ໂຣເບີດ ແພັດທິນສັນ ອາຊີບ ດາລາ-ນັກສະແດງ Hollywood ຜົນງານທີ່ເປັນທີ່ຮູ້ຈັກກັນດີ ກໍຄື ໜັງເລື່ອງ: “Vampire Twilight” ທີ່ເຈົ້າໂຕໄດ້ຮັບບົດເປັນພະເອກ ເຊິ່ງໄດ້ຮັບການຕອບຮັບຈາກແຟນຄຣັບຢ່າງລົ້ນເຫຼືອ. ຫຼ້າສຸດພະເອກ ໂຣເບີດ ແພັດທິນສັນ ກຳລັງຖ່າຍທຳໜັງເລື່ອງ:”The Batman” ທີ່ນຳມາສ້າງຄືນເປັນ Version ໃໝ່.

ແຕ່ແລ້ວ ແຟນຄຣັບຂອງ ໂຣເບີດ ແພັດທິນສັນ ແລະ ແຟນໜັງ “The Batman” Version ຂອງຜູ້ກຳກັບ ແມັດ ຣີເວສ ໃໝ່ຕ້ອງຊັອກ ເມື່ອພົບວ່າພະເອກໜຸ່ມດັງ ຕິດໂຄວິດ-19 ເຮັດໃຫ້ກອງຖ່າຍຢຸດ, ເຊິ່ງກອງຖ່າຍທຳໜັງດັ່ງກ່າວ ຫາກໍກັບມາຖ່າຍທຳອີກຄັ້ງໃນປະເທດອັງກິດ.

ທາງຄ່າຍ Warner Bros ໄດ້ອອກມາຖະແຫຼງວ່າ: “ມີໜຶ່ງໃນສະມາຊິກຂອງກອງໄດ້ກວດພົບໂຄວິດ-19 ແລະ ໃນຂະນະນີ້ ກຳລັງກັກຕົວຕາມກົດລະບຽບ ເຊິ່ງຈະຕ້ອງຢຸດການຖ່າຍທຳຊົ່ວຄາວ” ໂດຍທາງ ວາລະສານ Vanity Fair ໄດ້ອອກມາຢືນຢັນເປັນສື່ທຳອິດວ່າ ຄົນທີ່ຕິດໂຄວິດ-19 ນັ້ນຄື ພະເອກ ໂຣເບີດ ແຕ່ເຖິງຢ່າງໃດທາງຄ່າຍ ແລະ ຕົວແທນຂອງນັກສະແດງອັງກິດ ຍັງບໍ່ມີການຖະແຫຼງ ຫຼືໃຫ້ຄຳຕອບໃນເວລານີ້.



ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine