Breaking News

5 ວິທີປິ່ນປົວຜົມຫຼົ່ນແບບທໍາມະຊາດ ແລະ ຊ່ວຍບໍາລຸງເສັ້ນຜົມໃຫ້ແຂງແຮງ

ແບ່ງປັນ

5 ວິທີປິ່ນປົວຜົມຫຼົ່ນແບບທໍາມະຊາດ ແລະ ຊ່ວຍບໍາລຸງເສັ້ນຜົມໃຫ້ແຂງແຮງ

  1. ວ່ານຫາງແຂ້

ວ່ານຫາງແຂ້ ນອກຈາກໃຊ້ໃນການບໍາລຸງຜິວພັນແລ້ວຍັງຊ່ວຍປິ່ນປົວອາການຄັນໜັງຫົວທີ່ເກີດຈາກຂີ້ຫົວ ແລະ ບັນຫາຜົມຫຼົ່ນໄດ້ຢ່າງດີ ວິທີໃຊ້ກໍງ່າຍໆເລີ່ມຈາກນໍາເອົາເຈວຂອງວ່ານຫາງແຂ້ທາເທິງໜັງຫົວຈົນທົ່ວແລ້ວປະໄວ້ 2 – 3 ຊົ່ວໂມງ ແລ້ວລ້າງອອກດ້ວຍນໍ້າອຸ່ນ ຄວນເຮັດຢ່າງນ້ອຍອາທິດລະ 3-4 ເທື່ອ ຮັບຮອງວ່າບັນຫາຂີ້ຫົວຈະໝົດໄປ.

cd463baba

  1. ນໍ້າເຜິ້ງປະສົມໄຂ່ແດງ.

ເປັນວິທີທີ່ງ່າຍທີ່ສຸດໃນການປິ່ນປົວບັນຫາຜົມຫຼົ່ນ ພຽງແຕ່ປະສົມນໍ້າເຜິ້ງກັບໄຂ່ແດງໃຫ້ເຂົ້າກັນແລ້ວນໍາເອົາໄປນວດໜັງຫົວຄ່ອຍໆໃຫ້ທົ່ວ ປະໄວ້ປະມານ 30 ນາທີແລ້ວລ້າງອອກດ້ວຍການສະຜົມຕາມປົກກະຕິ ນໍ້າເຜິ້ງມີຄຸນສົມບັດຊ່ວຍຫຼຸດບັນຫາຜົມຂາດຫຼົ່ນໄດ້ ແລະ ໄຂ່ແດງຈະໄປກະຕຸ້ນການຈະເລີນເຕີບໃຫຍ່ຂອງເສັ້ນຜົມ.

honey

 

  1. ໃບໝາກສີດາ.

ໃບໝາກສີດາມີສັບພະຄຸນຊ່ວຍບໍາລຸງສຸຂະພາບຜົມໃຫ້ແຂງແຮງ ພຽງແຕ່ເອົາໃບໝາກສີດາໄປຕົ້ມໃຫ້ຈົນນໍ້າກາຍເປັນສີດໍາ ແລ້ວປະໄວ້ໃຫ້ພໍດີອຸ່ນແລ້ວນໍາເອົາສໍາລີຈຸ່ມນໍ້າຕົ້ມໃບໝາກສີທາໃຫ້ທົ່ວໜັງຫົວແລ້ວປະໄວ້ 1-2 ຊົ່ວໂມງ ແລ້ວໃຊ້ນໍ້າອຸ່ນລ້າງອອກອາທິດໜຶ່ງຄວນເຮັດ 2-3 ເທື່ອ.

  1. ໄຂ່ຂາວ.

ເລີ່ມຕົ້ນດ້ວຍການປະສົມໄຂ່ຂາວກັບນໍ້າມັນໝາກກອກ 1 ບ່ວງແກງ ຈາກນັ້ນນໍາສ່ວນປະສົມທີ່ໄດ້ມາທາໃຫ້ທົ່ວໜັງຫົວແລ້ວປະໄວ້ປະມານ 15-20 ນາທີ ກ່ອນໃຊ້ນໍ້າເຢັນລ້າງອອກ ຈາກນັ້ນກໍສະຜົມຕາມປົກກະຕິກໍສາມາດຊ່ວຍບໍາລຸງສຸຂະພາບຜົມໄປພ້ອມໆກັບຫຼຸດບັນຫາຜົມຫຼົ່ນໄດ້ອີກ.

egg-whites

  1. ຫົວຜັກທຽມ.

ຫົວຜັກທຽມເປັນສະໝຸນໄພອີກໜຶ່ງຊະນິດທີ່ຊ່ວຍຫຼຸດບັນຫາຜົມຫຼົ່ນໄດ້ ເພາະມີຊູນຟູລິກໃນປະລິມານທີ່ສູງ ພຽງແຕ່ຝານຫົວຜັກທຽມເປັນປ່ຽງບາງໆແລ້ວເອົາໄປຕົ້ມກັບນໍ້າມັນໝາກພ້າວໃຫ້ພໍດີອຸ່ນ ຈາກນັ້ນເອົາມານວດໜັງຫົວໃຫ້ທົ່ວແລ້ວປະໄວ້ປະມານ 30 ນາທີແລ້ວລ້າງອອກດ້ວຍການສະຜົມ ຢ່າງໜ້ອຍຄວນເຮັດອາທິດລະ 2 ເທື່ອ.

 

ແບ່ງປັນ