ເປັນອີກໜຶ່ງຂ່າວທີ່ສະເທືອນໃຈຂອງວົງການບັນເທີງ ກັບການຈາກໄປຂອງ ແມ່ທຸມ ປະທຸມວະດີ ນັກຮ້ອງ-ນັກສະແດງ ຂອງປະເທດໄທ .

ແມ່ທຸມ ປະທຸມວະດີ ຫຼືຊື່ແທ້ເອີ້ນວ່າ: ປະທຸມວະດີ ພຸ່ມສະຫວ່າງ ມີຜົນງານການສະແດງລະຄອນຫຼາຍເລື່ອງທີ່ເປັນທີ່ຮູ້ຈັກນ້ັ້ນກໍຄື: ລະຄອນເລື່ອງ ຍອດຄຸນລູກ, ຄົນຢູ່ວັດ ແລະ ພໍ່ດອກປຣະດູ່

ແມ່ທຸມ ເປັນພັນລະຍາຂອງ ພໍ່ຣອງ ເຄົ້າມູນຄະດີ (เค้ามูลคดี ) ທີ່ມີຜົນງານໃນວົງການບັນເທີງຫຼາຍ ບໍ່ວ່າຈະເປັນການສະແດງລະຄອນ ແລະ ຮູບເງົາ.

ແມ່ທຸມ ຈາກໄປດ້ວຍໄວ 72 ປີ ຫຼັງຕໍ່ສູ້ກັບພະຍາດຮ້າຍ ALS (ກ້າມເນື້ອອ່ອນແຮງ) ແລະ ໄທລອຍເປັນພິດມາໄດ້ 8 ປີ.




ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine