Breaking News

ບອຍ ພີຊເມກເກີຣ໌ ອັບເດດອາການຫຼັງເຂົ້າໂຮງໝໍ

ແບ່ງປັນ

ບອຍ ພີຊເມກເກີຣ໌ ອາຊີບ ນັກຮ້ອງ ຈາກປະເທດເພື່ອນບ້ານ ທີ່ໄດ້ມີຜົນງານຫຼາກຫຼາຍໃນຜ່ານມາ ເຊັ່ນຜົນງານເພງ: “ไม่ไหว บอกไหว” ທີ່ໄດ້ກັບການຕອບຮັບຈາກແຟນເພງເປັນຢ່າງດີ.

ແຕ່ ວັນທີ 4 ກັນຍາ ໜຸ່ມບອຍ ໄດ້ ໂພສຮູບລົງໃນ IG ສ່ວນຕົວ ທີ່ກຳລັງນຸ່ງເຄື່ອງຄົນເຈັບ ພ້ອມສາຍນໍ້າທະເລ ໂດຍໄດ້ຂຽນແຄັບຊັ່ນຢອກພັນລະຍາ ປະມານວ່າ: ລັກມາທ່ຽວໂຮງໝໍແປັບໜຶ່ງ ບໍ່ດົນກໍກັບ ຢ່າບອກລາວເດີ ຕອນນີ້ລາວຍັງບໍ່ຮູ້ ໄລຍະນີ້ຖ່າຍລະຄອນໜັກ ໃຫ້ລາວພັກຜ່ອນໄປ “แอบภรรยามาเที่ยวโรงพยาบาลแพร้บนึง เดี๋ยวกลับ อย่าบอกเธอนะครับ ตอนนี้เธอยังไม่รู้ ช่วงนี้ถ่ายละครหนัก ให้เธอพักผ่อนไป” ເຊິ່ງເຮັດໃຫ້ແຟນຄຣັບຫຼາຍຄົນຕົກໃຈ ແລະ ສະແດງຄວາມຄິດເຫັນໃຫ້ກຳລັງໜຸ່ມບອຍຢ່າງລົ້ນເຫຼືອ.

ຫຼ້າສຸດໃນວັນ ທີ 5 ກັນຍາ ໜຸ່ມບອຍໄດ້ໂພສຮູບຍົກສອງນີ້ວກັບໜ້າຕາທີ່ສົດໃສ ພ້ອມອັບເດດອາການເຈັບໃນ IG ວ່າ: ອາຫານເປັນພິດ ແລະ  ຕິດເຊື້ອໃນກະເພາະອາຫານ ແຕ່ຍັງໄຫວຢູ່ເດີ ຂອບໃຈທຸກຄວາມຫ່ວງໃຍທີ່ສົ່ງມາຫາກັນເດີ.

ເຫັນແນວນີ້ແຟນຄຣັບຫຼາຍໆຄົນກໍໝົດຫ່ວງ ເຖິງຢ່າງໃດແອັດກໍຂໍໃຫ້ໜຸ່ມບອຍ ກັບມາແຂງແຮງໄວໆ ລໍຖ້າຕິດຕາມຜົນງານຢູ່ເດີ!

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ