Breaking News

ສ່ອງພາບນາງສາວລາວ 2019 ທີ່ມາໃນຊຸດຊົນເຜົ່າ

ແບ່ງປັນ

ສ່ອງຄວາມງົດງາມຂອງ Miss LAOS ນາງສາວລາວ 2019 ທັງ 5 ຄົນ ທີ່ອອກມາແຕ່ງໜ້າເກົ້າຜົມຈັດເຕັມໃນຊຸດຊົນເຜົ່າໂດຍມີ ທັງ 5 ຊົນເຜົ່າ. ເລີ່ມຕົ້ນທີ່ນ້ອງ

ວິນະດາ ພິສາລາດ (ນ້ອງ), ນາງສາວລາວ 2019 ສາວໜ້າຫວານຜິວສີແທນ ມາໃນຊຸດຊົນເຜົ່າກຶມມຸ ທີ່ງາມເປະ ພ້ອມຮອຍຍິ້ມອັນສົດໃສ. ຊົນເຜົ່າໄທແດງ ມີເຄົ້າກຳເນີດດຽວກັນກັບໄທດຳ ເຊິ່ງຈະມີການແຕ່ງກາຍກ້ຳກຶ່ງຄືກັນ, ຕ່າງແຕ່ວ່າ ຊົນເຜົ່າໄທແດງໂດຍທົ່ວໄປຈະແຕ່ງກາຍດ້ວຍເສື້ອສີຟ້າແກ່ ແລະປະດັບກາຍ ເຄື່ອງນຸ່ງຫົ່ມ, ຜ້າໂພກຫົວ, ລວມໄປເຖິງຜືນສິ້ນ ແມ່ນຈະທໍແຊກດ້ວຍສີແດງເລືອດນົກອັ່ນເປັນສີມຸງຄຸນແລະສະດຸດສາຍຕາ.

ໂຈແອນ ໂພທິວັດ (ໂຈ), ຮອງອັນດັບໜຶ່ງນາງສາວລາວ 2019 ໃນຊຸດຊົນເຜົ່າເມີ້ຍ ຊົນເຜົ່າຜູ້ໄທ ເປັນຊົນເຜົ່າໜຶ່ງທີ່ມີເອກະລັກການດຳລົງຊີວິດນັ້ນກໍ່ຄື ການເຮັດໄຮ່ ເຮັດນາ ແລະ ເຮັດສວນເພື່ອປູກເຂົ້າ ພືດທາດແປ້ງ, ເຜືອກ,ມັນ ແລະ ອື່ນໆ, ແລະ ຍັງໄດ້ມີການລ້ຽງສັດ ງົວ,ຄວາຍ, ໝູ,ໝາ ແລະ ສັດປີກຕ່າງໆ ຊົນເຜົ່າ ຜູ້ໄທ ແມ່ນມາຈາກຄຳສັບວ່າ : “ໄທ້,ໄທ ຫຼື ໄຕ” ແລະ ອີກຢ່າງໜຶ່ງມາຈາກຄຳສັບທີ່ວ່າ “ໄທພູ” ໝາຍຄວາມວ່າຊົນເຜົ່ານີ້ ອົບພະຍົບມາຕາມສາຍພູ ແລ້ວລົງໄປຕັ້ງບ້ານເຮືອນຢູ່ເຂດທົ່ງພຽງ ແລະ ແຄມແມ່ນ້ຳ .


ສຸດດາວອນ ປັດສາພັນ (ເຈນນີ້), ຮອງອັນດັບສອງນາງສາວລາວ 2019 ໃນຊຸດຊົນເຜົ່າ ໄຕດຳ
ຊົນເຜົ່າໄຕດຳ ເປັນອີກໜຶ່ງຊົນເຜົ່າໃນລາວ ທີ່ມັກຈະໄດ້ຍິນຊື່ຊົນເຜົ່ານີ້ ແລະ ໄດ້ພົບເຫັນການແຕ່ງກາຍຂອງພວກເຂົາຢູ່ເລື້ອຍໆ ຕາມງານເທດສະການປະເພນີຕ່າງໆ
ເຊິ່ງການແຕ່ງກາຍຂອງຊົນເຜົ່ານີ້ແມ່ນ ເນັ້ນສີສັນສວຍງາມ ແລະ ມີຜ້າແພປົກຫົວ
ເປັນເອກະລັກທີ່ບໍ່ມີຊົນເຜົ່າໃດຄື.

ພອນສະນິດ ລັດຕະນະສັກ (ປູນ້ອຍ), ຮອງອັນດັບສາມນາງສາວລາວ 2019 ໃນຊຸດຊົນເຜົ່າລື້. ຊົນເຜົ່າລື້ ສ່ວນຫລາຍດຳລົງຊີວິດໃນບັນດາແຂວງພາກເໜືອເຊັ່ນ: ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ ແລະ ຫລວງພະບາງ, ເຜົ່າລື້ ມີພາສາປາກເວົ້າເປັນ ຂອງຕົນເອງ, ຊຶ່ງຈັດຢູ່ໃນໝວດພາສາລາວ-ໄຕ ວັດທະນະທຳ ທີ່ອຸດົມສົມບູນຂອງເຜົ່າລື້ແມ່ນ : ຂັບລຳ, ນິທານພື້ນເມືອງ, ຄຳພະຫຍາ, ສຸພາສິດ ແລະ ອື່ນໆ


ບຸດດາວ ຈັນທະລີ (ອາຄົວ), ຮອງອັນດັບສີ່ນາງສາວລາວ 2019 ໃນຊຸດຊົນເຜົ່າກະຕູ ເປັນຊົນເຜົ່າໜຶ່ງທີ່ມີການແຕ່ງກາຍທີ່ເປັນເອກະລັກຂອງເຜົ່າເອງການຄຽນຫົວ ແລະ ໃສ່ເຄື່ອງປະດັບ ແມ່ນໝາຍເຖິງ ສາວງາມ ທີ່ມີຖານະດີ ໃນເຜົ່າ ແລະ ຍັງມີການດຳລົງຊີວິດແບບລຽບງ່າຍ ແມ່ນການປູກຝັງ, ລ້ຽງສັດ, ເຮັດໄຮ່ ເຮັດສວນ.

ຄວາມງາມຂອງແຕ່ລະຄົນ ບໍ່ມີໃຜຍອມໃຜເລີຍ ເຊິ່ງການຖ່າຍແບບໃນຊຸດຊົນເຜົ່າຄັ້ງນີ້ ເປັນການເອກອ້າງເຖິງວັດທະນະທຳ ຄວາມເປັນລາວ ທີ່ບໍ່ຄືຊາດໃດໃນໂລກ.

ຂໍຂອບໃຈຮູບພາບຈາກ: ນາງສາວລາວ

#KuanjaiMagazine
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ