ຄວາມຜິດພາດທີ່ເກີດຂຶ້ນ ເຖິງວ່າຈະເປັນພຽງເລື່ອງເລັກໜ້ອຍກໍຕາມ ບໍ່ວ່າຈະເປັນເລື່ອງວຽກ ຫຼື ເລື່ອງອື່ນໆ ເມື່ອມັນເກີດຂຶ້ນມາແລ້ວ ມັນກໍເປັນເລື່ອງຍາກທີ່ເຮົາຈະປະຕິເສດມັນໄດ້ ວ່າມັນບໍ່ໄດ້ເກີດຂຶ້ນ ໃນເມື່ອມັນເກີດຂຶ້ນແລ້ວ ເຊິ່ງມັນໄດ້ສ້າງຄວາມລຳບາກໃຈໃຫ້ແກ່ທ່ານ ແລະ ເພື່ອນຮ່ວມງານ. ແນ່ນອນວ່າ: ບໍ່ມີໃຜຢາກໃຫ້ຄວາມຜິດພາດຢູ່ນຳຕົນເອງໄປດົນໆ ເວລາໃດກໍຕາມເມື່ອເຮົາຮູ້ສຶກວ່າ ຕົນເອງກຳລັງເຄັ່ງຕຶງຈາກການເຮັດວຽກ ກໍຢ່າລືມ ບອກ 7 ປະໂຫຍດດີໆ ທີ່ວາລະສານຂວັນໃຈໄດ້ນຳມາຝາກໃຫ້ແກ່ຜູ້ອ່ານ ເພື່ອບໍ່ໃຫ້ເຮົາໂທດຕົນເອງ ແລະ ຄິດຫຼາຍ ແລ້ວທ່ານຈະຮູ້ວ່າ ຄວາມຜິດພາດທີ່ເກີດຂຶ້ນບໍ່ແມ່ນເລື່ອງໃຫຍ່ຫຍັງເລີຍ ແຕ່ເປັນບົດຮຽນໜຶ່ງທີ່ຈະຊ່ວຍໃຫ້ເຮົາຮຽນຮູ້ ແລະ ຄ່ອຍໆກ້າວໄປຂ້າງໜ້າເທົ່ານັ້ນ.
- ຈັກໜ້ອຍມັນກໍຜ່ານໄປ
ບັນຫາຕ່າງໆ ບໍ່ວ່າຈະນ້ອຍ ຫຼື ໃຫຍ່ ມັນບໍ່ມີມື້ທີ່ຈະຢູ່ກັບເຮົາດົນ ເມື່ອມັນເຂົ້າມາແລ້ວ ມັນກໍຈະຜ່ານໄປ ເພາະມັນມີອາຍຸສັ້ນຢູ່ແລ້ວ ພຽງແຕ່ປິ່ນຫຼັງໃສ່ມັນ ບັນຫາເຫຼົ່ານັ້ນກໍບໍ່ສາມາດເຮັດຫຍັງເຮົາໄດ້ ແຕ່ການປິ່ນຫຼັງໃສ່ກັບບັນຫານັ້ນໝາຍຄວາມວ່າ ເຮົາກຳລັງຫາທາງແກ້ໄຂກັບມັນຢູ່ ໂດຍການທີ່ບໍ່ຍອມໃຫ້ມັນມາເຮັດໃຫ້ເຮົາທຸກໃຈ ບໍ່ໄດ້ໝາຍຄວາມວ່າ ເຮົາຈະແລ່ນໜີບັນຫານັ້ນໆພຽງຢ່າງດຽວ.
- ເຮັດໃຫ້ດີທີ່ສຸດ
ເມື່ອໃດກໍຕາມ ເຮົາຮູ້ສຶກຜິດຫວັງ ບໍ່ຕ້ອງໂທດຕົວເອງ ສິ່ງທີ່ເຮົາຕ້ອງເຮັດນັ້ນ ເຮົາໄດ້ເຮັດດີທີ່ສຸດແລ້ວຫຼືບໍ່ ແຕ່ຖ້າບັນຫາມັນໃຫຍ່ເກີນໄປ ຈົນເຮົາແກ້ໄຂຄົນດຽວບໍ່ໄດ້ ຈົ່ງຄິດວ່າ ບໍ່ມີໃຜເຮັດໄດ້ດີກວ່າເຮົາແລ້ວ ບໍ່ຕ້ອງໃຫ້ຄວາມຄິດທີ່ຫຍໍ້ທໍ້ມາເຮັດໃຫ້ເຮົາເສຍຄວາມເຊື່ອໝັ້ນຂອງເຮົາໄດ້.
- ມັນຄືບົດຮຽນທີ່ດີທີ່ສຸດ
ຄວາມຜິດພາດມັນບໍ່ໄດ້ນຳເຮົາໄປສູ່ ຄວາມຜິດຫວັງສະເໝີໄປ ເພາະໃນບາງຄັ້ງ ບັນຫາມັນກໍຄືບົດຮຽນທີ່ດີທີ່ສຸດ ເພາະມັນສອນໃຫ້ເຮົາຮູ້ວ່າສິ່ງໃດຜິດ ແລະ ສິ່ງໃດທີ່ເຮົາບໍ່ຄວນເຮັດ ຈື່ໄວ້ວ່າ ຖ້າເຮົາບໍ່ເຄີຍເຮັດຜິດມາກ່ອນ ເຮົາຈະບໍ່ຮູ້ເລີຍວ່າ ສິ່ງໃດທີ່ຖືກຕ້ອງ ແລະ ສາມາດເຮັດໄດ້ ເຮົາຈຶ່ງຄວນຈື່ຈຳຄວາມຜິດພາດໄວ້ເປັນບົດຮຽນ ເພື່ອໃນເວລາເຮັດວຽກຄັ້ງຕໍ່ໄປຈະດີຂຶ້ນກວ່າເກົ່າ.
- ຄວາມທ້າທາຍເຮັດໃຫ້ເຮົາເຂັ້ມແຂງ
ບັນຫາຕ່າງໆທີ່ເກີດຂຶ້ນ ອາດເຮັດໃຫ້ເຮົາຮູ້ສຶກທໍ້ຖອຍໃຈ ແລະ ໝົດຫວັງ ແຕ່ເຮົາກໍບໍ່ຕ້ອງຮູ້ສຶກແບບນັ້ນອີກເປັນເທື່ອທີສອງ ເພາະເຮົາໄດ້ຮຽນຮູ້ແນວທາງ ແລະ ວິທີຄິດຈາກບັນຫາທີ່ເກີດຂຶ້ນແລ້ວ ເຮົາໄດ້ຮຽນຮູ້ວ່າ ວິທີການທີ່ດີທີ່ສຸດຂອງແຕ່ລະບັນຫາແມ່ນຫຍັງ ແລ້ວເຮົາຕ້ອງແກ້ໄຂແບບໃດ ເມື່ອບັນຫາທີ່ເກີດຂຶ້ນ ແລະ ມັນບໍ່ໄດ້ເຮັດໃຫ້ເຮົາຊອກທາງອອກທີ່ດີໄດ້ ເຮົາກໍ່ຈະເກັ່ງ ແລະ ເຂັ້ມແຂງຂຶ້ນຢ່າງແນ່ນອນ.
- ທຸກໆບັນຫາ ຍ່ອມມີທາງອອກສະເໝີ
ເຕືອນສະຕິຕົນເອງໄວ້ຢູ່ຕະຫຼອດວ່າ ທຸກໆບັນຫາ ຍ່ອມມີທາງແກ້ໄຂສະເໝີ ບໍ່ມີບັນຫາໃດທີ່ບໍ່ມີທາງອອກ ຫຼື ບໍ່ມີໃຜທີ່ຈະແກ້ໄຂບັນຫານັ້ນບໍ່ໄດ້ ແຕ່ການແກ້ໄຂບັນຫານັ້ນອາດຈະບໍ່ໄດ້ເກີດຂຶ້ນບາດດຽວ ແຕ່ຕ້ອງອາໄສເວລາ ບາງເທື່ອສິ່ງທີ່ດີທີ່ສຸດອາດຈະມາໃນຊ່ວງເວລາທີ່ເໝາະສົມ ບໍ່ສາມາດເກີດຂຶ້ນໄດ້ໄວດັ່ງໃຈເຮົາຄິດ ແຕ່ເຮົາສາມາດຊອກທາງອອກໃຫ້ກັບຕົວເອງຢ່າງແນ່ນອນ ຈະໄວ ຫຼື ຊ້ານັ້ນ ຂຶ້ນຢູ່ກັບຄວາມຍາກ-ງ່າຍຂອງບັນຫານັ້ນ.
- ເຮົາຈະບໍ່ໂດດດ່ຽວໃນເວລາທີ່ເກີດບັນຫາ
ໃນເວລາໃດກໍ່ຕາມທີ່ເຮົາຮູ້ສຶກວ່າບັນຫາຕ່າງໆ ກຳລັງເຂົ້າມາຫາເຮົາຫຼາຍຈົນເກີນກວ່າທີ່ຈະຮັບໄດ້ ໃຫ້ລອງຫຼຽວໄປເບິ່ງອ້ອມຂ້າງຕົວເຮົາ ແລ້ວເຮົາຈະເຫັນວ່າ ຍັງມີຄົນອີກຫຼາຍຄົນທີ່ຄອຍຖ້າໃຫ້ກຳລັງໃຈເຮົາຢູ່ ບໍ່ມີຈັກຄົນເລີຍທີ່ຈະມາຊໍ້າເຕີມເຮົາ ຫຼື ສົມນໍ້າໜ້າ ກັບຄວາມຜິດພາດຂອງເຮົາ ເພື່ອນຮ່ວມງານຄືກຳລັງໃຈທີ່ໃກ້ຕົວເຮົາຫຼາຍທີ່ສຸດ ແລະ ສິ່ງນັ້ນຄືເຫດຜົນວ່າ ເຮົາຕ້ອງເຮັດວຽກເປັນທີມ ເພາະເຮົາຈະໄດ້ມີຄົນຊ່ວຍແກ້ໄຂບັນຫາ ແລະ ໃຫ້ກຳລັງໃຈເຮົາໃນເວລາຜິດຫວັງ, ລົ້ມເຫຼວ ຫຼື ຜິດພາດຈາກການເຮັດວຽກ.
- ໃຜໆກໍພົບບັນຫານີ້ຄືກັນທັງໝົດຫັ້ນລະ
ໝັ້ນໃຈໄດ້ເລີຍວ່າ ເຮົາບໍ່ແມ່ນຄົນດຽວໃນໂລກນີ້ທີ່ຈະຕ້ອງປະເຊີນກັບບັນຫາ ມີຫຼາຍໆຄົນທີ່ຕ້ອງປະເຊີນກັບຄວາມຜິດພາດ ແລະ ບັນຫາຂອງເຮົາກໍບໍ່ແມ່ນບັນຫາທີ່ໃຫຍ່ທີ່ສຸດ ຖ້າເຮົາລອງໂອ້ລົມກັບຄົນອື່ນໆແດ່ຈັກໜ່ອຍ ເຮົາອາດຈະຮູ້ສຶກວ່າ ບັນຫາຂອງເຮົາເປັນເລື່ອງນ້ອຍໆຊື່ໆ.
ສຸດທ້າຍແລ້ວ ເຮົາຄວນຂອບໃຈກັບບັນຫາຕ່າງໆທີ່ເກີດຂຶ້ນ ເພາະບັນຫານັ້ນມັນຈະເຮັດໃຫ້ເຮົາ ເຫັນແງ່ມຸມຕ່າງໆ ບໍ່ວ່າຈະເປັນບົດຮຽນຈາກການເຮັດວຽກ, ວິທີການແກ້ໄຂບັນຫາ ຫຼື ລວມທັງຄົນທີ່ເຮົາເຊື່ອໃຈໄດ້ ແລະ ຄົນທີ່ຄອຍຊ່ວຍເຫຼືອເຮົາໃນເວລາທີ່ເຮົາມີບັນຫາແຕ່ຢ່າງໜ້ອຍທີ່ສຸດ ເຮົາຕ້ອງບໍ່ຊໍ້າເຕີມຄວາມຜິດພາດຂອງຕົວເຮົາເອງເດັດຂາດ ແຕ່ຕ້ອງໃຫ້ກຳລັງໃຈຕົວເອງໃຫ້ຫຼາຍທີ່ສຸດ ຖ້າເຮົາບໍ່ສາມາດໃຫ້ກຳລັງໃຈເຮົາໄດ້ ກໍຄືຊິບໍ່ມີໃຜໃນໂລກນີ້ທີ່ສາມາດເຮັດໄດ້ອີກແລ້ວ.ຜິດພາດຢຄ່ກັບເຮົາດົນ ເວລາໃດກໍຕາມເມື່ອເຮົາຮູ້ສຶກວ່າຕົນເອງກຳລັງຄຽດຈາກການເຮັດວຍກ ຢ່າລື່