Breaking News

ທັດສະນະຄະຕິ ຊານນາ ມາລິນ ນາຍົກລັດຖະມົນຕີຟິນແລນ ທີ່ອາຍຸນ້ອຍທີ່ສຸດໃນໂລກ

ແບ່ງປັນ

ຂໍ້ຄິດດີໆຈາກ ຊານນາ ມາລິນ ນາຍົກລັດຖະມົນຕີຟິນແລນ ທີ່ອາຍຸນ້ອຍທີ່ສຸດໃນໂລກ ໂດຍມີອາຍຸພຽງ 34 ປີ. ພໍ່ແມ່ຂອງມາລິນ ແຍກທາງກັນຕັ້ງແຕ່ຍັງນ້ອຍ ເຊິ່ງລາວອາໄສຢູ່ນຳແມ່ ໃນຕອນນັ້ນສະພາບການງານມີບັນຫາ ມາລິນ ເລີຍຕ້ອງເລີ່ມຊ່ວຍເຫຼືອຕົນເອງ ໂດຍການຊອກຫາວຽກເຮັດ.

ລາວເຄີຍເຮັດວຽກຢູ່ຮ້ານເບີເກີຣີ ຕອນອາຍຸ 15 ປີ ແລະ ເລີ່ມຂາຍວາລະສານໄລຍະສຶກສາຢູ່ ມັດທະຍົມຕອນປາຍ. ໃນຂະນະນັ້ນ, ແມ່ຂອງລາວໄດ້ພົບຮັກໃໝ່ ເຊິ່ງເປັນເພດດຽວກັນ ແລະ ໄດ້ອາໄສຢູ່ນຳກັນໃນຫ້ອງເຊົ່າແຫ່ງໜຶ່ງ. ສິ່ງເຫຼົ່ານັ່້ນ, ເຮັດໃຫ້ ມາລິນ ເຂົ້າໃຈຄວາມຫຼາກຫຼາຍຂອງສັງຄົມ ແລະ ເພດສະພາບດີ. ເມື່ອ ມາລິນ ກາຍເປັນນັກການເມືອງ ລາວຈຶ່ງມີແນວຄິດຜັກດັນ “ຄວາມສະເໝີພາບ,​ຄວາມຍຸດຕິທຳ ແລະ ສິດທິມະນຸດ”

ເຖິງແມ່ນວ່າໃນຕອນເປັນເດັກນ້ອຍ ຄອບຄົວຂອງມາລິນຈະມີບັນຫາດ້ານການເງິນ ແຕ່ແມ່ຂອງລາວກໍສະໜັໜູນມາໂດຍຕະຫຼອດ ພ້ອມທັງເວົ້າກັບລາວຕະຫຼອດວ່າ: ”ຢາກເປັນຫຍັງກໍໄດ້ທີ່ຕົນເອງຢາກເປັນ” ເຊິ່ງ ມາລິນ ກໍເປັນລູກຄົນດຽວທີ່ສາມາດຮຽນຈົບມັດຖະຍົມຕອນປາຍ ແລະ ເຂົ້າຮຽນຕໍ່ໃນມະຫາວິທະຍາໄລ.

ແຫຼ່ງຂໍ້ມູນ:​ https://themomentum.co/10-women-who-inspired-us/

ແບ່ງປັນ