Breaking News

Career Advice

ສ້າງນິ​ໄສ​ໃນການ​ຈັດລະບຽບຊີວິດ​ ໃຫ້ດີຂຶ້ນກວ່າເກົ່າ

ທ່ານຜູ້ອ່ານຫຼາຍຄົນ ອາດຈະມີເພື່ອນ ຫຼື ຄົນຮູ້ຈັກ ທີ່ມັກເວົ້າກ່ຽວກັບການຈັດລະບົບຊີວິດທີ່ີມີຄວາມແນ່ນອນ ບໍ່ວ່າຈະເປັນການວາງແຜນ, ການເຮັດ ແລະ ວາງລະບົບເລື່ອງເລັກໆນ້ອຍໆ ເຊັ່ນ: ການຈັດໂຕະຈັດຕັ່ງ ເຊິ່ງຈະຮູ້ສຶກວ່າຄົນເຫຼົ່ານີ້ ໃຊ້ຊີວິດແບບບໍ່ວຸ້ນວາຍ ແລະ ຫຍຸ້ງຍາກ ເມື່ອເບິ່ງແລ້ວເຫັນເຖິງ ຄວາມມີປະສິດທິພາບໃນການໃຊ້ຊີວິດປະຈຳວັນໄດ້ເປັນຢ່າງດີ ເຮັດວຽກໄດ້ຫຼາຍຢ່າງ ຈົນເຮັດໃຫ້ຫຼາຍຄົນອິດສາ, ຢາກເອົາມາເປັນແບບຢ່າງ. ມື້ນີ້ຂວັນໃຈ ຂໍນຳເອົາຄຳວ່າ Organized ມາໃຫ້ທ່ານຜູ້ອ່ານໄດ້ເຂົ້າໃຈເຖິງ ນິໄສຂອງການຈັດລະບຽບຊີວິດທີ່ດີທີ່ສຸດ ໂດຍຈະແບ່ງອອກເປັນ 5 ນິໄສດ້ວຍກັນດັ່ງນີ້: ພະຍາຍາມຊອກເອົາເຄື່ອງມືມາໃຊ້ເພື່ອຊ່ວຍເຫລືອຕົນເອງ. ຄຳວ່າເຄື່ອງມື ແມ່ນອຸປະກອນທີ່ສາມາດຊ່ວຍເຫລືອເຮົາໃນຊີວິດປະຈຳວັນໃຫ້ມີປະສິດທິພາບຫຼາຍທີ່ສຸດ ເຊິ່ງເຄື່ອງມືດັ່ງກ່າວ ອາດຈະເລີ່ມຕັ້ງແຕ່ສິ່ງນ້ອຍໆ ຂຶ້ນໄປຈົນຮອດອຸປະກອນທີ່ໄຮເທັກ ເຊັ່ນ: ແອບການແຈ້ງເຕືອນ ສຳລັບຊອກຫາຂໍ້ມູນເພີ່ມ. ຮູ້ຈັດລຳດັບຄວາມສຳຄັນ. ທຸກໆຄົນລ້ວນມີສິ່ງທີ່ຕ້ອງເຮັດຫຼາຍຢ່າງ ແຕ່ຄົນທີ່ຈະຈັດລະບຽບຊີວິດຕົນເອງໄດ້ເປັນຢ່າງດີ ພ້ອມທັງເຮັດສິ່ງຕ່າງໆມີປະສິດທິພາບນັ້ນ ກໍຍ້ອນມີການວາງແຜນ ແລະ ຈັດຮຽງຄວາມສຳຄັນຂອງສິ່ງຕ່າງໆໃຫ້ເປັນລະບົບ ເຊິ່ງການຈັດລຳດັບນີ້ ຈະສອດຄ່ອງກັບການວາງເປົ້າໝາຍຕ່າງໆຂອງຄົນໆນັ້ນ ເຮັດໃຫ້ພວກເຂົາສາມາດຮູ້ໄດ້ວ່າ ສິ່ງຕ່າງໆ ທີ່ຕ້ອງເຮັດນັ້ນຈະສົ່ງຜົນຕໍ່ກັບພວກເຂົາແບບໃດ ລວມທັງໄລຍະສັ້ນ …

Read More »

ມື້ທຳອິດຂອງການເຮັດວຽກ ຄວນກຽມຕົວແນວໃດຈັ່ງດີ

ການເຮັດວຽກມື້ທຳອິດມີຄວາມສຳຄັນທັງຕໍ່ຜູ້ເຮັດວຽກ ແລະ ອົງກອນ ຖ້າວ່າມື້ທຳອິດຂອງການເຮັດວຽກພົບກັບສິ້ງທີ່ດີໆ ຫຼື ເລື່ອງທີ່ໜ້າປະທັບໃຈ ກໍຈະເຮັດໃຫ້ມີກຳລັງໃຈຫຼາຍຂຶ້ນໃນການເຮັດວຽກ ເຊິ່ງວາລະສານຂວັນໃຈກໍໄດ້ນຳເອົາສິ່ງໆໃນການກຽມພ້ອມກັບການເຮັດວຽກມື້ທຳອິດມາຝາກດັ່ງລຸ່ມນີ້: ກຽມເຄື່ອງນຸ່ງ ແຕ່ງກາຍໄປເຮັດວຽກ: ແຕ່ລະຄົນແຕ່ງຕົວບໍ່ຄືກັນ ແຕ່ມັນກໍຂຶ້ນຢູ່ກັບບ່ອນເຮັດວຽກ ແລະ ລັກສະນະຂອງວຽກທີ່ທ່ານນຸ່ງແລ້ວ ສະດວກກັບການເຮັດວຽກຕ້ອງເບິ່ງວ່າຄົນໃນຫ້ອງການນັ້ນແຕ່ງແນວໃດ ແລ້ວຕໍ່ໄປຈຶ່ງຄ່ອຍໆປັບຕົວ ຖ້າແຕ່ງຕົວເດັ່ນເກີນໄປອາດຈະຖືກຄົນໃນຫ້ອງການເວົ້າໃຫ້ ແຕ່ຖ້າແຕ່ງແບບເໝາະສົມກໍອາດຈະຖືກຍ້ອງແລ້ວກໍມັກເລີຍໄປເລີຍກໍໄດ້. ຮຽນຮູ້ວຽກທີ່ຈະເຮັດ: ເມື່ອໄດ້ເຂົ້າເຮັດວຽກຕ້ອງເບິ່ງວ່າທ່ານມີໜ້າທີ່ຮັບຜິດຊອບຫຍັງແດ່ ແຕ່ຖ້າບໍ່ເຂົ້າໃຈກໍໃຫ້ຖາມຫົວໜ້າ ແລະເມື່ອຮູ້ແລ້ວກໍຕ້ອງເຂົ້າໃຈວຽກໃຫ້ດີ, ລະອຽດ ແລະ ຈົດບັນທຶກໄວ້ເຕືອນຄວາມຈຳ. ສ້າງມິດຕະພາບທີ່ດີ: ການເຮັດວຽກ ຕ້ອງໄດ້ມີການປະສານງານກັບຜູ້ອື່ນ ຈຶ່ງຈະເຮັດໄດ້ສຳເລັດ ຫຼື ມີຄວາມສະດວກຫຼາຍຂຶ້ນ ບໍ່ວ່າຈະເປັນໃນແງ່ເພືອນຮ່ວມງານ ຫຼື ເພືອນສະນິດ ກໍຈະເຮັດໃຫ້ວຽກມີປະສິດທິພາບຫຼາຍຂຶ້ນ ທ່ານມັກຍີ້ມ ສະແດງຄວາມມີນ້ຳໃຈກັບເພືອນຮ່ວມງານ ມີຄວາມຮູ້ສຶກທີ່ດີຕໍ່ກັນ ຈຶ່ງເຮັດວຽກໄດ້ຢ່າງມີຄວາມສຸກ. ບັນທຶກການເຮັດວຽກ: ເພື່ອເປັນຂໍ້ມູນວ່າ ຕົວທ່ານມີຜົນງານຫຍັງແດ່ ໃນວຽກແຕ່ລະຢ່າງ ຫຼື ມີຂໍ້ຜິດພາດ ແລະຄວນແກ້ໄຂແນວໃດຕໍ່ໄປ ຄວາມກ້າວໜ້າຂອງຝີມືມີເພີ່ມຂຶ້ນແນວໃດ ທ່ານອາດໄດ້ຮັບຜົນດີຕອບແທບ ເຊັ່ນໄດ້ເລື່ອນຂັ້ນ ເງິນເດືອນຂຶ້ນ …

Read More »

ກຳນົດທິດທາງໃນການເຮັດວຽກ ເພື່ອຄວາມສຳເລັດຂອງທ່ານ

ໃນໂລກຂອງການເຮັດວຽກ ເຮົາຄວນຕັ້ງເປົ້າໝາຍ ກຳນົດທິດທາງໃນການເຮັດວຽກ ເພື່ອໃຫ້ໄປເຖິງຈຸດໝາຍໄດ້ໃນເວລາທີ່ກຳນົດ ຜູ້ທີ່ປະສົບຄວາມສຳເລັດໃນການເຮັດວຽກນັ້ນ ມີວິທີການປະຕິບັດຕົວດັ່ງຕໍ່ໄປນີ້: ທ່ານຈະເຮັດວຽກໄດ້ດີຄື ຕ້ອງມ່ວນຊື່ນໄປກັບວຽກທີ່ເຮັດ ເມື່ອທ່ານເຮັດວຽກດ້ວຍຄວາມມ່ວນຊື່ນ ທ່ານຈະມີແຮງຂັບເຄື່ອນ ໃນຄວາມພະຍາຍາມ. ຕ້ອງໃສ່ຄວາມຈິງຈັງມຸ່ງໝັ້ນສູ່ຄວາມສຳເລັດລົງໄປດ້ວຍຄວາມພາກພຽນພະຍາຍາມ ຈະນຳພາທ່ານໄປພົບກັບຄວາມສຳເລັດໃນທີ່ສຸດ. ຄວາມເຊື່ອໝັ້ນໃນຕົນເອງຕ້ອງມີຢູ່ສະເໝີ ເພາະນັ້ນຈະເຮັດໃຫ້ທ່ານກ້າຄິດກ້າທຳ ແລະ ກ້າຮັບຜິດຊອບ ເຊິ່ງຈະເຮັດໃຫ້ທ່ານໄດປຽບກວ່າຄົນອື່ນໆ. ມີຄວາມຄິດສ້າງສັນ ປະດິດ ຫຼື ສ້າງນະວັດຕະກຳໃໝ່ໆຂຶ້ນ ຖ້າທ່ານເປັນນັກຄິດຮັບຮອງໄດ້ວ່າຈະສຳເລັດ. ການປັບຕົວໄດ້ໄວວາ ເພາະຄົນຈາກຫຼາກຫຼາຍສັງຄົມມາຢູ່ລວມກັນໃນສັງຄົມໃໝ່. ເປັນຄົນທີ່ຄິດບວກ ແລະ ສະແດງທ່າທີໃນທາງບວກ ບໍ່ຫຍໍ້ທໍ້ຕໍ່ອຸປະສັກ ມີມະນຸດສຳພັນດີ ເປັນທີ່ຮັກ ແລະ ຊື່ນຊົມຂອງຄົນອ້ອມຂ້າງ. ມີລະບຽບວິໄນເຊັ່ນ: ຕ້ອງມາເຮັດວຽກໃຫ້ກົງເວລາ, ສົ່ງວຽກກົງເວລາ, ປະຕິບັດຕາມກົດບໍລິສັດຢ່າງເຄັ່ງຄັດ. ມີຄວາມຊື່ສັດ ແລະ ຊ່ວຍເຫຼືອຜູ້ອື່ນໃຫ້ປະສົບຄວາມສຳເລັດ ຄົນດີມີນ້ຳໃຈ ຢູ່ໃສກະມີແຕ່ຄົນຮັກເອັນດູ ແລະ ຄອຍສະໜັບສະໜູນ. ກ້າຫານທີ່ຈະສ່ຽງ ແນ່ນອນວ່າບໍ່ມີວຽກໃດຈະລຽບງ່າຍໄປໝົດທຸກວຽກ ເມື່ອພົບພໍ້ກັບອຸປະສັກ ທ່ານຕ້ອງກ້າພໍທີ່ຈະສ່ຽງ. ທ່ານຄວນພັດທະນາການຕໍ່ການສື່ສານກັບຜູ້ອື່ນຢູ່ສະເໝີ ເພື່ອໃຫ້ທ່ານສາມາດຖ່າຍທອດແນວຄິດຕ່າງໆເຂົ້າເຖິງທຸກຄົນໄດ້ຢ່າງຖືກຕ້ອງ. …

Read More »

5 ເຕັກນິກຂອງການເຮັດວຽກທີ່ລາບລື້ນ ແລະຖືກໃຈເຈົ້ານາຍກັບທີມງານ

ເຮັດຕາມຄູມືປະຕິບັດວຽກ ຫຼຸດປະລິມານຄວາມຜິດພາດ ສຳລັບຄົນທີ່ເລີ່ມເຮັດວຽກໃໝ່ຄວນມີຄູມືປະຕິປັດວຽກ ເພາະມັນມີຄວາມຈຳເປັນຕໍ່ການເຮັດວຽກຫຼາຍ ເພາະມັນຈະເປັນແບບແຜນທີ່ເນັດຂຶ້ນມາເພື່ອໃຫ້ປະຕິບັດຕາມຄູມືແບບເຄັງຄັດ ຍ່ອມບໍ່ເກີດຄວາມຜິດພາດ ຫຼືຫຼຸດຄວາມຜິດພາດໄດ້ຫຼາຍ ຖ້າບໍ່ມີຄູມື ກໍຄວນປຶກສາເພືອນຮ່ວມງານທີ່ມີປະສົບການມາກ່ອນ ຖ້າມີຄຳຖາມກໍຄວນຮີບຖາມບໍ່ໃຫ້ຄາໃຈ ແລ້ວເຮັດວຽກນັ້ນໃຫ້ສຳເລັດ ເພື່ອໃຫ້ເຂົ້າໃຈເນື້ອໃນວຽກໃຫ້ຖຶກຕ້ອງ. ບັນທຶກໂນດວຽກກ່ອນເຮັດ ເພື່ອຈຳກັດໂອກາດທີ່ຈະເຮັດຜິດພາດ ຖ້າມີການຈັດລະບຽບການເຮັດວຽກຂອງເຮົາເປັນລຳດັບຂັ້ນຕອນ ຈະຊ່ວຍປ້ອງກັນຄວາມປິດພາດຂອງທ່ານໄດ້ຫຼາຍຂຶ້ນ ກ່ອນທີ່ຈະເລີ່ມເຮັດວຽກໃນແຕ່ລະມື້ ໃຫ້ຈົດລາຍການທີ່ຈະຕ້ອງເຮັດທັງໝົດລົງມາໃຫ້ຄົບຖ້ວນ ແລ້ວຈັດລຳດັບສິ່ງທີ່ຈະຕ້ອງເຮັດກ່ອນຫຼືຫຼັງຕາມຄວາມສຳຄັນ ແລະຄວາມດ່ວນ ລວມທັງຈົດລາຍການຂໍ້ຄວນລະວັງຕ່າງໆ ໄວ້ເພືອເຕືອນໃຈ ແລະຢ່າລື່ມຕິດໂນດໄວ້ບ່ອນທີ່ເຫັນງ່າຍເຊັ່ນ ຕິດຢູ່ໜ້າຄອມພິວເຕີ ເປັນຕົ້ນ. ກວດວຽກ ຫຼື ເຊັກວຽກກ່ອນສົ່ງເພື່ອປ້ອງກັນການຜິດພາດ ແລະການຖຶກຕຳນິ. ເມື່ອເຮັດວຽກສຳເລັດແລ້ວຕ້ອງກວດເບິ່ງຄວາມຖຶກຕ້ອງທຸກຄັ້ງ ແລະບໍ່ໄດ້ກວດພຽງແຕ່ເທື່ອດຽວເທົ່ານັ້ນ ຄວນຊ່ວຍກັນກວດເບິ່ງຫຼາຍໆຄົນ ນອກຈາກເຂຈົ້າຂອງວຽກຈະຕ້ອງກວດວຽກຂອງຕົນແລ້ວ ຜູ້ທີ່ກ່ຽວຂ້ອງກັບວຽກນັ້ນກໍຄວນກວດເບິ່ງເຊັ່ນກັນ ເພື່ອຄວາມຮັດກຸ່ມຄວນມີການເຊັ່ນຮັບຮອງ ວ່າໃຜໄດ້ກວດແລ້ວ ຈະເຮັດໃຫ້ຜູ້ກວດເພີ່ມຄວາມລະມັດລະວັງຫຼາຍຂຶ້ນອີກລະດັບໜຶ່ງ ເພາະທຸກຄົນຮູ້ດີວ່າ ການລົງຊື່ມີຜົນຕໍ່ການຮັບຜິດຊອບໃນກໍລະນີເກີດຄວາມຜິດພາດຂຶ້ນມາ. ສົ່ງວຽກຫຼືລາຍງານຜົນ ທີ່ໄດ້ເຮັດຮຽບຮ້ອຍແລ້ວ. ສົ່ງວຽກ ຫຼືລາຍງານຜົນໃຫ້ທີມງານ ເຈົ້ານາຍ ຫຼື ຜູ້ທີ່ກ່ຽວຂ້ອງໃນການມອບໝາຍວຽກນັ້ນໆ ເພື່ອລາຍງານໃຫ້ຮູ້ເຖິງການເຄື່ອນໄຫວ ແລະເປັນການອັບເດດວຽກທີ່ທ່ານເຮັດສຳເລັດຮຽບຮ້ອຍແລ້ວໃຫ້ ທີມງານ ຫຼືຜູ້ທີ່ກ່ຽວຂ້ອງໃນງານນັ້ນຮັບຮູ້ເພື່ອການສື່ສານທີ່ດີໃນການເຮັດວຽກ. …

Read More »

ຢ່າເບິ່ງຂ້າມ ເລື່ອງນ້ອຍໆ ເພື່ອຄວາມກ້າວໜ້າໃນອາຊີບ

ປະຈຸບັນເສດຖະກິດນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ສະນັ້ນ, ເມື່ອເຮົາໄດ້ມີໂອກາດເຮັດວຽກກໍຄວນຈະປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ເພາະສະນັ້ນ, ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້ ທີ່ຈະເຮັດໃຫ້ເຮົາມີຄວາມກ້າວໜ້າໃນອາຊີບການງານທີ່ດີຂຶ້ນ. ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້. ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ …

Read More »