Breaking News

ດວງປະຈຳວັນທີ 4 ກັນຍາ 2020

ແບ່ງປັນ

ທ້າຍອາທິດແລ້ວ!!! ຫວັງວ່າທຸກຄົນຈະໂຊກດີ ໃນອາທິດນີ້ ເຊິ່ງມື້ນີ້ແອັດເອງ ກໍບໍ່ລືມທີ່ຈະນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາອັບເດດໃຫ້ທຸກຄົນ, ມາເບິ່ງນຳກັນວ່າດວງຂອງວັນທີ 3 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ?

ດວງສຳລັບຄົນເກີດວັນອາທິດ

ວຽກງານ: ມີປາກສຽງເລັກນ້ອຍ ຫຼືບໍ່ເຂົ້າໃຈກັນ ກັບຄົນເພດກົງກັນຂ້າມ ໃນບັນດາເພື່ອນຮ່ວມງານ,​ ໃຫ້ລະວັງຄຳເວົ້າ

ການເງິນ:​ ຄົນມີອາຍຸຈະໃຫ້ໂຊກດ້ານການເງິນ

ຄວາມຮັກ: ຕ່າງຝ່າຍຕ່າງລັງເລທີ່ຈະເຂົ້າຫາກັນ

ດວງສຳລັບຄົນເກີດວັນຈັນ

ວຽກງານ: ໜ້າທີ່ການງານລາບລື່ນ ພະຍາຍາມພັດທະນາເລື້ອຍໆ

ການເງິນ:​ ເສຍເງິນແບບກະທັນຫັນໃຫ້ຄົນໃກ້ຕົວ, ແຕ່ບໍ່ແມ່ນເລື່ອງຮ້າຍແຮງ

ຄວາມຮັກ: ຈະພົບຄົນຫ່ວງໃຍ ແລະ ໃສ່ໃຈ

ດວງສຳລັບຄົນເກີດວັນອັງຄານ

ວຽກງານ: ມີໂອກາດໄດ້ສ້າງທຸລະກິດໃໝ່ ທີ່ຄາດວ່າຈະສຳເລັດ ແລະ ສ້າງຜົນກຳໄລສູງ

ການເງິນ:​ ມີເລື່ອງຕ້ອງໃຊ້ເງິນຫຼາຍ

ຄວາມຮັກ: ມີການຫຶງຫວງອີກຝ່າຍ ຍ້ອນຄວາມບໍ່ໄວ້ໃຈ

ດວງສຳລັບຄົນເກີດວັນພຸດ

ວຽກງານ: ທຸລະກິດ ຫຼືໜ້າທີ່ວຽກງານໄປໄດ້ດີ ເປັນທີ່ພໍໃຈຂອງຫົວໜ້າ ແລະ ເພື່ອນຮ່ວມງານ

ການເງິນ:​ ຈະໄດ້ຮັບໂຊກ ແລະ ມີຜູ້ອຸປະຖຳ

ຄວາມຮັກ: ຄວາມຮັກຢູ່ໃນໄລຍະຫວານຈົນນໍ້າອ້ອຍທຽບບໍ່ໄດ້

ດວງສຳລັບຄົນເກີດວັນພະຫັດ

ວຽກງານ: ການຄ້າຂາຍໄດ້ກຳໄລດີ

ການເງິນ:​ ໄດ້ມາຫຼາຍ ແຕ່ເສຍຫຼາຍ

ຄວາມຮັກ: ຈະພົບຄົນອາຍຸສູງ ທີ່ມີນໍ້າໃຈ

ດວງສຳລັບຄົນເກີດວັນສຸກ

ວຽກງານ: ໄດ້ຮັບຄຳຍ້ອງຍໍຊົມເຊີຍ ຈາກຫົວໜ້າ ຫຼືເພື່ອນຮ່ວມງານ

ການເງິນ:​ ອາດເສຍເງິນກະທັນຫັນ ໂດຍບໍ່ມີເຫດຜົນ

ຄວາມຮັກ: ຄົນຮັກເລີ່ມຖອຍຫ່າງ ເພາະບັນຫາບາງຢ່າງທີ່ຕ້ອງແກ້ໄຂ

ດວງສຳລັບຄົນເກີດວັນສຸກ

ວຽກງານ: ທຸລະກິດການຄ້າ ແລະ ລົງທຶນ ໄດ້ກຳໄລດີ

ການເງິນ:​ ເສຍເງິນໃຫ້ຄົນຮູ້ຈັກທີ່ມີອາຍຸນ້ອຍກວ່າ

ຄວາມຮັກ: ຕ່າງຝ່າຍຕ່າງມີປາກສຽງ

ດວງສຳລັບຄົນເກີດວັນເສົາ

ວຽກງານ: ລະວັງການລົງທຶນຜິດພາດ ໃຫ້ພິຈາລະນາຖີ່ຖ້ວນ

ການເງິນ:​ ເສຍເງິນກັບສິ່ງຂອງຈຳເປັນ

ຄວາມຮັກ: ຕ່າງຝ່າຍຕ່າງຖືສັກສີ ເຮັດໃຫ້ເລື່ອງນ້ອຍກາຍເປັນເລື່ອງໃຫຍ່

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ