ອາກາດດີແບບນີ້ ມານັ່ງກິນບິງຊູຫວານໆແຊບໆ ກິນເຂົ້າໄປແລ້ວເຢັນສົດຊື່ນ ຟິນກັນໄປຍາວໆ ອິ່ມກາຍສະບາຍໃຈກັບບິງຊູ ຮ້ານ Bingsu Tree ບິງຊູທຣີ ຊະນິດທີ່ວ່າສາວໆສາຍຂອງຫວານພາດບໍ່ໄດ້ທີ່ຈະໄປລອງ!
ຈະໄປກິນບິງຊູທັງທີ ບັນຍາກາດຮ້ານຕ້ອງດີພ້ອມ ກັບການຕົບແຕ່ງຮ້ານເຂົ້າທາງໄວລຸ້ນ ສີສັນສົດໃສ ແຖມມີບ່ອນໃຫ້ໄດ້ເຊວຟີ້ງາມໆ ແບບນີ້ແຫຼະທີ່ໃຈຕ້ອງການ!
ເມນູຂອງຮ້ານມີໃຫ້ເລືອກຫຼາກຫຼາຍລົດຊາດ ຫຼາກຫຼາຍທ໋ອບປິ້ງເລືອກໄດ້ແບບບໍ່ອັ້ນບໍ່ໜ້າເບື່ອແນ່ນອນ
ສ່ວນເມນູແນະນໍາທີ່ໄປແລ້ວຕ້ອງໄດ້ສັ່ງນີ້ເລີຍ ບິງຊູ chocolate ແລະ ບິງຊູແຄນຕາລູບ ເພາະເປັນໂຕເດັດຂອງຮ້ານ





ແອັດມິນປັກໝຸດໃຫ້ ມາຕາມນີ້ໄດ້ເລີຍ… Bingsu trees ມີ 2 ສາຂາ
ສາຂາ1 ນາໄຊ
ທີ່ຕັ້ງ: ໜ້າປໍ້າ ສາມແຍກ ປຕທ ນາໄຊ
ເປີດວັນ: ຈັນ-ອາທິດ
ເວລາ: 09:00-20:00
ຕິດຕໍ່ສອບຖາມ: ໂທ: 78880800
ສາຂາ2 ສີຫອມ
ທີ່ຕັ້ງ: ຢູ່ສີຫອມ ໜ້າຮ້ານອາຫານລ່ຽງຊ່ຽງ ຕິດກັບຮ້ານຂາຍແຜ່ນຊີດີແສງລາວ
ເປີດວັນ: ຈັນ-ອາທິດ
ເວລາ: 10:00-20:00
ຕິດຕໍ່ສອບຖາມ: ໂທ: 56666673
ກົດ like ກົດ Share ກົດຕິດຕາມ
📌 Kuanjai Magazine Online ເພີ່ມຕື່ມໄດ້ທີ່
🌍Website:https://kuanjailao.com/wp-admin/
📸 IG:kuanjai_magazine_