Breaking News

Career Advice

ກ້າວທຳອິດ ສູ່ການເປັນສາວເຮັດວຽກ ຄວນເອົາໃຈໃສ່ຫຍັງແດ່?

ຖ້າຫາກທ່ານຫາກໍກ້າວເຂົ້າສູ່ການເລີ່ມຕົ້ນທີ່ຈະເຮັດວຽກເປັນຄັ້ງທຳອິດ ເປັນຄັ້ງທີ່ຍາກທີ່ສຸດສະເໝີ ແຕ່ເຄັດລັບຕໍ່ໄປນີ້ຈະສາມາດຊ່ວຍທ່ານໄດ້. ປ່ຽນແປງຕົນເອງ ການປ່ຽນແປງຈາກຊ່ວງຊີວິດໜຶ່ງໄປຫາອີກການໃຊ້ຊີວິດຮູບແບບໜຶ່ງ ເພື່ອໃຫ້ ເໝາະສົມໃນສະຖານະການ. ສໍາລັບການເລີ່ມຕົ້ນທີ່ຈະເຮັດວຽກຄັ້ງທຳອິດນັ້ນ ຄວນເຮັດໃຫ້ຕົນເອງເບິ່ງດູດີທີ່ສຸດ ບໍ່ວ່າຈະເປັນຊົງຜົມ, ລົງທຶນຊື້ເຄື່ອງນຸ່ງໃໝ່ດີໆສຳລັບການໄປສຳພາດວຽກ ສວມໃສ່ແລ້ວສະບາຍເບິ່ງຄືມືອາຊີບ, ຮູບແບບໃໝ່ອັນສົດໃສຈະເພີ່ມຄວາມໝັ້ນໃຈໃຫ້ທ່ານເຊັ່ນດຽວກັບຄວາມໝັ້ນໃຈຂອງນາຍຈ້າງທີ່ເບິ່ງທ່ານພະຍາຍາມເຮັດຕົວໃຫ້ດູດີທີ່ສຸດ ແລະ ກໍຄິດວ່າທ່ານຈະຍິນດີເຮັດທຸກຢ່າງໃນການເຮັດວຽກຄືກັນ. ກຽມຕົວໃຫ້ພ້ອມສະເໝີ ເພາະບໍ່ຮູ້ວ່າຈະຖືກເອີ້ນໄປສຳພາດວຽກເມືອໃດ ຖ້າທ່ານໄດ້ຮັບເຊີນໄປສຳພາດ ທ່ານຈຳເປັນຕ້ອງໄດ້ກະກຽມຊີວະປະຫວັດຫຍໍ້ແນະນຳຕົວເອງໃຫ້ດີ. ຊີວະປະຫວັດເປັນສິ່ງສຳຄັນເພາະມັນຄືທາງເລືອກການຕະຫຼາດສ່ວນຕົວຂອງທ່ານທີ່ຈະນຳສະເໜີໄປນັ້ນມັນໜ້າສົນໃຈຊ້ຳໃດ. ສະນັ້ນເລີ່ມຕົ້ນການຂຽນແນະນຳຕົນເອງໄວ້ຈະເປັນການດີກວ່າຫຼາຍ ແລະ ເບິ່ງຄືງ່າຍຂຶ້ນ ທີ່ຈະຕ້ອງເລີ່ມຕົ້ນຈາກສູນເມືອຖືກເອີ້ນສຳພາດວຽກເປັນຄັ້ງທຳອິດ. ບໍ່ຈຳເປັນເຮັດທຸກຢ່າງພຽງລຳພັງ ປັດຈຸບັນນີ້ມີຂໍ້ມູນ, ໜັງສື ຫຼື ເວັບໄຊທີ່ຫຼາກຫຼາຍທີ່ຈະຊ່ວຍທ່ານໄດ້ໃນເລື່ອງການຊອກວຽກ ລວມເຖິງໃຫ້ເຄັດລັບຕ່າງໆໃນການເຮັດວຽກ, ໝູ່ເພື່ອ ແລະ ຍາດພີ່ນ້ອງທີ່ມີປະສົບການກໍລ້ວນແຕ່ເປັນທີ່ປຶກສາທີ່ດີໃຫ້ແກ່ທ່ານໄດ້. ຮູ້ຈັກຕົນເອງກ່ອນຈະກ້າວເຂົ້າໄປສຳພາດວຽກທີ່ຖືກເອີ້ນໄປ ວ່າເປັນບ່ອນທີ່ຕົນເອງຕັ້ງໃຈທີ່ຈະເຮັດວຽກນຳ ແລະ ມັກຮັກໃນອາຊີບວຽກງານນີ້ຢ່າງແທ້ຈິງຫຼືບໍ ເພາະມັນຈະສະແດງອອກຈາກທ່າທາງຂອງທ່ານໃນເວລາສຳພາດ ແຕ່ຖ້າຫາກເປັນບ່ອນເຮັດວຽກ ຫຼື ເປັນວຽກທີ່ທ່ານບໍ່ມັກ ກໍຄວນຈະຂໍຍົກເລີກການສຳພາດຈະເປັນການດີກວ່າ.

Read More »

ເລືອກວຽກທຳອິດໃຫ້ ເໝາະສຳລັບຕົນເອງ.

ນັກສຶກສາຈົບໃໝ່ຫຼາຍຄົນອາດຊອກວຽກທີ່ຕົນເອງຮັກ ແລະ ຢາກເຮັດໄດ້ແລ້ວ ແຕ່ກໍ່ມີຈຳນວນບໍ່ໜ້ອຍທີ່ຍັງບໍ່ຮູ້ວ່າຕົວເອງຢາກເຮັດຫຍັງ ວຽກໃດຈະເປັນວຽກທຳອິດໃນຊີວິດທີ່ມັກ ທັງເໝາະສົມສຳລັບຕົວເອງ ເຊິ່ງວາລະສານຂວັນໃຈສະບັບນີ້ ມີເຄັດລັບສັ້ນໆ ໃຫ້ນ້ອງໆເອົາໄປໄວ້ອ່ານເປັນຄູ່ມືໃນການເລືອກວຽກທຳອິດສຳລັບເຮົາ ເພື່ອຈະໄດ້ເລີ່ມຊີວິດການເປັນຜູ້ໃຫຍ່ເຕັມຕົວໄດ້ຢ່າງສົດໃສ ແລະ ເລີ່ມຕົ້ນອາຊີບພະນັກງານ. ທຳອິດ ເຮົາຕ້ອງ “ຮູ້ຈັກຕົວເອງ” ການຄົ້ນຫາຕົວເອງອາດເລີ່ມຈາກສິ່ງທີ່ເຮົາມັກເຮັດ ເວລາເຮັດແລ້ວມີຄວາມສຸກ ແລ້ວລອງປ່ຽນສິ່ງທີ່ມັກໃຫ້ເປັນວຽກ ຫຼື ຫາວຽກຈາກສິ່ງທີ່ເຮົາມັກເຮັດນັ້ນ. ຕໍ່ມາ “ຊອກແຮງບັນດານໃຈໃນການເຮັດວຽກ” ອາດເປັນວຽກທີ່ສ້າງຜົນປະໂຫຍດໃຫ້ກັບຕົວເຮົາໄດ້ ແລະ ສັງຄົມ ເປັນວຽກທີ່ເຮັດແລ້ວເຮົາຮູ້ສຶກດີ ວຽກນັ້ນກໍຈະເປັນວຽກທີ່ເໝາະສຳລັບເຮົາໃນກ້າວທຳອິດ. ສິ່ງສຳຄັນເຮົາຕ້ອງ “ເລືອກວຽກທີ່ເຮົາຖະນັດ” ເວລາເຮັດວຽກເຮົາຈະຮູ້ສຶກວ່າບໍ່ຕ້ອງຝືນ ແລະ ບໍ່ຕ້ອງໃຊ້ຄວາມພະຍາຍາມຢ່າງໜັກ ຫຼື ບໍ່ຕ້ອງໃຊ້ເວລາໃນການເຮັດວຽກຢ່າງຫຼາຍ ເພື່ອເຮັດໃຫ້ຜົນງານສຳເລັດແຕ່ລະອັນ ການເຮັດວຽກຈະເປັນໄປຢ່າງລຽບງ່າຍໄວວາ. ເຮົາຄວນ “ເຮັດວຽກພິເສດທີ່ຫຼາກຫຼາຍກ່ອນສະໝັກວຽກແທ້” ການໄດ້ທົດລອງເຮັດວຽກພິເສດ ຫຼື ຝຶກງານຕາມສະຖານທີ່ຕ່າງໆ ຈະເຮັດໃຫ້ເຮົາຮູ້ຈັກຕົວເອງໄດ້ຈະແຈ້ງ ແລະ ໄວຂຶ້ນຈາກປະສົບການວ່າ ຕ້ອງການເຮັດວຽກຫຍັງ ວຽກຫຍັງທີ່ແມ່ນສຳລັບເຮົາ ສິ່ງທີ່ຂາດບໍ່ໄດ້ຄືເຮົາຕ້ອງ “ຄົ້ນຫາຂໍ້ມູນກ່ຽວກັບອາຊີບທີ່ຫຼາກຫຼາຍ” ການຄົ້ນຫາຂໍ້ມູນ ແລະ …

Read More »

ເງິນ​ເດືອນ​ທຳ​ອິດ ຈະ​ແບ່ງ​ໃຊ້​ແບບ​ໃດ?

ເງິນເດືອນທຳອິດ ຈະແບ່ງໃຊ້ແບບໃດ?      ແບ່ງທ້ອນໄວ້ຢ່າເອົາແຕ່ຮູ້ຈ່າຍພຽງຢ່າງດຽວ: ໄດ້ເງິນເດືອນ ເດືອນທຳອິດສິ່ງທີ່ຄວນເຮັດແມ່ນແບ່ງເງິນສຳລັບເກັບໄວ້ ເພາະຄົນສ່ວນຫຼາຍມັກລືມຄິດເຖິງຈຸດນີ້ ແລະ ມັກວາງແຜນໂດຍການເອົາໄປຈ່າຍຫຼິ້ນເປັນອັນດັບຕົ້ນໆ ການເກັບເງິນໄວ້ຄວນເຮັດໃຫ້ເປັນນິໄສຝຶກເອົາໄວ້ຕັ້ງແຕ່ເງິນເດືອນ ເດືອນທຳອິດເພື່ອໄດ້ເງິນເດືອນເດືອນຕໍ່ໄປຈະເປັນແຮງຈູງໃຈໃນການເກັບເງິນໄວ້ອີກ. ຕອບແທນບຸນຄຸນພໍ່ແມ່: ການນຶກເຖິງຜູ້ທີ່ມີບຸນຄຸນແມ່ນເປັນສິ່ງທີ່ດີຂອງຄົນເປັນລູກ ການຕອບແທນບຸນຄຸນດ້ວຍຊັບທີ່ຊອກຫາໄດ້ ເປັນຄັ້ງທຳອິດເປັນອີກໜຶ່ງທາງທີ່ຈະຮູ້ຈັກຄວາມຮັບຜິດຊອບເຖິງແມ່ນວ່າພໍ່ແມ່ຈະບໍ່ຢາກໄດ້ເງິນລູກ ແຕ່ກໍຄວນໃຫ້ໄປຕາມໜ້າທີ່ເພື່ອໃຫ້ພໍ່ແມ່ມີລາຍໄດ້ສຳລັບໃຊ້ຈ່າຍ ແລະ ສຸດທ້າຍແລ້ວພໍ່ແມ່ຈະເກັບເງິນສ່ວນນີ້ໄວ້ໃຫ້ເຮົາຄືເກົ່າ. ໃຫ້ລາງວັນກັບຕົວເອງ: ຫຼັງຈາກການເຮັດວຽກມາໝົດເດືອນດ້ວຍຄວາມຕັ້ງໃຈ, ມຸ່ງໝັ້ນໃນໜ້າທີ່ຄວນຕອບແທນຕົນເອງດ້ວຍການກິນອາຫານດີໆຫຼືໄປທ່ອງທ່ຽວໃຫ້ສະບາຍໃຈ, ເຮັດກິດຈຳທີ່ຕົນເອງມັກເພື່ອເປັນການຜ່ອນຄາຍຄວາມຄຽດຈາກການເຮັດວຽກ, ເພື່ອເປັນແຮງຈູງໃຈ, ກຳລັງໃຈໃນການເຮັດວຽກໃນເດືອນຕໍ່ໄປ. ແບ່ງການໃຊ້ຈ່າຍເທົ່າທີ່ຈຳເປັນ: ການແບ່ງເງິນໄວ້ໃຊ້ຈ່າຍເທົ່າທີ່ຈຳເປັນຄື ຢ່າໃຊ້ເງິນເດືອນໝົດໄປກັບເລື່ອງທີ່ບໍ່ເປັນປະໂຫຍດ ແລະ ຢ່າຄິດວ່າຕົນເອງສາມາດຫາເງິນໃໝ່ໄດ້ ເຊິ່ງເປັນຄວາມຄິດທີ່ຜິດ. ເຮົາຄວນຮູ້ຈັກວາງແຜນການໃຊ້ເງິນຢ່າງຄຸ້ມຄ່າເທົ່າທີ່ຈຳເປັນ. ໃຊ້ໜີ້ (ຖ້າມີ): ຢ່າຜິດສັນຍາກຳນົດມື້ທີ່ຈະໃຊ້ໜີ້ ເພາະວ່າອັດຕາດອກເບ້ຍສູງ ຫາກບໍ່ສົນໃຈອາດກາຍເປັນການສ້າງໜີ້ ແລະ ເພີ່ມພາລະໃຫ້ຫຼາຍຂຶ້ນໄປອີກໃນເດືອນຕໍ່ໄປ. ດັງນັ້ນ, ຄວນມີວິໄນຮູ້ຈັກວາງແຜນເຊິ່ງເປັນວິທີເບື້ອງຕົ້ນທີ່ຄວນນຶກເຖິງຂອງຄົນເປັນໜີ້.  

Read More »

ປ່ຽນ​ມື້​ເຮັດ​ວຽກປົກກະຕິ ​ໃຫ້​ເປັນ​ມື້​ທີ່ພິ​ເສດທີ່ສຸດ

ປ່ຽນມື້ເຮັດວຽກປົກກະຕິ ໃຫ້ເປັນມື້ທີ່ພິເສດທີ່ສຸດ “ສຸກໃດຈະເທົ່າສຸກ, ເສົາ, ອາທິດ” ຄົນເຮັດວຽກຫຼາຍໆຄົນຈະເຫັນດີນຳກັບຄຳຄົມນີ້ຫຼືບໍ່ ? ແຕ່ຖ້າຫາກປ່ຽນມື້ເຮັດວຽກ ຈັນ-ສຸກ ໃຫ້ກາຍເປັນມື້ທີ່ພິເສດໄດ້ ເຈົ້າກໍຈະຍິ້ມແຍ້ມແຈ່ມໃສຕະຫຼອດເວລາ, ເຮັດໃຫ້ມັນສະໝອງປອດໂປ່ງເດີນແມ່ນແລ່ນສະດວກ ເພາະອາລົມມີຜົນຕໍ່ການປະມວນຜົນຂອງສະໝອງ ຖ້າອາລົມດີຈະຊ່ວຍໃຫ້ມີຄວາມຄິດສ້າງສັນ, ໃນທາງກົງກັນຂ້າມ ຖ້າຢູ່ໃນອາລົມທີ່ວິຕົກກັງວົນ ຫຼື ແມ່ນແຕ່ມີຄວາມມຸ່ງໝັ້ນຫຼາຍເກີນໄປ ຈະມີຜົນເຮັດໃຫ້ຄິດບໍ່ອອກ, ສະໝອງບໍ່ແລ່ນ. ອາລົມດີ ຫຼື ບໍ່ດີ ມີຜົນຕໍ່ການຄິດ ແລະ ການແກ້ໄຂບັນຫາໄດ້. ໄປຮອດບ່ອນເຮັດວຽກໃຫ້ໄວຂຶ້ນ 10 ນາທີ ແລະ ເລີ່ມຕົ້ນກິດຈະກຳໃດໜຶ່ງທີ່ທ່ານເຮັດແລ້ວມີຄວາມສຸກ  ລອງເຮັດກິດຈະກຳໃດໜຶ່ງທີ່ຖືກໃຈກ່ອນເວລາຈະເລີ່ມເຮັດວຽກ ເຊັ່ນ: ດື່ມກາເຟທີ່ມັກ, ອ່ານວາລະສານທີ່ມັກ, ຟັງເພງ, ນັ່ງສະມາທິ ຫຼື ອື່ນໆ. ຂໍເວລານອກສັ້ນໆ ມື້ລະ 3 ຄັ້ງ ເມື່ອເລີ່ມເຮັດວຽກໄດ້ພໍສົມຄວນແລ້ວ ອາດຈະເລີ່ມຄົ້ນຄິດວາງແຜນບໍ່ຄ່ອງ, ສະໝອງບໍ່ແລ່ນ ຢ່າໄປນັ່ງບີບບັງຄັບຕົວເອງຕໍ່ໄປ ລອງຂໍເວລານອກໄປຍ່າງຫຼິ້ນ, ຢືດເສັ້ນຢືດສາຍໃຫ້ສະບາຍຕົວຈັກ 5-10 …

Read More »

10 ​ເລື່ອງ​ນ້ອຍໆ ​ເພື່ອ​ຄວາມ​ກ້າວໜ້າ​ໃນ​ອາຊີບ

10 ເລື່ອງນ້ອຍໆ ເພື່ອຄວາມກ້າວໜ້າໃນອາຊີບ ປະຈຸບັນເສດຖະກິດ ນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ສະນັ້ນ, ຄວນປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້. ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້. ຮຽນຮູ້ການເຮັດວຽກຂອງຫົວໜ້າ ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່ ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ …

Read More »