Breaking News

ແມ່ຍິງຍຸກໃໝ່ຕ້ອງຮູ້!!! ການສ້າງທັກສະ ສື່ສານແບບ SMALL TALK

ແບ່ງປັນ

ການສື່ສານເປັນສິ່ງສຳຄັນຫຼາຍ ບໍ່ວ່າຈະຢູ່ໃນສະຖານະການໃດ ຫຼືວຽກໃດຂະແໜງໃດກໍຕາມ ເພາະສິ່ງດັ່ງກ່າວ ເປັນການເຊື່ອມໂຍງຄວາມເຂົ້າໃຈ ແລະ ສ້າງຄວາມສຳພັນອັນດີຕໍ່ເພື່ອນຮ່ວມງານ. ການໂອ້ລົມສົນທະນາມີການນໍາໃຊ້ທັງຍິງ-ຊາຍ ແຕ່ປັດຈຸບັນແມ່ຍິງຍຸກໃໝ່ສ່ວນຫຼາຍເປັນພະນັກງານຫ້ອງການ ສະນັ້ນ, ຕ້ອງຮູ້ຈັກປະສານວຽກງານໃຫ້ຄ່ອງແຄ້ວເປັນຕົ້ນ. ວິທີການສື່ສານແບບ SMALL TALK ເປັນການສົນທະນາສັ້ນໆ ຫຼືການສື່ສານເບື້ອງຕົ້ນ ທີ່ສາມາດສ້າງສາຍພົວພັນໄດ້ດີ ເຊິ່ງມີຕົວຢ່າງທີ່ງ່າຍ ແລະ ໃກ້ຕົວທີ່ສຸດ 5 ຂໍ້ດັ່ງນີ້:

1 ຊວນສົນທະນາເລື່ອງກິດຈະກຳຍາມວ່າງທົ່ວໄປ

ການຊວນອີກຝ່າຍສົນທະນາເລື່ອງ ກິດຈະກຳຍາມວ່າງ ເປັນເລື່ອງທີ່ງ່າຍ ແລະ ສຳຄັນທີ່ສຸດເຊັ່ນ: ການຖາມໃນຫົວຂໍ້ກ່ຽວກັບໄປອອກກຳລັງກາຍ, ເບິ່ງໜັງ, ຟັງເພງ ຫຼືໄປຊື້ເຄື່ອງ ເພາະເປັນສິ່ງທີ່ຄົນທົ່ວໄປມັກເຮັດຢູ່ແລ້ວ. ສິ່ງເຫຼົ່ານີ້,​ ເປັນການເພີ່ມທັກສະການສື່ສານ ແລະ ສ້າງມິດຕະພາບໄດ້ຢ່າງ່າຍໆ.

2 ການຊວນລົມເລື່ອງການລົງທຶນ

ການລົງທຶນເປັນອີກສິ່ງໜຶ່ງທີ່ພະນັກງານຫ້ອງການນິຍົມຫຼາຍທີ່ສຸດ ໂດຍໝາຍເຖິງ ການຊື້ ຫຼືການຜ່ອນ ປະເພດດິນ, ເຮືອນ ແລະ ລົດ… ໂດຍຈະຕ້ອງເລີ່ມຕົ້ນເຝິກທັກສະການສື່ສານດ້ວຍການຂໍຄວາມຮູ້ ຫຼືຄຳແນະນຳໃນດ້ານການລົງທຶນ,​ ວິທີນີ້ຈະເຮັດໃຫ້ອີກຝ່າຍຮູ້ສຶກວ່າຕົນເອງສຳຄັນ ແລະ ໄດ້ຮັບຄວາມໄວ້ວາງໃຈຫຼາຍຂຶ້ນ.

3 ຊວນສົນທະນາເລື່ອງຄອບຄົວ

ການສົນທະນາເລື່ອງຄອບຄົວ ບໍ່ແມ່ນການທີ່ຈະຖາມເອົາແຕ່ຄວາມລັບສ່ວນຕົວຂອງຄອບຄົວອີກຝ່າຍຈົນຮູ້ສຶກອຶດອັດ, ຄວນຈື່ໄວ້ວ່າ ການຊວນສົນທະນາທີ່ດີຈະຕ້ອງບໍ່ລ່ວງເກີນອີກຝ່າຍຫຼາຍເກີນໄປ, ແຕ່ຄວນຍ້ອງຍໍຄອບຄົວຂອງເຂົາເຈົ້າຈະດີກວ່າ ເຊິ່ງການຖາມແບບນີ້ຈະເຮັດໃຫ້ຄູ່ສົນທະນາມີຄວາມຄິດໃນແງ່ບວກຢ່າງແນ່ນອນ.

4 ການຊວນສົນທະນາກ່ຽວກັບສະພາບອາກາດ

ບໍ່ມີຫົວຂໍ້ໃດທີ່ຈະດີ ໃນການເລືອກລົມກັບຄົນທີ່ບໍ່ສະໜິດກັນເທົ່າກັບ ການສົນທະນາເລື່ອງສະພາບອາກາດ, ສຳລັບມະນຸດເງິນເດືອນ ທີ່ຕ້ອງການເຝິກທັກສະການສື່ສານໃຫ້ເພື່ອນຮ່ວມງານຮູ້ສຶກດີ ການຊວນລົມເລື່ອງສະພາບອາກາດ ເປັນຄຳຖາມທີ່ງ່າຍ ແລະ ຄົນຕອບກໍບໍໄດ້ຄິດໜັກເຊັ່ນດຽວກັນ.

5 ບໍ່ຊວນເວົ້າຂວັນ ຫຼືນິນທາຄົນອື່ນ

ເລື່ອງຊຸບຊິບເວົ້າຂວັນຖືໄດ້ວ່າເປັນເລື່ອງຍອດຮິດ ຂອງພະນັກງານຫ້ອງການເລີຍກໍວ່າໄດ້, ແຕ່ຖ້າຫາກວ່າໃຜຊວນເພື່ອນຮ່ວມງານເວົ້າຂວັນຄົນອື່ນ ຖືວ່າຜູ້ນັ້ນຂາດທັກສະດ້ານການສື່ສານທີ່ສຸດ, ເນື່ອງຈາກອາດຈະຖືກຄົນອື່ນເບິ່ງໃນແງ່ລົບ ແລະ ລະແວງວ່າພວກເຂົາກໍອາດຈະຖືກນຳໄປເວົ້າເຊັ່ນກັນ.

Portrait of a girl telling secrets to her amazed friend sitting on a couch in the living room at home; Shutterstock ID 556710889

ທັງໝົດ 5 ຂໍ້ທີ່ນຳສະເໜີ ເປັນຂໍ້ງ່າຍໆ ແລະ ເຊື່ອວ່າຫຼາຍຄົນນຳໄປໃຊ້ໄດ້ເລີຍ ເພາະມັນເປັນເລື່ອງທີ່ຕ້ອງໃຊ້ທຸກມື້. ການມີທັກສະການສື່ສານທີ່ດີ ຈະເຮັດໃຫ້ເຮົານຳໜ້າຄົນອື່ນໄປເຄິ່ງໜຶ່ງ,​ ສະນັ້ນ ມາເລີ່ມສ້າງການສື່ສານທີ່ດີ ເພື່ອສານສຳພັນໃນວຽກງານ ແລະ ສ້າງຄວາມສາມັກຄີໃຫ້ແໜ້ນແຟ້ນກັນເທາະ!

ແຫຼ່ງຂໍ້ມູນ:​ https://www.professional-one.com/5

#KuanjaiMagazine

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ