້ນສູງ ໃນສະຖານທີ່ເຮັດວຽກ

ແບ່ງປັນ

ນັກສະແດງ ແລະ ນັກຂຽນ ອາຍຸ 32 ປີ ທີ່ລຸກຂຶ້ນມາຮຽກຮ້ອງໃຫ້ຍົກເລີກນະໂຍບາຍການໃສ່ເກີບສົ້ນສູງໃນສະຖານທີ່ເຮັດວຽກຕະຫຼອດເວລາ ພາຍໃຕ້ຫົວຂໍ້  #KUTOO.

ໃນສັງຄົມຍີ່ປຸ່ນ ເຫັນວ່າການໃສ່ເກີບສົ້ນສູງ ເປັນທຳນຽບ, ມາລະຍາດ ແລະ ເປັນກົດທີ່ຄວນເຮັດ ເຊິ່ງສິ່ງດັ່ງກ່າວເຮັດໃຫ້ແມ່ຍິງເກືອບທຸກໆບໍລິສັດ ໃສ່ເກີບສົ້ນສູງໃນສະຖານທີ່ເຮັດວຽກ ຫຼືໃນຫ້ອງການ ຕະຫຼອດເວລາ.

ຢູມິ ອິຊິກາວະ ເຫັນວ່າການໃສ່ເກີບສົ້ນສູງເປັນເວລາດົນນັ້ນ ອັນຕະລາຍຕໍ່ສຸຂະພາບຂອງແມ່ຍິງຫຼາຍ ເຊິ່ງມັນບໍ່ໄດ້ຕ່າງຈາກການຫັດຕີນຂອງແມ່ຍິງຈີນບູຮານ. ຈາກການຮຽກຮ້ອງພາຍໃຕ້ຫົວຂໍ້  #KUTOO ມີແມ່ຍິງຍີ່ປຸ່ນໄດ້ສະໜັບສະໜູນ ແລະ ລົງນາມທັງໝົດ 18,856 ເພື່ອຮຽກຮ້ອງໃຫ້ໜ່ວຍງານລັດ ແລະ ບໍລິສັດເອກະຊົນຍົກເລີກທຳນຽມນີ້. 

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ