Breaking News

Career Advice

ສິ່ງທີ່​ບໍ່​ຄວນ​ປະຕິບັດ​ ໃນເວລາຖືກສຳພາດ​ເຂົ້າເຮັດວຽກ

ຖ້າຫາກທ່ານຢາກໄດ້ວຽກທີ່ທ່ານມັກ ທ່ານຄວນຈະປະຕິບັດຕົວ ໃນເວລາຖືກສໍາພາດດັ່ງລຸ່ມນີ້: 1 ບໍ່ຄວນນັດສຳພາດຫຼາຍບໍລິສັດໃນມື້ດຽວກັນ ຄວນນັດຕອນເຊົ້າ 1 ບໍລິສັດ ແລະ ຕອນບ່າຍ 1 ບໍລິສັດກໍພຽງພໍແລ້ວ 2 ບໍ່ຄວນຍາດເວົ້າ ຫຼື ຖາມຄຳຖາມກັບຜູ້ສຳພາດຫຼາຍເກີນໄປ 3 ບໍ່ຄວນຖາມກ່ຽວກັບມື້ພັກ, ການມາວຽກສວາຍ ຫຼື ການກັບກ່ອນ ເພາະເປັນການສ້າງພາບ ວ່າທ່ານອາດຈະບໍ່ມັກເຮັດວຽກຫຼາຍ 4 ບໍ່ຄວນຕື່ນເຕັ້ນຈົນເກີນໄປ ຫຼື ເຂົ້າໄປຕັ້ງຫຼັກຢູ່ຫ້ອງນ້ຳກ່ອນອອກມາໃຫ້ສຳພາດ 5 ບໍ່ຄວນເວົ້າສິ່ງທີ່ບໍ່ແມ່ນຄວາມຈິງ ຖ້າສິ່ງໃດບໍ່ໝັ້ນໃຈກໍບໍ່ຄວນເວົ້າຕໍ່ ເພາະຈະເຮັດໃຫ້ຂາດຄວາມໜ້າເຊື່ອຖື 6 ບໍ່ຄວນເວົ້າວ່າ ບໍ່ຮູ້ ! ຖ້າໝົດຫົນທາງທີ່ຈະຕອບແທ້ໆ ຄວນຕອບວ່າແລ້ວນ້ອງຈະໄປສຶກສາໃຫ້ລະອຽດຕື່ມ 7 ບໍ່ຄວນຖາມເລື່ອງເງິນ ຈົນກວ່າຜູ້ສຳພາດຈະພໍໃຈໃນຕົວເຮົາ ໃຫ້ຜູ້ສຳພາດສະເໜີ ເງິນແຮງງານໃຫ້ເຮົາກ່ອນ ຫຼັງຈາກນັ້ນຈັ່ງຕົກລົງກັນ 8 ບໍ່ຄວນເວົ້າຂວັນເຈົ້ານາຍເກົ່າ  ເພາະເຈົ້ານາຍໃໝ່ກໍຈະບໍ່ເຊື່ອໝັ້ນທ່ານ ເພາະຄິດວ່າຕໍ່ໄປທ່ານກໍຈະເວົ້າຂວັນເຈົ້ານາຍໃໝ່ເຊັ່ນກັນ 9 ບໍ່ຄວນພາຄອບຄົວ ຫຼື …

Read More »

ວິທີໃນການບໍລິຫານເວລາ ແບບມີປະສິດທິພາບ

ປະສິດທິພາບຂອງການບໍລິຫານເວລາໃນແຕ່ລະອົງກອນນັ້ນ ຖືວ່າເປັນເລື່ອງສຳຄັນທີ່ສຸດ ທີ່ຈະສາມາດຕັດສິນຄວາມສຳເລັດຂອງທຸລະກິດໄດ້. ເລືອກເປົ້າໝາຍທີ່ສຳຄັນທີ່ສຸດໃນອາທິດ: ຖ້າມີເວລາຈຳກັດກໍຄວນເລືອກເປົ້າໝາຍທີ່ມີຄວາມສຳຄັນ ແລະ ເປົ້າໝາຍນັ້ນຕ້ອງເກີດປະໂຫຍດ ຫຼາຍທີ່ສຸດກ່ອນ ແລ້ວຈຶ່ງໃຊ້ເວລາໃນສ່ວນທີ່ເຫຼືອເອົາໄປຈັດການກັບວຽກອື່ນໆຕາມລຳດັບຕໍ່ໄປ. ໃຊ້ເວລາໃຫ້ເປັນປະໂຫຍດ: ທຳອິດທີ່ຕ້ອງເຮັດໃນຕອນເຊົ້າຄື ກວດເບິ່ງຂໍ້ຄວາມຂາເຂົ້າ-ຂາອອກແບບຜ່ານໆ ແລະເບິ່ງສະເພາະລາຍຊື່ກັບຫົວຂໍ້ທີ່ສຳຄັນ ພ້ອມທັງຈັດການກັບວຽກສ່ວນນັ້ນໃຫ້ຮຽບຮ້ອຍເປັນອັນດັບທຳອິດ. ຫຼີກລ້ຽງການນັດພົບ: ຖ້າວ່າບໍ່ມີປະເດັນທີ່ຕ້ອງຊອກ ຫຼື ສໍາຄັນຫຼາຍ ການປະຕິເສດນັດພົບກໍອາດຈະຊ່ວຍໃຫ້ເຮົາມີເວລາໃນການເຮັດວຽກທີ່ສຳຄັນຫຼາຍກວ່າ. ຮູ້ຂີດຈຳກັດຂອງຕົນເອງ: ການກຳນົດໄລຍະເວລາໃນການເຮັດວຽກ ແຍກອອກຈາກເວລາພັກຜ່ອນແບບຊັດເຈນ ຈຶ່ງເປັນສິ່ງສຳຄັນຫຼາຍ ເພື່ອໃຫ້ສາມາດເຮັດວຽກເຕັມທີ່ໄດ້ໃນເວລາເຮັດວຽກ ແລະ ໄດ້ພັກຜ່ອນເຕັມທີ່ເພື່ອຟື້ນຟູພະລັງງານຂຶ້ນອີກ.

Read More »

ນັກ​ສຶກສາ​ຈົບ​ໃໝ່ວ່າງ​ງານ ​ເປັນ​ຍ້ອນຫຍັງ​

ປັດຈຸບັນຫຼາຍຄົນ ຍັງມີບັນຫາກ່ຽວກັບການວ່າງງານຢູ່ບໍ່ໜ້ອຍ ເພາະເນື່ອງມາຈາກ ເສດຖະກິດຜ່ອນຈັງຫວະການຂະຫຍາຍຕົວ ເລີຍສົ່ງຜົນເຮັດໃຫ້ມີການວ່າງງານເກີດຂຶ້ນ ນອກນັ້ນ, ຍັງມີບັນຫາຂອງນັກສຶກສາທີ່ຈົບໃໝ່ອີກດ້ວຍ ເຊິ່ງເປັນເຫດຜົນເຮັດໃຫ້ພວກເຂົາເຫຼົ່ານັ້ນຍັງວ່າງງານຢູ່ຍ້ອນວ່າ: ບໍ່ໄດ້ສຶກສາຄວາມຕ້ອງການຂອງຕະຫຼາດແຮງງານໃຫ້ລະອຽດ ແຕ່ລະໄລຍະຕະຫຼາດແຮງງານແຕ່ລະບ່ອນ ກໍຕ້ອງການຄົນເຮັດວຽກທີ່ແຕກຕ່າງກັນ. ສະນັ້ນ, ກ່ອນຈະຮຽນສາຂາໃດຕ້ອງສຶກສາຄວາມຕ້ອງການຂອງຕະຫຼາດແຮງງານກ່ອນ ເພາະຈະມີໂອກາດໃນການໄດ້ເຂົ້າເຮັດວຽກງ່າຍຂຶ້ນ. ເລືອກສາຍຮຽນຕາມກະແສຄວາມນິຍົມ ຄົນທີ່ຈົບໃໝ່ຫຼາຍຄົນມັກບໍ່ຮູ້ວ່າ ຕົນເອງມັກເຮັດວຽກຫຍັງ ເລີຍບໍ່ຮູ້ວ່າຈະຮຽນຄະນະໃດດີ ຈຶ່ງເລືອກຮຽນໄປຕາມກະແສ; ດັ່ງນັ້ນ, ໃຜທີ່ກຳລັງຈົບໃໝ່ຄວນຄົ້ນຫາຕົນເອງໃຫ້ໄດ້ວ່າມັກ ຫຼື ສົນໃຈກ່ຽວກັບຫຍັງ ໂດຍເບິ່ງຄວາມຕ້ອງການຂອງຕະຫຼາດເປັນຫຼັກ ໂອກາດທີ່ຈະໄດ້ວຽກກໍມີຫຼາຍຂຶ້ນ. ເລືອກວຽກທີ່ຈະເຮັດ ຕາມຄວາມມັກຂອງຕົນເອງຫຼາຍເກີນໄປ ຖ້າເລືອກໄດ້ ທຸກຄົນຕ່າງກໍຕ້ອງການເຮັດວຽກທີ່ຕົນເອງປາຖະໜາ ແຕ່ຄົນທີ່ຈົບໃໝ່ກໍຕ້ອງເຂົ້າໃຈຄວາມຈິງໃນໂລກຂອງການເຮັດວຽກມັນບໍ່ໄດ້ເໝືອນດັ່ງຄວາມຝັນ ໃຜທີ່ເຮັດວຽກຕາມທີ່ຕົນປາຖະໜາ ຕ້ອງຂຶ້ນຢູ່ກັບຄວາມສາມາດຂອງທ່ານເອງຕື່ມ ຖ້າຄຸນສົມບັດຂອງທ່ານບໍ່ກົງກັບຄວາມຕ້ອງການຂອງອົງກອນ ໂອກາດທີ່ທ່ານຈະໄດ້ເຮັດວຽກກໍຍາກ ເພາະສະນັ້ນເລືອກວຽກທີ່ເໝາະສົມກັບທ່ານ ແລະ ອົງກອນ ຕ້ອງເລືອກຕາມຄວາມຕ້ອງການ. ມີທັກສະທີ່ບໍ່ກົງກັບຕຳແໜ່ງທີ່ສົນໃຈ ສ່ວນຫຼາຍຄົນທີ່ປະສົບບັນຫານີ້ແມ່ນຄົນທີ່ມັກເລືອກຮຽນຕາມກະແສ ເພາະບໍ່ຮູ້ວ່າຕົນເອງຕ້ອງການຫຍັງ ແລະ ເລືອກສະໝັກວຽກຕາມຕໍາແໜ່ງທີ່ຕົນເອງສົນໃຈຫຼາຍກວ່າ ເຮັດໃຫ້ໂອກາດໃນການເຂົ້າເຮັດວຽກມີໜ້ອຍ ຖ້າໃຜທີ່ຕ້ອງການເຮັດວຽກໃນຕໍາແໜ່ງທີ່ສົນໃຈແມ່ນຕ້ອງໄປເຂົ້າຫລັກສູດຮຽນສະເພາະ ເພື່ອເພີ່ມທັກສະໃນການເຮັດວຽກຕາມຕໍາແໜ່ງທີ່ສົນໃຈ. ຂາດການກຽມຕົວທີ່ດີ ຖືວ່າເປັນບັນຫາທີ່ສຳຄັນສຳລັບຄົນຮຽນຈົບໃໝ່ ເພາະຄິດແຕ່ວ່າ ສະໝັກວຽກໃຫ້ຜ່ານກໍພໍແລ້ວ …

Read More »

ຄຳເວົ້າທີ່ໃຫ້ກຳລັງໃຈຕົນເອງໃນເວລາຜິດພາດ

ຄວາມຜິດພາດທີ່ເກີດຂຶ້ນ ເຖິງວ່າຈະເປັນພຽງເລື່ອງເລັກໜ້ອຍກໍຕາມ ບໍ່ວ່າຈະເປັນເລື່ອງວຽກ ຫຼື ເລື່ອງອື່ນໆ ເມື່ອມັນເກີດຂຶ້ນມາແລ້ວ ມັນກໍເປັນເລື່ອງຍາກທີ່ເຮົາຈະປະຕິເສດມັນໄດ້ ວ່າມັນບໍ່ໄດ້ເກີດຂຶ້ນ ໃນເມື່ອມັນເກີດຂຶ້ນແລ້ວ ເຊິ່ງມັນໄດ້ສ້າງຄວາມລຳບາກໃຈໃຫ້ແກ່ທ່ານ ແລະ ເພື່ອນຮ່ວມງານ. ແນ່ນອນວ່າ: ບໍ່ມີໃຜຢາກໃຫ້ຄວາມຜິດພາດຢູ່ນຳຕົນເອງໄປດົນໆ ເວລາໃດກໍຕາມເມື່ອເຮົາຮູ້ສຶກວ່າ ຕົນເອງກຳລັງເຄັ່ງຕຶງຈາກການເຮັດວຽກ ກໍຢ່າລືມ ບອກ 7 ປະໂຫຍດດີໆ ທີ່ວາລະສານຂວັນໃຈໄດ້ນຳມາຝາກໃຫ້ແກ່ຜູ້ອ່ານ ເພື່ອບໍ່ໃຫ້ເຮົາໂທດຕົນເອງ ແລະ ຄິດຫຼາຍ ແລ້ວທ່ານຈະຮູ້ວ່າ ຄວາມຜິດພາດທີ່ເກີດຂຶ້ນບໍ່ແມ່ນເລື່ອງໃຫຍ່ຫຍັງເລີຍ ແຕ່ເປັນບົດຮຽນໜຶ່ງທີ່ຈະຊ່ວຍໃຫ້ເຮົາຮຽນຮູ້ ແລະ ຄ່ອຍໆກ້າວໄປຂ້າງໜ້າເທົ່ານັ້ນ. ຈັກໜ້ອຍມັນກໍຜ່ານໄປ ບັນຫາຕ່າງໆ ບໍ່ວ່າຈະນ້ອຍ ຫຼື ໃຫຍ່ ມັນບໍ່ມີມື້ທີ່ຈະຢູ່ກັບເຮົາດົນ ເມື່ອມັນເຂົ້າມາແລ້ວ ມັນກໍຈະຜ່ານໄປ ເພາະມັນມີອາຍຸສັ້ນຢູ່ແລ້ວ ພຽງແຕ່ປິ່ນຫຼັງໃສ່ມັນ ບັນຫາເຫຼົ່ານັ້ນກໍບໍ່ສາມາດເຮັດຫຍັງເຮົາໄດ້ ແຕ່ການປິ່ນຫຼັງໃສ່ກັບບັນຫານັ້ນໝາຍຄວາມວ່າ ເຮົາກຳລັງຫາທາງແກ້ໄຂກັບມັນຢູ່ ໂດຍການທີ່ບໍ່ຍອມໃຫ້ມັນມາເຮັດໃຫ້ເຮົາທຸກໃຈ ບໍ່ໄດ້ໝາຍຄວາມວ່າ ເຮົາຈະແລ່ນໜີບັນຫານັ້ນໆພຽງຢ່າງດຽວ. ເຮັດໃຫ້ດີທີ່ສຸດ ເມື່ອໃດກໍຕາມ ເຮົາຮູ້ສຶກຜິດຫວັງ ບໍ່ຕ້ອງໂທດຕົວເອງ ສິ່ງທີ່ເຮົາຕ້ອງເຮັດນັ້ນ …

Read More »

ຄຳເວົ້າທີ່ໃຫ້ກຳລັງໃຈຕົວເອງໃນເວລາຜິດພາດ