Breaking News

ຮູ້ແລ້ວບໍ? ສາເຫດຜົມມັນງ່າຍເກີດຈາກຫຍັງ

ແບ່ງປັນ

ເຊື່ອວ່າສາວໆຫຼາຍຄົນຈະເຄີຍພົບກັບບັນຫາ ຜົມມັນງ່າຍ ບາງຄົນສະຜົມທຸກມື້ແຕ່ກໍຍັງຮູ້ສຶກວ່າຜົມມັນ ແລະ ໜຽວ ເຊິ່ງອາການນີ້ ມັກເຮັດໃຫ້ສາວໆເສຍຄວາມໝັ້ນໃຈ ເພາະການທີ່ເຮົາມີຜົມມັນຈະເຮັດໃຫ້ໜ້າຕາບໍ່ສົດໃສ ແລະ ອື່ນໆ. ມື້ນີ້ ແອັດເລີຍມາບອກສາເຫດຫຼັກທີ່ເຮັດໃຫ້ຜົມຂອງເຮົາມັນງ່າຍ ເຊິ່ງລວມມີ 5 ສາເຫດດັ່ງນີ້:

1 ບາງທີການສະຜົມຕະຫຼອດ ກໍເຮັດໃຫ້ຜົມມັນໄວຂຶ້ນ

ສ່ວນໃຫຍ່ເວລາຜົມມັນຈະມີຄົນມັກເຢີ້ຍວ່າ: “ບໍ່ສະຜົມແມ່ນບໍ?” ແຕ່ຄວາມຈິງການທີ່ຜົມມັນງ່າຍກວ່າປົກກະຕິຄືການໃຊ້ ຢ່າສະຜົມຫຼາຍເກີນໄປ ຫຼືສະຜົມຫຼາຍເກີນໄປ ເພາະການທີ່ເຮົາສະຜົມຕະຫຼອດ ທັງເຊົ້າ-ແລງ ມັນຍິ່ງເຮັດໃຫ້ໄປກະຕຸ້ນນໍ້າມັນທຳມະຊາດໃນໜັງຫົວ ໃຫ້ເຮັດວຽກໜັກຂຶ້ນກວ່າປົກກະຕິ.

2 ໃຊ້ເຈວ ຫຼືສະເປ ໃນການເຮັດຊົງຜົມຫຼາຍເກີນໄປ

ຖ້າຫາກວ່າສາວໆມັກໃນການເຮັດຊົງຜົມ ເຊັ່ນ:​ ການລີດ,​ ລອນ, ດັດ… ໂດຍມີການໃຊ້ສະເປ,​ ຢາແວັກຜົມ ແລະ ຄຣີມ ເກືອບທຸກໆມື້ ນັ້ນກໍເປັນອີກສາເຫດໜຶ່ງຂອງການເຮັດໃຫ້ຜົມໜຽວ ໂດຍສະເພາະສາວໆທີ່ບໍ່ມັກສະຜົມ ແຕ່ມັກເຮັດຊົງຜົມ ຈະມີສານຕົກຄ້າງຈາກຜະລິດຕະພັນດັ່ງກ່າວເກາະຕິດຢູ່ຕາມເສັ້ນຜົມ ແລະ ໜັງຫົວ ເຮັດໃຫ້ຜົມມັນນັ້ນເອງ.​ ແຕ່ແອັດບໍ່ໄດ້ບອກໃຫ້ເຊົາເຮັດຊົງຜົມ ພຽງແຕ່ຫຼຸດປະລິມານການໃຊ້ພວກສານສະເປ ລົງແດ່ກໍດີ ອິອິ.

3 ມັກກິນຂອງຫວານ ຫຼືພວກນົມ ຫຼາຍເກີນໄປ

ອາຫານ ຫຼືສິ່ງທີ່ສາວໆກິນລົງໄປໃນທ້ອງ ມັນສົ່ງຜົນອອກມາທາງຜິວໜັງ ແລະ ເສັ້ນຜົມຂອງເຮົານີ້ແຫຼະ ຖ້າຫາກພົບວ່າເສັ້ນຜົມຂອງເຮົາມັນງ່າຍແບບບໍ່ຮູ້ສາເຫດ ອາດຈະເປັນຍ້ອນການກິນອາຫານ ເຊິ່ງການກິນອາຫານທີ່ດີຕໍ່ສຸຂະພາບເທົ່າໃດ ເສັ້ນຜົມກໍຈະງາມຂຶ້ນເທົ່ານັ້ນ.

4 ບໍ່ຊັກໝອນ ກໍເປັນສາເຫດທີ່ເຮັດໃຫ້ຜົມມັນໄວໄດ້

ແປງປັດໜ້າທີ່ເຮົາໃຊ້ຊໍ້າກັນເປັນປະຈຳ ຍັງຕ້ອງນຳໄປອະນາໄມ, ໝອນກໍເຊັ່ນດຽວກັນ ແອັດເຊື່ອວ່າສາວໆບາງຄົນຕ້ອງມີມື້ເມື່ອຍຈົນນອນຫຼັບໂດຍທີ່ບໍ່ໄດ້ສະຜົມ ແຕ່ຜົນໜຽວຫຼາຍ ເມື່ອເສັ້ນຜົມສຳຜັດກັບໝອນ ກໍຍິ່ງຈະເຮັດໃຫ້ໝອນ ຈັບນໍ້າມັນທຳມະຊາດຈາກເສັ້ນຜົມຫຼາຍຂຶ້ນເລື່ອຍໆ.

5 ການລ້າງຄຣີມນວດຜົມອອກບໍ່ໝົດ

ການສະຜົມເປັນປະຈຳກໍເປັນສາເຫດໜຶ່ງ ແຕ່ການລ້າງຄຣີມນວດຜົມອອກບໍ່ໝົດ ຍິ່ງເປັນການເພີ່ມຄວາມມັນໃຫ້ໜັງຫົວ ແລະ ເສັ້ນຜົມ ເພາະວ່າ ຄຣີມນວດຜົມມີລັກສະນະໜຽວ ເມື່ອເຮົາລ້າງບໍ່ໝົດ ຄວາມໜຽວດັ່ງກ່າວຈະຍັງຢູ່ໃນໜັງຫົວ ເຊິ່ງເຮັດໃຫ້ຜົມມັນງ່າຍຂຶ້ນ.

ເປັນແນວໃດສາວໆ ມີພຶດຕິກຳຂໍ້ໃດທີ່ສາວໆໄດ້ເຮັດຢູ່ບໍ? ບາງຂໍ້ເປັນເລື່ອງໃຫ້ໂຕໂດຍທີ່ເຮົາບໍ່ຄາດຄິດ ແຕ່ເມື່ອຮູ້ແລ້ວ ສາວໆກໍລອງປັບປ່ຽນເບິ່ງເດີ ເພື່ອໃຫ້ຜົມຂອງເຮົາເງົາງາມຢູ່ສະເໝີ

ແບ່ງປັນ