Breaking News

ເກຣຕາ ທຸນເບີກ Greta Thunberg

ແບ່ງປັນ

ມາຮູ້ຈັກ ເດັກນ້ອຍຜູ້ເປັນສັນຍະລັກຂອງການຕໍ່່ສູ້ ໃນປະເດັນວາພະໂລກຮ້ອນ ປັດຈຸບັນ ເກຣຕາ ທຸນເບີກ ມີອາຍຸພຽງ 17 ປີ ສາມາດເຮັດໃຫ້ຄົນສ່ວນຫຼາຍຫັນມາໃສ່ໃຈກັບບັນຫາດ້ານສະພາບອາກາດທີ່ປ່ຽນແປງ ໂດຍການໂຕນໂຮງຮຽນ ເພື່ອມານັ່ງປະທ້ວງຢູ່ຕໍ່ໜ້າ ລັດສະພາ ສະວີເດັນ ທຸກໆວັນສຸກ ຈົນເຮັດໃຫ້ເຍົາວະຊົນທົ່ວໂລກ ເລີ່ມຫັນມາໃສ່ໃຈ ກັບບັນຫາສະພາບອາກາດ ຈົນການເປັນ “School Strike for the Climate Movement” ລາວໄດ້ກາຍເປັນແຮງບັນດານໃຈຂອງເດັກນ້ອຍຍຸກໃໝ່ໃນຫຼາຍໆປະເທດ ກ່ຽວກັບການລຸກຂຶ້ນມາຕໍ່ສູ້ກັບສິ່ງຕ່າງໆ ຈົນສື່ມວນຊົນຕັ້ງສາຍານາມໃຫ້ວ່າເປັນ: “Climate Icon” ຫຼືໄອຄອນ ພູມອາກາດ.

ນອກຈາກນັ້ນ,​ ລັກສະນະສະເພາະທາງດ້ານ ແວຕາ ແລະ ໃບໜ້າຂອງເກຣຕາ ເບິ່ງຄືຄຽດແຄ້ນຕະຫຼອດເວລາ ຈົນມີຄົນເຢີ້ຍວ່າລາວເປັນເດັກນ້ອຍໃຈຮ້າຍ ແລະ ຫົວແຂງ, ແຕ່ເຖິງຢ່າງໃດກໍຕາມ ເກຣຕາ ໄດ້ຂຽນໄວ້ໃນ Twitter Profile ຂອງລາວຢ່າງຊັດເຈນວ່າ: “ລາວເປັນ ນັກກິດຈະກຳດ້ານສະພາບພູມອາກາດທີ່ເປັນ Asperger” ເຊິ່ງເປັນຜົນມາຈາກໂຣກສະມາທິສັ້ນ ລວມໄປເຖິງອາການຂອງ Asperger Syndrome ເຊິ່ງຢູ່ໃນການວິິໄຈດຽວກັນກັບໂຣດ ອໍທິສຕິກ.

ເກຣຕາ ຕັ້ງຄຳຖາມກັບຜູ້ໃຫຍ່ວ່າ: “ເປັນຫຍັງຈຶ່ງລະເລີຍເລື່ອງສະພາບພູມອາກາດ ຜູ້ນຳໂລກທັງຫຼາຍມັກສົງໄສໃນເລື່ອງທຶນນິຍົມ” ແລະ ອີກຄຳເວົ້າຂອງລາວ ທີ່ສະເທືອນເຖິງປະທານາທິບໍດີຂອງສະຫະລັດອາເມລິດກາ ນັ້ນກໍຄື: “How Dare You” ທີ່ໝາຍຄວາມປະມານວ່າ “ເປັນຫຍັງທ່ານຈຶ່ງກ້າ?” ເກຣຕາ ມັກໂຕ້ຄຳເວົ້າກັບ ປະທານາທິບໍດີ ໂດນັລ ທຣໍາ ຢູ່ສະເໝີ, ແຕ່ ເກຣຕາ ກໍຈັດການສິ່ງທີ່ເກີດຂຶ້ນຢ່າງມີວຸດທິພາວະ ແລະ ເຈັບແສບ, ເມື່ອໃດທີ່ ປະທານາທິບໍດີ ໂດນັລ ທຣໍາ ກ່າວເຖິງລາວ,​ລາວມັກຈະປ່ຽນ Twitter Profile ເພື່ອເປັນການເຮັດປະຊົດຄືນສະເໝີ.

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ