ເປັນທີ່ຮູ້ກັນດີຢູ່ແລ້ວວ່າ ໂຄວິດ-19 ກຳລັງລະບາດຢ່າງຮຸນແຮງໃນທົ່ວໂລກ ຫຼ້າສຸດ ເດວິດ ດັກລາສ ຈອນສັນ ອາຊີບ ດາລາ ແລະ ນັກສະແດງດັງ Hollywood ພ້ອມທັງເປັນນັກມວຍປໍ້າຂອງ WWE ມີເຊື້ອສາຍຊາມົວ ເຊິ່ງເປັນທີ່ຮູ້ຈັກດີໃນນາມ The Rock ສາຍາຫີນຍ່າງໄດ້. ເດວິດ ໄດ້ແຕ່ງງານກັບ ແດນນີ ກາເຊຍ(Dany Garcia) ແລະ ມີລູກ 2 ຄົນ.

ແຕ່ສິ່ງທີ່ໜ້າຕົກໃຈກໍຄື ເຈົ້າຕົວໄດ້ເຜີຍແຜ່ຄຣິບວິດີໂອ ຜ່ານ IG ຂອງຕົວເອງວ່າເຄີຍຕິດເຊື້ອ ໂຄວິດ-19 ປັດຈຸບັນ ແມ່ນດີຂຶ້ນແລ້ວ, ແຕ່ວ່າພັນລະຍາ ແລະ ລູກສາວ 2 ຄົນ ໄດ້ຕິດເຊື້ອນັ້ນອີກຄັ້ງ ຕອນນີ້ພວກເຂົາກຳລັງຢູ່ໃນການປິ່ນປົວ ແລະ ເຮັດຕາມລະບຽບການວາງອອກຂອງເຈົ້າໜ້າທີ່ ແລະ ຂໍຂອບໃຈທຸກແຮງກຳລັງໃຈທີ່ສົ່ງກັນເຂົ້າມາ ຫວັງວ່າພວກເຮົາຈະຜ່ານພົ້ນວິກິດນີ້ໄປໂດຍໄວ.

ແຟນຄຣັບແຫ່ກັນສະແດງຄວາມຄິດເຫັນຕໍ່ເລື່ອງດັ່ງກ່າວ ເພາະເປັນທີ່ຕົກໃຈຂອງຫຼາຍຄົນ, ແຕ່ເຖິງຢ່າງໃດແອັດເອງກໍຂໍສົ່ງກຳລັງໃຈໃຫ້ ເດວິດ ແລະ ຄອບຄົວ ສູ້ກັບພະຍາດຮ້າຍນີ້ ພ້ອມທັງຂໍໃຫ້ແຂງແຮງໄວໆເດີ!


#KuanjaiMagazine
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine