ເວົ້າເຖິງເລື່ອງການສັນຍະກໍານາທີນີ້ຕ້ອງຍົກໃຫ້ເກົາຫລີ ແລະ ເທຣນແບບສາວເກົາຫລີກໍເປັນທີ່ນິຍົມ ແລະ ໄດ້ເຂົ້າມາມີອິດທິພົນຢູ່ບ້ານເຮົາບໍ່ແມ່ນໜ້ອຍ ທັງນີ້ການສັນຍະກໍາເສີມດັງຢູ່ເກົາຫຼີນັ້ນກໍມັກຈະມີເທຣນປະຈໍາປີ ຫຼືເທັກນິກການຜ່າຕັດໃໝ່ໆອັບເດດຢູ່ຕະຫລອດເວລາ ມື້ນີ້ຂວັນໃຈນໍາເອົາຂໍ້ມູນກ່ຽວກັບເທຣນ ຊົງດັງ ສະໄຕລເກົາຫລີຍອດນິຍົມປະຈໍາປີ 2022 ມາຝາກ ເພື່ອເປັນຂໍ້ມູນປະກອບການຕັດສິນໃຈສໍາລັບສາວໆ ທີ່ກໍາລັງມີແຜນຈະເສີມດັງ ໄປເບິ່ງເລີຍວ່າຈະມີແບບໃດແນ່
1.ຊົງດັງປາຍຢົດນໍ້າ

ເປັນເທຣນມາໃໝ່ທີ່ບໍນ້ອຍໜ້າໄປກວ່າ ຊົງດັງຢົດນໍ້າ ດັງລັກສະນະນີ້ຄືການເນັ້ນແກ້ໄຂບໍລິເວນປາຍດັງເປັນຫລັກ ຊ່ວຍໃຫ້ໜ້າຄົມ ແລະ ມີສະໄຕລຍິ່ງຂຶ້ນ ເໝາະສໍາລັບສາວໝັ້ນ ປາຍດັງບໍ່ງຸ້ມລົງມາແມ່ນແຕ່ເວລາຍິ້ມ ຫຼືສະແດງອາລົມຕ່າງໆ
2.ຊົງດັງປາຍເຊີດ

ເປັນຊົງດັງ ສະໄຕລເກົາຫລີທີ່ໄດ້ຮັບຄວາມນິຍົມມາຢ່າງຕໍ່ເນື່ອງໃນທຸກຍຸກສໄຫມ ເໝາະສໍາລັບສາວທີ່ມີຊົງດັງສັ້ນ ການຕັດແຕ່ງບໍລິເວນປາຍດັງຈະຊ່ວຍເສີມໃຫ້ດັງເບິ່ງຍາວຂຶ້ນ ລວມໄປເຖິງມີສ່ວນຊ່ວຍໃຫ້ໃບໜ້າຍາວຂຶ້ນດ້ວຍ ນອກຈາກນີ້ຫາກສາວໆຄົນໃດທີ່ມີປີກດັງກວ້າງ ການເຮັດດັງຢົດນໍ້າກໍຈະຊ່ວຍໃຫ້ດັງເບິ່ງສົມດຸນ ຫລຸດປັນຫາປີກດັງກວ້າງໄດ້ອີກດ້ວຍ
3.ຊົງດັງບາບີ້ໄລ້

ສໍາລັບພາບລວມຂອງດັງຊົງນີ້ຄືການເສີມໃຫ້ໂດ່ງແບບເປັນທໍາມະຊາດ ຊ່ວຍເສີມພາບລັກໃຫ້ສາວໆເບິ່ງເປັນສາວງາມອາລົມດີ ສົມກັບຊື່ຊົງດັງແບບບາບີ້ ແຕ່ສໍາລັບສາວໆທີມີແກ້ມ, ໜ້າກົມ ຢາກເຮັດຊົງນີ້ຄວນປຶກສາແພດໃຫ້ດີກ່ອນເພາະແກ້ມອາດຈະໄປບັງຊົງດັງໃຫ້ເບິ່ງແຄບລົງ ເຮັດໃຫ້ໜ້າເສຍສົມດຸນໄດ້.